ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດ ປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍຂອງວັນທີ 26 ເມສາ ປີນີ້, ທີ່ພະແນກ ສາທາລະນະສຸກແຂວງວ່າ: ແຂວງ ໄຊຍະບູລີ ມາຮອດວັນທີ່ 25 ເມສາ 2021 ແມ່ນໄດ້ເກັບຕົວຢ່າງໄປກວດ 77 ຕົວຢ່າງ ( ລໍຖ້າຜົນກວດສະສົມ 88 ຕົວຢ່າງ) ຜົນອອກມາ ເປັນ ບວກ 01 ຕົວຢ່າງ, ສຳລັບຜູ້ຕິດເຊື້ອແມ່ນເພດຊາຍ, ອາຍຸ 25 ປີ, ສັນຊາດລາວ, ອາຊີບຫວ່າງງານ, ປະຈຸບັນຢູ່ບ້ານສີເມືອງ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ, ປະຫວັດການເດີນທາງ: ວັນທີ 18/4/2021 ຜູ້ກຽ່ວເດີນທາງໄປວຽງຈັນ, ເມື່ອໄປຮອດວຽງຈັນໄດ້ໄປກິນເຂົ້າຢູ່ຮ້ານໂອຊີນີໄປນຳກັນ 5 ຄົນຫຼັງຈາກນັ້ນກໍ່ໄດ້ກັບເຮືອນ, ວັນທີ 19/4ຜູ້ກຽ່ວໄດ້ໄປສົ່ງເຄື່ອງຢູ່ເສັ້ນທາງ 450 ປີໄປນຳກັນ 2 ຄົນໄປກັບຜູ້ທີ່ມີກໍລະນີຕິດເຊື້ອທີ່ຖະແຫຼງໃນວັນທີ 24/4( ເຊີ່ງບໍ່ຮູ້ວ່າແມ່ນກໍລະນີເທົ່າໃດ), ວັນທີ20/4ແມ່ນໄດ້ໄປສົ່ງເຄື່ອງຢູ່ຮຸ່ງອາລຸນ ແລະ ອານຸສິດ ສາຂາໂພນທັນ ໄປຄົນດຽວ, ວັນທີ 21/4 ເດີນທາງກັບແຂວງໄຊຍະບູລີ ມີຜູ້ຮ່ວມເດີນທາງນຳກັນ 4 ຄົນ, ເມື່ອມາຮອດແຂວງໄຊຍະບູລີບໍ່ໄດ້ອອກໄປໃສກັກໂຕຢູ່ສະຖານທີ່ທາງການກຳນົດໄວ້, ມາຮອດວັນທີ 24 ເມສາ ຜູ້ກ່ຽວມີອາການໄຂ້, ໄອແລະເຈັບຄໍຈຶ່ງໄດ້ເອົາເຂົ້າມາຕິດຕາມຢູ່ໂຮງໝໍແຂວງ ແລະ ເກັບຕົວຢ່າງ, ຜົນຂອງການວິເຄາະຈາກຫ້ອງວິເຄາະຊອກຫາເຊື້ອໃນເບື້ອງຕົ້ນແມ່ນເປັນບວກ, ເພື່ອເປັນການຢັ້ງຢືນຄືນອີກເທື່ອໜຶ່ງພະແນກສາທາລະນະສຸກ ຈຶ່ງໄດ້ນຳສົ່ງຕົວຢ່າງໄປວິເຄາະຢູ່ນະຄອນຫຼວງວຽງຈັນໃນຕອນບ່າຍຂອງວັນທີ 26 ເມສາຜົນກວດແມ່ນເປັນບວກ, ປະຈຸບັນຜູ້ກ່ຽວແມ່ນໄດ້ນອນຕິດຕາມ, ປິ່ນປົວ ແລະ ແຍກປ່ຽວຢູ່ໂຮງໝໍແຂວງ ໄຊຍະບູລີ, ຜູ້ສຳພັດໃກ້ສິດທີ່ຮ່ວມເດີນທາງມານໍາກັນ 4 ຄົນແມ່ນໄດ້ເກັບຕົວຢ່າງ ແລະ ເຂົ້າກໍາຈັດບໍລິເວນແລ້ວ, ນອກນັ້ນແຂວງໄຊຍະບູລີຍັງມີຄວາມສ່ຽງສູງເຊິ່ງມີປະຫວັດການເດີນທາງຂອງຜູ້ຕິດເຊື້ອນໍ້າເບີ 219 ທີ່ໄດ້ເດີນທາງມາແຂວງໄຊຍະບູລີລະອຽດຄື:ເພດຊາຍ, ອາຍຸ 34 ປີ, ສັນຊາດລາວ, ອາຊີບ: ພະນັກງານຮ້ານຂາຍເຄື່ອງ, ບ້ານຢູ່ປະຈຸບັນໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ຜູ້ກ່ຽວສໍາຜັດກັບກໍລະນີ 83, ວັນທີ 14 ໄດ້ເດີນທາງໄປໄຊຍະບູລີດ້ວຍລົດສ່ວນຕົວກັບນ້ອງຊາຍແວ່ກິນເຂົ້າຢູ່ວັງວຽງຮ້ານອາຫານຕາມສັ່ງ (ກາຍສາມແຍກຊາກຸລະແຕ່ບໍ່ຈື່ຊື່ຮ້ານ),ແວ່ຫຼິ້ນນຳໝູ່ລຸ້ນນ້ອງຢູ່ ເມືອງໄຊຍະບູລີ, ນອນຢູ່ລົດ, ວັນທີ 15 ອອກເດີນທາງໄປ ຫຼວງພະບາງ, ພ້ອມດຽວກັນ ທ່ານຮອງເຈົ້າແຂວງກໍ່ໄດ້ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດຈົ່ງເອົາໃຈໃສ່ເຝົ້າລະວັງ, ກວດກາຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ, ຄອບຄົວຍາດຕິພີ່ນ້ອງຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວເດີນທາງມາຈາກປະເທດໃກ້ຄຽງ ຫຼື ເຂດທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະໄປສູ່ສັງຄົມ, ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງຈົນຄົບກຳນົດ 14 ວັນ, ນອກນີ້ຈົ່ງມີສະຕິ, ບໍ່ແຕກຕື່ນຂ່າວລື ແລະ ບໍ່ສ້າງຂ່າວປອມ ຫຼື ປັ່ນປ່ວນສັງຄົມ,ໃຫ້ລໍຖ້າຟັງການຖະແຫຼງຂ່າວຈາກຄະນະສະເພາະກິດສູນກາງເປັນຕົ້ນ; ສືບຕໍ່ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ຂອງຄະນະສະເພາະກິດແຕ່ລະໄລຍະຢ່າງເຄັ່ງຄັດເຊັ່ນ: ການປ້ອງກັນຕົນເອງດ້ວຍການຮັກສາໄລຍະຫ່າງ 1-2 ແມັດ,ໃສ່ຜ້າປິດປາກ-ດັງເວລາອອກໄປຂ້າງນອກ, ລ້າງມືດ້ວຍເຫຼົ້າ 70 ອົງສາ ຫຼື ເຈວລ້າງມື, ບໍ່ຄວນເດີນທາງໄປສະຖານທີ່ທີ່ມີການລະບາດ ແລະ ມີຄົນແອອັດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ