ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ, ຫົວໜ້າພະແນກ ສາທາລະນະສຸກແຂວງ, ຮອງຄະນະສະເພາະກິດ ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງວັນທີ 24 ເມສາ ປີນີ້, ທີ່ພະແນກສາທາລະນະສຸກແຂວງ, ເຊິ່ງທ່ານໄດ້ຍົກໃຫ້ເຫັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ສະເພາະແຂວງໄຊຍະບູລີໃນວັນທີ 24 ເມສາ 2021 ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເຊັ່ນ: ໄດ້ເກັບຕົວຢ່າງ 11 ຕົວຢ່າງ, ຈໍານວນສະສົມການເກັບຕົວຢ່າງນັບແຕ່ເດືອນມັງກນອນ 2021 ຮອດວັນທີ່ 24 ເມສາ 2021 ມີຈຳນວນ 1,845 ຕົວຢ່າງ ເປັນຜົນລົບ 1,834 ຕົວຢ່າງ, ຍັງລໍຜົນກວດ 11 ຕົວຢ່າງ, ການຕິດຕາມຈຳນວນຄົນເຂົ້າ-ອອກດ່ານ ຈໍານວນສະສົມທັງໝົດ 14.635 ຄົນ, ຍີງ 1003 ຄົນ, ມີແຮງງານລາວທີ່ລັກລອບເຂົ້າມາບໍ່ຖືກຕ້ອງສະສົມທັງໝົດ 494 ຄົນ, ຍິງ 203 ຄົນ, ສະເພາະວັນທີ 24 ເມສາ ນີ້ມີຄົນເຂົ້າຜ່ານດ່ານຕ່າງໆທັງໝົດ 112 ຄົນ, ຍິງ 8 ຄົນ,ໄທ 54 ຄົນ, ຍິງ 8 ຄົນ , ລາວ 58 ຄົນ, ອອກ 110 ຄົນ, ຍິງ 8 ຄົນ, ລັກລອບເຂົ້າ ມີ 2 ຄົນ, ຍິງ 1 ຄົນ, ສູນກັກກັນ ແລະ ສະຖານທີກັກກັນທົ່ວແຂວງໃນປະຈຸມີ 2 ແຫ່ງ, ມີຜູ້ຖືກກັກກັນໃນມື້ນີ້ 12 ຄົນ, ຍິງ 6 ຄົນ, ໃນນັ້ນແມ່ນສູນກັກກັນຂອງເມືອງປາກລາຍ 1 ແຫ່ງ ຊຶ່ງລວມມີຜູ້ກັກກັນທັງໝົດ 12 ຄົນ, ຍິງ 6 ຄົນ, ນອກນັ້ນຍັງໄດ້ນໍາໃຊ້ໂຮງແຮມ ແລະ ບ້ານພັກເປັນບ່ອນກັນກັນຊຶ່ງມີແຮງງານຕ່າງປະເທດຢູ່ສູນກັກກັນ 2 ແຫ່ງ, ລວມມີຜູ້ກັກກັນທັງໝົດ 28 ຄົນ, ຍິງ 3 ຄົນ, ສໍາລັບຂ່າວອອນລາຍສື່ຕ່າງໆໃນວັນທີ 22 ເມສາ 2021 ວ່າແຂວງໄຊຍະບູລີມີຜູ້ຕິດເຊື້ອນັ້ນແມ່ນບໍ່ມີມູນຄວາມຈິງແຕ່ປະການໃດແລະຜູ້ກ່ຽວເອງກໍໄດ້ອອກມາຂໍໂທດຕໍ່ການຈັດຕັ້ງ, ສັງຄົມ ແລະ ແກ້ຂ່າວແລ້ວພາຍຫຼັງມີການຖະແຫຼງຂ່າວຂອງສູນກາງໄດ້ຍັ້ງຢືນ, ທ່ານ ດຣ ຄູນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ ໄຊຍະບູລີ ໄດ້ກ່າວວ່າ: ສໍາລັບຄາຄານສະຖານທີ່ປິ່ນປົວ ແລະ ກັ່ນກອງຜູ້ທີ່ຕິດໂຄວິດ( ຖ້າມີ ) ທາງໂຮງໝໍແຂວງແມ່ນໄດ້ກໍານົດ ອາຄານ 2 ຊັ້ນ, ຊັ້ນທີ 1 ມີ 4 ຫ້ອງ, ມີ 10 ຕຽງ, ແຕ່ລະຫ້ອງແມ່ນມີຫ້ອງນໍ້າຕິດພ້ອມ, ໃຊ້ສໍາລັບປິ່ນປົວຜູ້ຕິດເຊື້ອ, ຊັ້ນທີ 2 ມີ 8 ຫ້ອງ, ມີ 8 ຕຽງ, ໃຊ້ສໍາລັບກັກກັນບຸກຄະລາກອນທີ່ມາຈາກເຂດລະບາດເພື່ອລໍຖ້າກວດຫາເຊື້ອ 2 ຄັ້ງ, ແຕ່ລະຄັ້ງຫ່າງກັນ 7 ວັນ, ໄດ້ແຕ່ງຕັ້ງທ່ານໝໍ ແລະ ພະຍາບານທີ່ຮັບຜິດຊອບປິ່ນປົວຕໍ່ພະຍາດດັ່ງກ່າວຢ່າງຄົບຊຸດ, ພາຫະນະຮັບ-ສົງຄົນເຈັບ, ນອກນີ້ກໍ່ໄດ້ກໍານົດທາງເຂົ້າ-ອອກໂຮງໝໍ, ຜູ້ທີ່ຈະເຂົ້າ-ອອກແມ່ນໄດ້ຜ່ານການກັ່ນກອງຢ່າງລະອຽດເຊັ່ນ: ແທກອຸນຫະພູມດ ລ້າງມື ແລະ ໃຫ້ໃສ່ຜ້າປິດປາກ, ການກວດຫາພະຍາດແມ່ນສາມາດກວດໄດ້ແຕ່ມີຂີດຈໍາກັດ, ກວດໄດ້ວັນລະ 8 ຕົວຢ່າງເທົ່ານັ້ນ ແລະ ຈະມີການເສີມອຸປະກອນການກວດອອກອີກໃຫ້ໄດ້ວັນລະຫຼາຍຮ້ອຍຄົນ, ເວົ້າລວມແລ້ວແຂວງ ໄຊຍະບູລີ ແມ່ນມີຄວາມພ້ອມເພື່ອຕອບໂຕ້ກັບພະຍາດດັ່ງກ່າວ, ຕອນທ້າຍທັງ 2 ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວແຂວງຢ່າຫຼົງເຊື່ອຂ່າວປອມທາງອອນລາຍ, ພ້ອມທັງສືບຕໍ່ປະຕິບັດຢ່າງເຂັ້ມງວດຕໍ່ມາດຕະການຂອງຄະນະສະເພາະກິດວາງອອກ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ