ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະພັກເທດສະການປີໃໝ່ລາວ ແລະ ຄວາມຕ້ອງການທົດລອງນັ່ງລົດໄຟທຳມະດາຂອງປະຊາຊົນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈຶ່ງຕົກລົງເປີດແລ່ນລົດໄຟທົ່ວໄປຖ້ຽວລົດໄຟ K12/11 ລະຫວ່າງສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕນ ນັບແຕ່ວັນທີ 13 ເມສາ ເປັນຕົ້ນໄປ, ໂດຍນຳໃຊ້ລົດໄຟທຳມະດາ 1 ຂະບວນ, ລາຍລະອຽດດັ່ງລຸ່ມນີ້:

  1. ຕາຕາລາງເວລາການເດີນລົດ:
ຖ້ຽວລົດໄຟທຳມະດາK12/K11ສະຖານີປາຍທາງບໍ່ເຕ່ນ 
K12ຂາໄປສະຖານີK11 ຂາກັບ 
ຂາໄປເວລາເວລາຂາກັບ
ລົດອອກ09:00ສະຖານີນະຄອນຫຼວງວຽງຈັນ21:55ຈອດ
   
ຈອດ09:40ສະຖານີໂພນໂຮງ21:03ຈອດ
   
ຈອດ10:22ສະຖານີວັງວຽງ20:21ຈອດ
   
ຈອດ10:55ສະຖານີກາສີ19:44ຈອດ
   
ຈອດ11:43ສະຖານີຫຼວງພະບາງ18:55ຈອດ
   
ຈອດ12:24ສະຖານີເມືອງງາ18:14ຈອດ
   
ຈອດ13:19ສະຖານີເມືອງໄຊ17:37ຈອດ
   
ຜ່ານສະຖານີນາໝໍ້ຜ່ານ
   
ຈອດ14:03ສະຖານີນາເຕີຍ16:51ຈອດ
   
ຈອດ14:20ສະຖານີບໍ່ເຕນ16:40ລົດອອກ
ແລ່ນທຸກມື້
  1. ຂໍ້ມູນທົ່ວໄປ:
  • ລົດໄຟທຳມະດາແມ່ນລົດໄຟທີ່ແລ່ນດ້ວຍຄວາມໄວ 120 km/h, ມີບ່ອນນັ່ງທັງໝົດ 732 ບ່ອນນັ່ງ. ໃນນັ້ນ, ຕັ່ງນັ່ງທົ່ວໄປ 590 ບ່ອນນັ່ງ, ຕັ່ງນັ່ງກວ້າງ 106 ບ່ອນນັ່ງ, ຕຽງນອນ (solf sleeper) 36 ບ່ອນ.
  • ນັບວັນທີ 14 ເມສາ ເປັນຕົ້ນໄປ ຈະມີການເປີດໃຫ້ບໍລິການຂົນສົ່ງໂດຍສານສະຖານີກາສີ ແລະ ສະຖານີເມືອງງາ.
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ
10 ເມສາ 2022
Loading...