ກອງປະຊຸມ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ ປະຈໍາປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ທັນວາ 2021 ທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັັັັັັັັັັັັັັັັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີກໍາມະການປະຈໍາພັກ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ ການນໍາ 11 ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອເຮັດໃຫ້ບັນດາສະຫາຍໄດ້ເຊື່ອມຊຶມ ແລະ ຍົກລະດັບຄວາມຮູ້ພື້ນຖານກ່ຽວກັບວຽກງານການເມືອງ-ແນວຄິດເວົ້າລວມ, ເວົ້າສະເພາະແມ່ນວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມນັບທັງດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ທີ່ເກີດຂຶ້ນຜ່ານມາແລະພວມຈະເກີດຢູ່ໃນກົມກອງທ້ອງຖິ່ນເຊິ່ງເປັນວຽກທີ່ລະອຽດອ່ອນໃນການນຳພາຕິດຕາມ, ເກັບກຳແລະແກ້ໄຂໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກອງປະຊຸມດັ່ງກ່າວຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນສໍາຄັນຕົ້ນຕໍຄື: ໄດ້ຄົ້ນຄວ້າ, ເຊື່ອມຊຶມຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ04/ຄລສພ. ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງສະບັບເລກທີ 665/ຄພຂ.ຊຍ, ລົງວັນທີ 20 ທັນວາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຂໍ້ກໍານົດຂອງຄະນະໂຄສະນາອົບຮົມສູນກາງພັກເລກທີ 133/ຄອສພ, ລົງວັນທີ 16 ພຶດສະພາ 2018 ວ່າດ້ວຍການຈັດຕັ້ງແລະ ເຄື່ອນໄຫວຂອງເພື່ອນຮ່ວມງານເກັບກໍາຫາງສຽງສັງຄົມ, ສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມປະຈຳປີ 2021 ແລະ ທິດທາງແຜນການປີ 2022.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

