ວັນທີ 7 ມິຖຸນາ 2021 ຢູ່ທີ່ ບໍລິສັດ 705 ທ່ານ ຈໍາປາ ສີດາຄໍາ ຫົວຫນ້າພະແນກ ການຕ່າງປະເທດແຂວງອຸດົມໄຊ ຕາງຫນ້າການນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮັບເອົາເຄື່ອງຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ຈາກນ້ຳໃຈຂອງອົງການປົກຄອງ ແລະ ປະຊາຊົນ ແຂວງຟູເທາະ ແຫ່ງ ສສ ຫວຽດນາມຕາງຫນ້າອົງການປົກຄອງ ແລະ ປະຊາຊົນ ແຂວງຟູເທາະ ແຫ່ງ ສສ ຫວຽດນາມ ມອບໂດຍ ຮອງອຳນວຍການບໍລິສັດ 705.

ເຄື່ອງທີ່ ອົງການປົກຄອງ ແລະ ປະຊາຊົນ ແຂວງຟູເທາະ ແຫ່ງ ສສ ຫວຽດນາມ ນຳມາມອບໃຫ້ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແຂວງອຸດົມໄຊ ໃນຄັ້ງນີ້ ມີ ຜ້າອັດປາກ – ດັງ ຈໍານວນ 10 ພັນອັນ ແລະ ເຈວລ້າງມື 300 ກ່ອງ ລວມມູນຄ່າ 57 ລ້ານ 5 ແສນດົງ.

ໂອກາດດັ່ງກ່າວ ທ່ານ ຈໍາປາ ສີດາຄໍາ ຫົວຫນ້າພະແນກ ການຕ່າງປະເທດ ແຂວງອຸດົມໄຊ ຕາງ ຫນ້ານການນຳແຂວງ ໄດ້ສະແດງຄວາມຂອບໃຈ ໄປຍັງອົງການປົກຄອງ ແລະ ປະຊາຊົນ ແຂວງຟູເທາະ ແຫ່ງ ສສ ຫວຽດນາມ ແລະ ບໍລິສັດ 705 ທີ່ໃຫ້ຄວາມສຳຄັນ ແລະໃຫ້ການຊ່ວຍເຫຼືອແຂວງອຸດົມໄຊ ແລະ ຈະນຳເອົາເຄື່ອງດັ່ງກ່າວ ໄປຫມູນໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະ ຍາດໂຄວິດ-19 ຢູ່ພາຍໃນແຂວງອຸດົມໄຊ ໃຫ້ໄດ້ຮັບປະສິທິພາບ.

ຂ່າວ: ຄານມະນີ ຮຽນດໍຈັນ

Loading...