ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດຂະບວນການຜະລິດລະດູແລ້ງ 2022-2023 ຈັດຂຶ້ນໃນວັນທີ 15 ພະຈິກ 2022 ທີ່ ບ້ານນາພອກ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆ ຄໍາມ່ວນ, ທ່ານ ທອງໄຊ ມັງໝໍ່ເມກ ເຈົ້າເມືອງໆເຊບັ້ງໄຟ, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຄໍາມ່ວນ, ມີການນໍາຂອງເມືອງອ້ອມຂ້າງແຂວງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານນາພອກເຂົ້າຮ່ວມ.
ໃນໂອກາດເປີດຂະບວນການຜະລິດລະດູແລ້ງ ພ້ອມທັງສະເຫຼີມສະຫຼອງວັນຊົນລະ ປະທານແຫ່ງຊາດ 03 ພະຈິກ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ ແລະ ວັນດິນໂລກ (ການໄຖກົບຕໍ່ເຟືອງ) 05 ທັນວາ ໄປພ້ອມໆກັນນີ້ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນຂົງເຂດກະສິກໍາ ສະເພາະໃນແຂວງມ່ວນ ມີເນື້ອທີ່ ທີ່ສາມາດທໍາການຜະລິດ 1 ແສນກວ່າເຮັກຕາ, ມີດິນທີ່ອຸດົມສົມບູນ ແລະ ແມ່ນ້ຳຫຼາຍສາຍທີ່ອໍານວຍຄວາມສະດວກໃຫ້ແກ່ການຜະລິດກະສິກຳ ໃນປະຈຸບັນ ສົກປີ 2022 ທົ່ວແຂວງ ມີໂຄງການຊົນລະປະທານທັງໝົດ 229 ໂຄງການ ນໍາໃຊ້ໄດ້ 173 ແຫ່ງ, ສາມາດຕອບສະໜອງນ້ຳ ໃຫ້ແກ່ການຜະລິດກະສິກໍາ ໃນລະດູຝົນໄດ້ທັງໝົດ 23.612 ເຮັກຕາ, ໃນນັ້ນປູກເຂົ້າ 22.118 ເຮັກຕາ, ປູກພືດ 1.494 ເຮັກຕາ ແລະ ສາມາດຕອບສະໜອງນ້ຳຕົວຈິງໄດ້ 13.395 ເຮັກຕາ, ໃນນັ້ນ ປູກເຂົ້າ 12.609 ເຮັກຕາ, ປູກພືດ 786 ເຮັກຕາ, ສໍາລັບແຜນສະໜອງນ້ຳໃນການຜະລິດລະດູແລ້ງ ສົກປີ 2022-2023 ຄາດຄະເນວ່າ ຈະສາມາດສະໜອງນ້ຳຕົວຈິງໄດ້ປະມານ 13.341 ເຮັກຕາ, ໃນນັ້ນປູກເຂົ້າ 12.341 ເຮັກຕາ ແລະ ປູກພືດ 1.000 ເຮັກຕາ, ສະຫຼຸບແລ້ວ ເລີ່ມແຕ່ປີ 2023 ປະຊາຊົນແຂວງຄໍາມ່ວນ ມີເຂົ້າກຸ້ມກິນຢ່າງພຽງພໍ ແລະ ມີເຂົ້າເຫຼືອກິນ, ພ້ອມກັນນັ້ນ ຍັງໄດ້ສົ່ງເຂົ້າເປືອກອອກໄປຂາຍໃຫ້ຕ່າງປະເທດ ຈຳນວນ 180.000 ໂຕນ.
ແຂວງຄຳມ່ວນ ແມ່ນນອນຢູ່ໃນດິນທີ່ມີຄວາມອຸດົມສົມບູນປານກາງ ແລະ ຕ່ຳ ເມື່ອດິນມີຄຸນນະພາບຕໍ່າ ສະມັດຕະພາບໃນການຜະລິດກໍ່ຕໍ່າເຊັ່ນດຽວກັນ ເຊິ່ງການປັບປຸງດິນໃຫ້ມີຄຸນນະພາບດີ ສາມາດເຮັດໄດ້ດ້ວຍການໃສ່ຝຸ່ນບົ່ມຈາກເສດພືດ, ຝຸ່ນຄອກ, ຝຸ່ນຊີວະພາບ ແລະ ອື່ນໆ ເຊິ່ງການໄຖກົບຕໍເຟືອງ ຫຼືການໄຖເພື່ອກົບເຟືອງລົງໃນດິນພາຍຫຼັງເກັບກ່ຽວ ແລ້ວປະປ່ອຍໃຫ້ເປືອງຍ່ອຍສະຫຼາຍເອງ ກໍ່ແມ່ນວິທີການໜຶ່ງທີ່ດີ ຕໍ່ການປັບປຸງດິນໃຫ້ມີຄວາມອຸດົມສົມບູນ ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ທ່ານ ປ.ອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄຳມ່ວນ ກໍ່ໄດ້ຮັບຊົມວິທີການໄຖກົບຕໍ່ເຟືອງ, ສັກຢາກັນພະຍາດໃຫ້ແກ່ສັດ ແລະ ຕອນທ້າຍພິທີກໍ່ໄດ້ຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອຢັ້ງຢືນເຖິງການເປີດຂະບວນການຜະລິດລະດູແລ້ງ ສົກປີ 2022-2023 ຢ່າງເປັນທາງການ.