ແຈ້ງການເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນວັນທີ 10-13 ຕຸລາ

ເຖິງຜູ້ໂດຍສານທຸກທ່ານ:
ບໍລິສັດລົດໄຟລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານໃນບຸນອອກພັນສາ ແລະ ບຸນຊ່ວງເຮືອທີ່ຈະມາເຖິງນີ້, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກ ສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປກັບ 1 ຄູ່ໃນວັນທີ 10-13 ຕຸລາ 2022.
ຕາຕະລາງແລ່ນລົດໄຟ