ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 05-06 ພະຈິກ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
……
ປະຫວັດຫຍໍ້ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (Mr. Khurelsukh UKHNAA), ປະທານາທິບໍດີ ແຫ່ງ ມົງໂກລີ
ຊື່ ແລະ ນາມສະກຸນ: ທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA)
ວັນເດືອນປີເກີດ: 14 ມິຖຸນາ 1968 (ອາຍຸ: 55 ປີ)
ສະຖານະຄອບຄົວ: ແຕ່ງງານແລ້ວ, ລູກ 2 ຄົນ
ການສຶກສາ:
ປີ 1975 – 1985: ໂຮງຮຽນມັດທະຍົມ No. 2 ຂອງເມືອງ Ulaanbaatar.
ປີ 1985 – 1989: ມະຫາວິທະຍາໄລ ປ້ອງກັນປະເທດມົງໂກລີ, ສາຂາ ການເມືອງ.
ປີ 1992 – 1994: ໂຮງຮຽນການປົກຄອງແຫ່ງຊາດ, ສາຂາ ບໍລິຫານລັດ.
ປີ 2000 – 2003: ມະຫາວິທະຍາໄລກົດໝາຍ ມົງໂກລີ, ສາຂາ: ກົດໝາຍ.
ການປະຕິບັດໜ້າທີ່ວຽກງານ:
ປີ 1989 – 1990: ຮອງໜ່ວຍການເມືອງ 152, ກອງທັບປະຊາຊົນມົງໂກລີ.
ປີ 1991 – 1994: ພະນັກງານພະແນກການເມືອງ, ຄະນະສູນກາງພັກປະຕິວັດປະຊາຊົນມົງໂກລີ (ພັກ
MPRP).
ປີ 1994 – 2000: ທີ່ປຶກສານະໂຍບາຍສັງຄົມ, ປະຈໍາກອງເລຂາທິການ ຄະນະພັກ MPRP ໃນລັດຖະ
ສະພາມົງໂກລີ.
ປີ 2000 – 2008: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
ປີ 2004 – 2006: ຄະນະລັດຖະບານ, ລັດຖະມົນຕີ ບໍລິຫານຈັດການພາວະສຸກເສີນ.
ປີ 2006 – 2008: ຄະນະລັດຖະບານ, ລັດຖະມົນຕີ ກວດກາສະເພາະກິດ.
ປີ 2008 – 2012: ເລຂາທິການໃຫຍ່, ພັກປະຊາຊົນມົງໂກລີ (MPP).
ປີ 2012 – 2013: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
ປີ 2014 – 2015: ຄະນະລັດຖະບານ, ຮອງນາຍົກລັດຖະມົນຕີ.
ປີ 2016 – 2017: ຄະນະລັດຖະບານ, ຮອງນາຍົກລັດຖະມົນຕີ.
ປີ 2020 – 2021: ສະມາຊິກສະພາຄູຣານໃຫຍ່ (ລັດຖະສະພາມົງໂກລີ).
ປີ 2017 – 2021: ນາຍົກລັດຖະມົນຕີ ຄົນທີ 30 ແລະ 31 ຂອງມົງໂກລີ.
ປີ 2021 – ປະຈຸບັນ: ປະທານາທິບໍດີ ມົງໂກລີ, ປະທານສະພາຄວາມໝັ້ນຄົງແຫ່ງຊາດ, ຜູ້ບັນຊາການ
ທະຫານສູງສຸດ.
