ຕອນເຊົ້າຂອງວັນທີ 1 ກັນຍາ 2020 ນີ້, ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ໄດ້ຈັດພິທີໄຂສົກຮຽນໃໝ່ 2020-2021 ຂຶ້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາການນໍາຂອງແຂວງ, ການນໍາເມືອງ ໄຊຍະບູລີ, ພ້ອມດ້ວຍອໍານາດການປົກຄອງບ້ານເທດສະບານເມືອງໄຊຍະບູລີ, ສະມາຄົມພໍ່ແມ່ນັກຮຽນ, ຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຂຶ້ນລາຍງານສະພາບການກະກຽມໃຫ້ແກ່ການໄຂສົກຮຽນໃໝ່ 2020-2021 ຈາກນັ້ນ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນປາໄສຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ: ວັນທີ 1 ກັນຍາ 2020 ແມ່ນວັນໄຂສົກຮຽນໃໝ່ 2020-2021 ເຊິ່ງໂຮງຮຽນແຫ່ງຕ່າງໆທົ່ວແຂວງໄຊຍະບູລີ ກໍຄືເມືອງໄຊຍະບູລີ ໄດ້ເລີ່ມຕົ້ນດໍາເນີນການຮຽນ-ການສອນເປັນທາງການ, ພ້ອມທັງສ້າງທຸກເງື່ອນໄຂເພື່ອຈັດການຮຽນ-ການສອນ ໃຫ້ທ່ວງທັນກໍານົດເວລາ ແລະ ຖືກຕ້ອງຕາມກົດໝາຍການສຶກສາວາງອອກ ທັງເປັນການສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ທຸກການຈັດຕັ້ງ, ທຸກພາກສ່ວນເສດຖະກິດ-ສັງຄົມ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບຮັບປະກັນໃຫ້ນັກຮຽນ-ນັກສຶກສາ ໄດ້ເຂົ້າຮຽນນັບແຕ່ວັນໄຂສົກຮຽນໃໝ່ນີ້ເປັນຕົ້ນໄປ ສໍາລັບສົກຮຽນ 2019-2020ຜ່ານມາເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII ແລະ ສືບຕໍ່ປະຕິບັດວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ຂອງກະຊວງສຶກສາ ແລະ ກິລາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ, ຄວາມເປັນເຈົ້າການຂອງຜູ້ບໍລິຫານການສຶກສາ, ຄູສອນໃນຂອບເຂດທົ່ວແຂວງ ແລະການປະກອບສ່ວນຢ່າງຕັ້ງໜ້າຈາກທຸກພາກສ່ວນສັງຄົມເຮັດໃຫ້ການພັດທະນາການສຶກສາ ແລະກິລາຂອງແຂວງສືບຕໍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບເຮັດໃຫ້ລູກຫຼານປະຊາຊົນບັນດາເຜົ່າໄດ້ເຂົ້າຮຽນເພີ່ມຂຶ້ນເລີ່ມແຕ່ລ້ຽງເດັກ-ອະນຸບານ,ປະຖົມສຶກສາ,ມັດທະຍົມສຶກສາຕອນຕົ້ນ-ຕອນປາຍ ແລະເຂົ້າຮຽນຕໍ່ວິຊາຊີບ.ຄຸນນະພາບການຮຽນ-ການສອນກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ທ່ານ ປອ ສົມລິດ ເປືອກແກ້ວ ຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ຄູ-ອາຈານສອນທຸກຄົນຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກໃຫ້ກວ້າງຂວາງ, ຕ້ານ ແລະສະກັດກັ້ນທຸກປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນຂະແໜງການສຶກສາ ແລະ ກິລາ ຮຽກຮ້ອງເຖິງນັກຮຽນ-ນັກສຶກສາ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນເພື່ອພັດທະນາຄວາມຮູ້-ຄວາມສາມາດ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ, ກາຍເປັນລູກທີ່ດີຂອງພໍ່-ແມ່ ແລະເປັນພົນລະເມືອງດີຂອງຊາດ ຮຽກຮ້ອງມາຍັງຜູ້ປົກຄອງນັກຮຽນ-ນັກສຶກສາຈົ່ງສືບຕໍ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ເປັນຄົນດີໃນສັງຄົມ, ຮູ້ຄຸນຄ່າຂອງການຮຽນ, ນໍາພາລູກຫຼານຂອງຕົນໃນເກນອາຍຸໄປເຂົ້າໂຮງຮຽນໃຫ້ໝົດທຸກຄົນ ແລະຮຽນຕໍ່ວິຊາຊີບໃຫ້ສູງຂຶ້ນ.ຖືເອົາການສຶກສາ ແລະກິລາ ເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.
ໃນຕອນທ້າຍຂອງພິທີ ກໍ່ໄດ້ມີການຕັດແຖບຜ້າ ແລະ ປ່ອຍປຸມເປົ້າ ເປີດການຮຽນ-ການສອນຢ່າງເປັນທາງການ.
ສາຄອນ ໄຊສົມຮັກສາ