ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 4 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 14 ຕຸລາ ປີນີ້, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດບາງວຽກງານຢູ່ແຂວງໄຊຍະບູລີ ໃນໄລຍະຜ່ານມາ ແລະ ເຜີຍແຜ່, ເຊື່ອມຊືມ ນິຕິກໍາຕ່າງໆທີ່ເລັ່ງດ່ວນ ຂອງສູນກາງ ເພື່ອເປັນການກະຕຸກຊຸກຍູ້ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ຄຳແນະນຳ ຂອງຄະນະປະຈຳພັກແຂວງໄຊຍະບູລີ ໄປຕາມທິດທີ່ຕັ້ງໜ້າ, ກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 2 ວັນເຕັມ ແລະ ກໍານົດເນື້ອໃນຕົ້ນຕໍຄື: ຜ່ານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 9 ເດືອນ ຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ຜ່ານການລາຍງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງໄຊຍະບູລີ, ຜ່ານການລາຍງານການແກ້ໄຂໄພພິບັດ (ນໍ້າຖ້ວມ)ແລະ ແຜນປ້ອງກັນຕໍ່ໜ້າ, ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ, ເຜີຍແຜ່ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ເຜີຍແຜ່ມະຕິ ຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຜີຍແຜ່ ຄຳສັ່ງຂອງນາຍົກລົດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ເຜີຍແຜ່ ດຳລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ, ເຜີຍແຜ່ ຄຳແນະນຳຂອງອົງການກວດກາລັດຖະບານ ກ່ຽວກັບການແຈ້ງຊັບສິນ, ຮັບຟັງການຜ່ານ(ຮ່າງ)ມະຕິ ຂອງຄະນະປະຈຳພັກແຂວງ ວ່າດ້ວຍເພີ່ມທະວີການນຳພາ ຂອງຄະນະພັກທຸກຂັ້ນ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ທົ່ວແຂວງໄຊຍະບູລີ ແລະ ຮັບຟັງການຜ່ານໃບສຳຫຼວດຕົນເອງ ຂອງສະຫາຍ ເລຂາພັກແຂວງ ທີ່ຈະນຳໄປຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ສະໄໝທີ XI.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ