ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ໃນຕອນເຊົ້າຂອງວັນທີ 11 ຕຸລາ ປີນີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 6 ວັນປະຫວັດສາດຂອງຊາດຂອງພັກຂຶ້ນເຊັນ: ວັນປະກາດເອກະລາດ ຄົບຮອບ 76 ປີ (12 ຕຸລາ 1945), ວັນສ້າງຕັ້ງການທູດລາວ  ຄົບຮອບ 76 ປີ (12.10.1945 – 12.10.2021 ), ວັນວິທະຍາສາດແຫ່ງຊາດ ຄົບຮອບ 34 ປີ (12 ຕຸລາ 1987-12​ ຕຸລາ 2021), ວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 27 ປີ (7 ຕຸລາ 1994 – 7 ຕຸລາ 2021, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ 17 ຕຸລາ 1987 ແລະ 17-24 ຕຸລາ 2003 ແລະ ວັນຊາດ ສປ ຈີນ ຄົບຮອບ 72 ປີ ( 1.10.1949– 1.10.2021, ໃຫ້ກຽດເລົ່າຄືນໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຊິ່ງທ່ານໄດ້ສັງລວມເອົາບັນດາເນື້ອໃນຂອງ 6 ວັນດັ່ງກ່າວໂດຍສັງເຂບ, ໂດຍໄດ້ລົງເລິກເຖິງປະຫວັດການຕໍ່ສູ້ເພື່ອຍາດເອົາເອກະລາດຂອງຊາດລາວໃນແຕ່ລະຍຸກ, ແຕ່ລະສະໄໝ ເປັນຕົ້ນແມ່ນຂະບວນການຕໍ່ສູ້ຂອງເຈົ້າຟ້າປັດໃຈ, ອົງແກ້ວ, ອົງກົມມະດໍາ, ຂະບວນການຕໍ່ສູ້ຂອງນາຍຄູຄໍາ ແລະ ຂະບວນການຕໍ່ສູ້ຂອງບັນພະບູລຸດຫຼາຍໆທ່ານທີ່ມີຈິດໃຈຮັກຊາດໃນທົ່ວປະເທດ, ເພື່ອຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຈົນເຖິງປະຈຸບັນ,ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ຮຽກຮ້ອງໃຫ້ການນໍາທຸກພາກສ່ວນຈົ່ງນໍາເອົາເນື້ອໃນຈິດໃຈ ແລະ ເອກະສານຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານພາຍໃນກົມກອງຂອງເອງໃຫ້ທົ່ວເຖິງ, ສໍາລັບຜູ້ປະກອບການຊາວຈີນກໍ່ເຊັ່ນດຽວກັນ ພ້ອມທັງລະດົມນັກທຸລະກິດຊາວຈີນໃຫ້ເຂົ້າມາລົງທຶນດ້ານກະສິກໍາຢູ່ແຂວງ ໄຊຍະບູລີ ໃຫ້ຫຼາຍຂຶ້ນຕື່ມ, ເຂົ້າຮ່ວມຮັບຟັງການເລົ່າຄືນມູນເຊື້ອຄັ້ງນີ້ມີ: ປະທານສະພາປະຊາຊົນແຂວງ, ມີບັນດາກໍາມະການ ປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີການນໍາຂອງເມືອງ ໄຊຍະບູລີ ແລະ ຜູ້ປະກອບການຊາວຈີນທີ່ດໍາລົງຊີວິດຢູ່ແຂວງ ໄຊຍະບູລີ ເຂົ້າຮ່ວມ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ