ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ກູບາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ແຕ່ວັນທີ 12-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ ສາທາລະນະລັດ ກູບາ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດນະກໍາ ລະຫວ່າງ ປະເທດກໍາລັງພັດທະນາ.
May be an image of 1 person