ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ມັງກອນ 2022, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຂວງ ໃນການນໍາພາ-ຊີ້ນໍາກໍ່ສ້າງພັກ, ພະນັກງານວຽກງານຮອບດ້ານ ຂອງອົງການປົກຄອງແຂວງໃນ 1 ປີຜ່ານມາໃຫ້ເຫັນໄດ້ຜົນງານດ້ານດີທີີ່ພົ້ນເດັ່ນ ແລະ ເຫັນໄດ້ ດ້ານອ່ອນຂໍ້ຄົງຄ້າງທີີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນປີຕໍ່ໄປໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ, ສໍາຫຼວດການນໍາພາ ລວມ, ບຸກຄົນໃນຄະນະບໍລິຫານງານພັກແຂວງ ເປັນການປັບປຸງປົວແປງພາຍໃນພັກ ແນ່ໃສ່ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີີມຂະຫຍາຍຄວາມເປັນແບບເປັນຢ່າງນໍາໜ້າຂອງບັນດາສະຫາຍຄະນະພັກກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີີ່ວຽກງານໃຫ້ບັນລຸຜົ ນສໍາເລັດຕາມຄາດໝາຍວາງໄວ້, ກອງປະຊຸມຈະດໍາເນີນເປັນເວລາ 3 ວັນເຕັມ, ໂດຍແບ່ງອອກ 2 ວາລະຄື:ວາລະທີ 1 ຈະໄດ້ຮັບຟັງລາຍງານການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານປະຈໍາປີ ຕິດພັນກັບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ,ຮັບຟັງລາຍງານການນໍາາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງການປົກຄອງແຂວງປະຈໍາປີ 2021 ແລະ ແຜນວຽກຈຸດສຸມ ປີ 2022 ແລະ ວາລະທີ 2ຈະໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງປະຈໍາປີ 2021, ໂອກາດດັ່ງກ່າວສະຫາຍເລຂາພັກແຂວງຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູູ້ແທນກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າ ປະກອບຄໍາຄິດ-ຄໍາເຫັນ ແລກປ່ຽນນໍາກັນ ຊອກໃຫ້ເຫັນຈຸດດີຜົນສໍາເລັດທີີ່ຍາດມາໄດ້ ແລະ ກ້າຍົກຈຸດອ່ອນຂໍ້ຄົງຄ້າງ ໃນການນໍາພາ ຂອງຄະນະບໍລິຫານງານພັກແຂວງ ກໍ່ຄືຄະນະພັກແຕ່ລະຂັ້ນໃຫ້ຖືກຕ້ອງກັບຄວາມເປັນຈິງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
