ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 6 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນ ເຊົ້າຂອງວັນທີ 19 ເມສາ 2022, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 2 ວັນ ແລະ ລົງເລິກວຽກງານກໍ່ສ້າງພັກພະນັກງານ, ວຽກງານປັບປຸງກົງຈັກການຈັດ ຕັ້ງ ເຊິ່ງເປັນຂອດຕັດສິນຜົນໄດ້ຜົນເສຍຂອງແນວທາງ, ມະຕິ, ຄໍາສັ່ງ, ກໍຄືຕັດສິນຜົນໄດ້ຜົນເສຍຂອງວຽກງານ, ໂດຍລວມແລ້ວທົ່ວແຂວງຍັງສືບຕໍ່ມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ ຂະບວນການເກັບກູ້ຜົນຜະລິດລະດູແລ້ງຂອງປະຊາຊົນໄດ້ບັນລຸແຜນວາງໄວ້ເປັນສ່ວນໃຫຍ່, ການເກັບລາຍຮັບເຂົ້າງົບປະມານໃນງວດທີ 1 ຫຼາຍເມືອກໍບັນລຸຄາດໝາຍ, ຄວາມທຸກຍາກຂອງປະຊາຊົນ ຢູ່ຫຼາຍບ່ອນໄດ້ຮັບການເອົາໃຈໃສ່ແກ້ໄຂຢ່າງເປັນຮູບປະທໍາ ແລະ ມີທ່າອ່ຽງລຸດລົງເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບສູງຂຶ້ນອັນພົ້ນເດັ່ນໃນທ້າຍປີ 2021 ຮອດທ້າຍເດືອນມີນາ 2022 ພວກເຮົາໄດ້ຫັນເອົາພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງ ລົງຮາກຖານກວດກາປະເມີນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ສໍາເລັດໃນທົ່ວ ແຂວງ, ໂອກາດດັ່ງກ່າວ ສະ ຫາຍເລຂາພັກແຂວງ ຍັງໄດ້ຮຽກ ຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບ ຜິດຊອບຂອງຕົນໃຫ້ສູງຂື້ນ, ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ, ກ້າຍົກຈຸດດີທີ່ເຮັດໄດ້, ພ້ອມກັນນີ້ກໍ່ຈິງໃຈກ້າຫານຕໍານິວິຈານຈຸດອ່ອນຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາພາ-ຊີ້ນໍາຂອງຕົນຜ່ານມາ, ເພື່ອແລກປ່ຽນນໍາກັນ, ສາ ມາດຖອນໄດ້ບົດຮຽນທີ່ດີ ເພື່ອນໍາໄປຜັນຂະຫຍາຍໃນຕໍ່ໜ້າເຮັດໃຫ້ໄດ້ຮັບຜົນດີກວ່າເກົ່າ, ຈາກນັ້ນກອງປະຊຸມຈະໄດ້ຮັບຟັງການລາຍງານການປະເມີນຜົນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຈາກສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຮັບຟັງການລາຍງານກ່ຽວກັບແຜນການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານຂອງບັນດາພະແນກການ, ອົງການຂັ້ນແຂວງ ແລະ ເມືອງ ຈາກ ສະຫາຍ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ