ເພື່ອເປັນການຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາ ຊະອານາຈັກ ລຸກຊຳບວກ, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ (Grand Duke Henri of Luxembourg), ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022.
Press release of President’s Office
In response to the invitation of H.E. Mr. Thongloun SISOULITH, President of the Lao PDR and the continued strengthening and enhancing the splendid tradition of good bilateral cooperative relations between the Lao PDR and the Grand-Duchy of Luxembourg, H.R.H. Grand Duke Henri of Luxembourg and his entourage will pay a Working Visit to the Lao PDR on 5-9 December 2022.
ຊີວະປະຫວັດຫຍໍ້ຂອງສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ
ວັນທີ, ເດືອນ, ປີ ແລະ ສະຖານທີ່ເກີດ: 16 ເມສາ 1955, ທີ່ ພະຣາຊະວັງBetzdorf, ຣາຊະອານາຈັກ ລຸກຊໍາບວກ.
ຊີວິດຄອບຄົວ: ອະພິເສກສົມຣົດ ກັບ ທ່ານ ນາງ Maria Teresa Mestre
ມີອົງຊາຍ ແລະ ອົງຍິງ ຮ່ວມກັນ: 05 ພຣະອົງ.
ວັນທີ, ເດືອນ, ປີ ຂຶ້ນຄອງຣາຊະບັນລັງ: 07 ຕຸລາ 2020.
ປະຫວັດການສຶກສາ:
– ປີ 1974: ຮຽນຈົບມັດທະຍົມຕົ້ນ ແລະ ມັດທະຍົມປາຍ ທີ່ ລຸກຊໍາບວກ ແລະ ຝຣັ່ງ
– ປີ 1975: ເຂົ້າຝຶກອົບຮົມທີ່ ໂຮງຮຽນວິທະຍາຄານກອງທັບ Sandhurst, ທີ່ ສະຫະຣາຊະອານາຈັກອັງກິດ ແລະ ໄດ້ເຂົ້າບັນຈຸໃນກອງທັບ.
– ປີ 1980: ຈົບປະລິນຍາຕີສາຂາ ລັດຖະສາດ ຢູ່ ສະບັນຄົ້ນຄວ້າການພົວພັນສາກົນ ທີ່ ເຊີແນວ, ປະເທດ ສະວິດ.
– ປີ 1989: ໄດ້ຮັບການແຕ່ງຕັ້ງເປັນ ພັນຕີ ກິດຕິມະສັກ ຢູ່ ກົມທະຫານໂດດຈ້ອງ ທີ່ ສະຫະຣາຊະອານາຈັກອັງກິດ.
– ປີ 1980-1998: ເປັນສະມາຊິກຂອງ ສະພາແຫ່ງລັດ, ຊຶ່ງ ສົມເດັດ ພຣະຣາຊາ ໄດ້ຮຽນຮູ້ຢ່າງເລິກເຊີ່ງ ກ່ຽວກັບ ຫຼັກການນິຕິບັນຍັດ ແລະ ລະບົບການເຮັດວຽກຂອງປະເທດ.
– ປີ 1978-2000: ເປັນປະທານກິດຕິມະສັກ ຄະນະກໍາມະທິການການພັດທະນາເສດຖະກິດ, ຊຶ່ມີໜ້າທີ່ຮັບຜິດຊອບ ວຽກງານສົ່ງເສີມເສດຖະກິດ ແລະ ການຄ້າສາກົນ ກໍ່ຄື ການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດການຄ້າໃໝ່ ແລະ ຂົນຂວາຍເອົາການລົງທຶນ ໃຫ້ແກ່ປະເທດ ລຸກຊໍາບວກ. ນັບແຕ່ປີ 2000 ເປັນຕົ້ນມາ ສົມເດັດ ພຣະຣາຊາ ອັງຣີ ໄດ້ມອບບົດບາດດັ່ງກ່າວໃຫ້ລູກຊາຍ ຄື ເຈົ້າຊາຍ ກຸຍໂຢມ.
– ວັນທີ 4 ມີນາ 1998: ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ອົງຣາຊະທາຍາດ ເພື່ອກະກຽມຂຶ້ນຄອງຣາຊະບັນລັງ.
– ວນທີ 7 ຕຸລາ 2000: ສົມເດັດ ພຣະຣາຊາ Jean (ພຣະບິດາ) ໄດ້ມອບຣາຊະບັນລັງໃຫ້ແກ່ ສົມເດັດ ອັງຣີ, ຊຶ່ງພິທີຣາຊາພິເສກ ໄດ້ຈັດຂຶ້ນທີ່ ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ.
– ວັນທີ 9-12 ຕຸລາ 2000: ພາຍຫຼັງຂຶ້ນຄອງຣາດ ສົມເດັດ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ຝຣັ່ງ ແລະ ເຢຍລະມັນ, ຊຶ່ງເປັນສອງປະເທດເພື່ອນບ້ານໃກ້ຊິດ ທີ່ມີຄວາມສຳຄັນໃນການສົ່ງເສີມການພົວພັນ, ຊຶ່ງເປັນການຢ້ຽມຢາມພາຍຫຼັງ ພຣະອົງໄດ້ຂຶ້ນຄອງຣາຊະບັນລັງພຽງ 2 ວັນ.
ປະຫວັດການເຮັດວຽກ
– ນອກຈາກວຽກງານທີ່ ພຣະອົງ ໄດ້ປະຕິບັດໜ້າທີ່ໃນນາມທາງການແລ້ວ ແລະ ໃນພິທີຕ່າງໆແລ້ວ, ສົມເດັດ ພຣະຣາຊາ ຍັງເປັນຜູ້ອຸປະຖຳຂອງສະມາຄົມຕ່າງໆ ທີ່ເຮັດວຽກກ່ຽວກັບ ການສົ່ງເສີມວັດທະນະທຳ, ກິລາ, ວິທະຍາສາດ, ສິ່ງແວດລ້ອມ ແລະ ກິດຈະກຳຊ່ວຍເຫຼືອສັງຄົມຕ່າງໆ. ພະອົງ ມີຄວາມສົນໃຈໃນຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນ ໃນຂະແໜງການແພດ, ການຂະຫຍາຍຕົວຂອງເສດຖະກິດ ຫຼື ຂະແໜງ ໂຍທາທິການ ແລະ ຂົນສົ່ງ. ພ້ອມດຽວກັນນັ້ນ, ກໍ່ມີວິໄສທັດໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ຕໍ່ຕ້ານກັບການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງເປັນວຽກງານທີ່ ພະອົງ ໃຫ້ຄວາມສົນໃຈ ເປັນພິເສດ.
– ພຣະອົງ ເປັນສະມາຊິກ ຂອງຄະນະບໍລິຫານງານຂອງ ມູນນິທິ ສົມເດັດ ພຣະຣາຊາ ແລະ ສົມເດັດ ພຣະຣາຊິນີ ແຫ່ງ ລຸກຊໍາບວກ. ມູນນິທິ ດັ່ງກ່າວ ຮັບຜິດຊອບໂດຍ ສົມເດັດ ພຣະຣາຊິນີ ເພື່ອສະໜັບສະໜູນ ຜູ້ທີ່ດ້ອຍໂອກາດ ແລະ ຕ້ອງການຄວາມເອົາໃຈໃສ່ເປັນພິເສດ ແລະ ເຮັດໃຫ້ພວກເຂົາສາມາດເຊື່ອມສານເຂົ້າກັບ ປະຊາຊົນ ລຸກຊໍາບວກ, ໂຄງການດັ່ງກ່າວ ຍັງມີຢູ່ ທະວີບ ອາຟຣິກກາ ແລະ ອາຊີ.
– ສົມເດັດ ພຣະຣາຊາ ແລະ ພຣະຣາຊິນີ ແມ່ນເປັນຜູ້ອຸປະຖຳໃຫຍ່ທີ່ສຸດ ໃຫ້ແກ່ສະມາຄົມຕ່າງໆຂອງລຸກຊໍາບວກ. ນອກຈາກນັ້ນ, ສະມາຊິກ ຂອງ ຣາຊະວົງ ຍັງສາມາດບໍລິຈາກໃນງານສະເພາະໃດໜຶ່ງ.
– ຢູ່ໃນລະດັບສາກົນ, ສົມເດັດ ພຣະຣາຊາ ອັງຣີ ແມ່ນເປັນປະທານອົງການ Galapagos Darwin Trust Luxembourg ແລະ ເປັນສະມາຊິກກິດຕິມະສັກຂອງ ສະມັດຊາໃຫຍ່ຂອງມູນນິທິ Charles Darwin. ເປັນອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ມີຈຸດປະສົງເພື່ອປົກປັກຮັກສາ ແລະ ສະຫງວນເອກະລັກຂອງສິ່ງແວດລ້ອມ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ Galapagos Archipelago.
– ສົມເດັດ ພຣະຣາຊາ ອັງຣີ ຍັງເປັນສະມາຊິກຂອງ ມູນນິທິ Mentor Foundation, ຊຶ່ງສ້າງຕັ້ງຂຶ້ນໂດຍ ສົມເດັດ ພຣະຣາຊິນີ Silvia ແຫ່ງ ຊູແອດ. ເປົ້າໝາຍຂອງ ມູນນິທິດັ່ງກ່າວ ແມ່ນເພື່ອປ້ອງກັນຊາວໜຸ່ມຈາກການຕິດຢາເສບຕິດ (ເປັນອົງການທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງການອະນາໄມໂລກ).
– ໃນປີ 1998, ສົມເດັດ ພຣະຣາຊາ ອັງຣີ ໄດ້ເຂົ້າເປັນສະມາຊິກຂອງຄະນະກຳມະການ ໂອແລັມປິກສາກົນ (IOC), ຊຶ່ງ ພຣະຣາຊາ ຈະເຂົ້າຮ່ວມກອງປະຊຸມຂອງ IOC ໃນເວລາທີ່ມີກອງປະຊຸມ. ນັບຕັ້ງແຕ່ ປີ 1999 ເປັນຕົ້ນມາ, ພຣະຣາຊາ ໄດ້ເປັນສະມາຊິກຂອງ ຄະນະກຳມະການ Olympic Solidarity Commission. ໃນການໂຄສະນາສົ່ງເສີມວຽກງານຂອງ Olympic ເປັນວຽກງານທີ່ ພະອົງ ໃຫ້ຄວາມສຳຄັນຫຼາຍ. ໃນງານມະຫະກຳກິລາ ໂອແລັມປິກ ລະດູໜາວ ແລະ ລະດູຮ້ອນທຸກຄັ້ງ ສົມເດັດ ພຣະຣາຊາ ອັງຣີ ຈະເຂົ້າຮ່ວມທຸກຄັ້ງ ເພື່ອໃຫ້ກຳລັງໃຈແກ່ນັກກິລາ ປະເທດ ລຸກຊໍາບວກ.
 ຊີວິດຄອບຄົວ
– ສົມເດັດ ພຣະຣາຊາ ອັງຣີ ໄດ້ລວມເອົາຊິວິດຄອບຄົວຂອງພະອົງ ເຂົ້າກັບ ຄວາມຮຽກຮ້ອງຕ້ອງການຂອງພຣະຣາຊະກິດ ໃນຖານະເປັນປະມຸກລັດ.
– ສົມເດັດ ພຣະຣາຊາ ໄດ້ອະພິເສກ ກັບ ສົມເດັດ ພຣະຣາຊິນີ Maria Teresa, ມີອົງຊາຍ ແລະ ອົງຍິງ ທັງໝົດ 5 ພຣະອົງ: 1) ເຈົ້າຊາຍ Charles (ເປັນອົງຣາຊະທາຍາດ); 2) ເຈົ້າຊາຍ Liam ແລະ 3) ເຈົ້າຍິງ Amalia; 4) ເຈົ້າຊາຍ Babriel ແລະ 5) ເຈົ້າຊາຍ Noah.
– ປີ 2010, ສົມເດັດ ພຣະຣາຊາ ໄດ້ຕັດສິນໃຈດັດແກ້ ກົດໝາຍວ່າດ້ວຍຄອບຄົວ ຂອງ ຣາຊະວົງ ລຸກຊໍາບວກ ເພື່ອແນະນໍາໃຫ້ຮູ້ຈັກ ກ່ຽວກັບ ລູກຄົນທຳອິດ ເພື່ອຮັບປະກັນຄວາມເທົ່າທຽມກັນ ລະຫວ່າງ ລູກຊາຍ ແລະ ລູກຍິງ ໃນການຂຶ້ນຄອງຣາຊະບັນລັງ.
 ສິ່ງທີ່ສົນໃຈ ແລະ ກິລາທີ່ມັກ
– ສົມເດັດ ພຣະຣາຊາ ອັງຣີ ມັກອ່ານ ວັນນະຄະດີ, ຟັງເພງຄລາສສິກ, ມັກທຳມະຊາດ ແລະ ກິລາ;
– ກິລາ ທີ່ ສົມເດັດ ມັກ ແມ່ນ ລອຍນໍ້າ, ກິລາເທັນນີສ, ສະກີ ແລະ ສະກີ ທາງນໍ້າ, ຂີ່ເຮືອໃບ ແລະ ຂີ່ລົດຈັກ. ນອກຈາກນັ້ນ, ກໍ່ຍັງມັກອອກໄປລ່າສັດ.
Loading...