ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 3 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ສິງຫາ 2021, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສໍາຄັນຫຼາຍ ເປັນການເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຜັນຂະຫຍາຍວາລະແຫ່ງຊາດ, ກອງປະຊຸມຈະໄດ້ດໍາເນີນເປັນເວລາ 2 ວັນເຕັມ  ແລະ ຈະໄດ້ສຸມໃສ່ເນື້ອໃນຕົ້ນຕໍຄື: ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI (ຄໍາສັ່ງ ເລກທີ 01, 02 ຂອງກົມການເມືອງສູນກາງພັກ), ເຜີຍແຜ່ຄໍາແນະນໍາ ເລກທີ 102 ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ຂອງອົງການປົກຄອງແຂວງ, ຮ່າງຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ, ຮ່າງຄໍາສັ່ງແນະນໍາ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການຈັດຕັ້ງປະຕິບັດການຫັນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ, ຮ່າງມະຕິຂອງຄະນະບໍລິຫານງານພັກແຂວງວ່າດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງແລະ ເລິກເຊິ່ງທຸກຂອດໃນວຽກງານພະນັກງານ ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ, ພ້ອມດຽວກັນ ສະຫາຍເລຂາພັກແຂວງຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງໄດ້ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ ເຂົ້າໃສ່ເນື້ອໃນບົດຕ່າງໆຜ່ານມາມີຈຸດດີ, ຈຸດອ່ອນຄົງຄ້າງຕົ້ນຕໍມີຄືແນວໃດ? ຕໍ່ໜ້າຄວນສຸມໃສ່ປັບປຸງແກ້ໄຂຂອດໃດ? ແລະ ສ້າງຄວາມຕັດສິນໃຈໃໝ່ມີຫຍັງແດ່?, ຈື່ງຈະເປັນການບຸກທະລຸມີການຫັນປ່ຽນຢ່າງຕັ້ງໜ້າແທ້ ເພື່ອເຮັດໃຫ້ບັນດາຄາດໝາຍສູ້ຊົນ 6 ເດືອນທ້າຍປີ ຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ວາງອອກຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກໃຫ້ປະກົດຜົນເປັນຈິງ ເຮັດໃຫ້ແຂວງໄຊຍະບູລີ ໄດ້ຮັບການພັດທະນາໃນທຸກດ້ານຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ