ໃນວັນທີ 3ກຸມພາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ,ໄດ້ຈັດກອງປະຊຸມຕິດຕາມກວດກາຊຸກຍູ້ວຽກງານເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ, ມີບັນດາ ສສຊ ແລະ ສສຂ ພ້ອມການນໍາຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນາງ ອິດມະນີ ຈັນທະຄູນ ຮອງປະທານສະພາປະຊາຊົນແຂວງ, ໄດ້ຂຶ້ນຜ່ານບົດລາຍງານການກະກຽມ ແລະ ດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II, ທ່ານໄດ້ກ່າວວ່າ: ການກະກຽມໃຫ້ແກ່ການເລືອກຕັ້ງດັ່ງກ່າວ ກ່ອນອື່ນແມ່ນໄດ້ ອອກຂໍ້ຕົກລົງ, ມະຕິ, ຄໍາແນະນໍາ ກ່ຽວກັບການເລືອກຕັ້ງ, ພ້ອມທັງໄດ້ແຕ່ງຕັ້ງອານຸກໍາມະການຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເຊິ່ງປະກອບມີ 6 ອານຸກໍາມະການຄື: ອານຸກໍາມະການເນື້ອໃນ ແລະ ກອງເລຂາ, ອານຸກໍາມະການ ໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ອານຸກໍາມະການໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ, ອານຸກໍາມະການເສດຖະກິດ, ພິທີການ ແລະ ຮັບແຂກ, ອານຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອານຸກໍາມະການ ຮັກສາສຸຂະພາບ, ພ້ອມດຽວກັນກໍ່ໄດ້ຈັດຕັ້ງເຊື່ອມຊືມບັນດາເອກະສານກ່ຽວກັບການເລືອກຕັ້ງໃຫ້ຜູ້ມີສິດປ່ອນບັດ, ລົງເກັບກໍາສະຖິຕິພົນລະເມືອງຜູ້ມີສິດປ່ອນບັດ ແລະ ອື່ນໆ, ຈາກນັ້ນ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ ກໍ່ໄດ້ຂຶ້ນຜ່ານລາຍຊື່ເປົ້າໝາຍຂອງຜູ້ລົງສະໝັກຮັບເລືອກຕັ້ງ ສສຊ ຊຸດທີIX ເຊິ່ງປະກອບມີທັງໝົດ 12 ທ່ານ,ໃນນັ້ນຜູ້ລົງສະໝັກຮັບເລືອກຕັ້ງຈາກສູນກາງມີ 4 ທ່ານ, ທັງໝົດແມ່ນເລືອກເອົາ 9 ທ່ານ ເພື່ອເປັນຜູ້ແທນປະຊາຊົນ ປະຈໍາເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ແລະ ສສຂ ຊຸດທີ 2 ປະຈໍາເຂດເລືອກຕັ້ງຢູ່ບັນດາເມືອງ ມີທັງໝົດ 54 ທ່ານ, ເລືອກເອົາ 32 ທ່ານ, ຕອນທ້າຍຂອງກອງປະຊຸມ ທ່ານເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ເນັ້ນໜັກໃຫ້ຄະນະກໍາມະການເລືອກຕັ້ງຄັ້ງນີ້ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່-ທີ່ໄດ້ຮັບການມອບໝາຍໃນການເລືອກຕັ້ງໃຫ້ມີຜົນສໍາເລັດໃນທຸກດ້ານ, ທັງຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນໃຫ້ ປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທຸກຄົນໄດ້ໃຊ້ສິດຂອງຕົນຢ່າງເຕັມສ່ວນ ແລະ ຖືກຕ້ອງຕາມລະບຽບການເລືອກຕັ້ງ, ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ