ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ນາງ ມາຣີສ ເພນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກແມ່ຍິງ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງວັນທີ 24-25 ກຸມພາ 2022 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ທັງເປັນການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ.
ນະຄອນຫລວງວຽງຈັນ 22 ກຸມພາ 2022
ກະຊວງການຕ່າງປະເທດ
Press release of the Ministry of Foreign Affairs
In response to the invitation of H.E. Mr. Saleumxay KOMMASITH, Minister of Foreign Affairs of the Lao People’s Democratic Republic, the Honourable Marise PAYNE, Minister for Foreign Affairs and Minister for Women of Australia and her entourages will pay an official visit to the Lao PDR on 24-25 February 2022 to further strengthen the long-lasting friendly relations and good cooperation and to celebrate the 70th Anniversary of the establishment of diplomatic relations between the Lao People’s Democratic Republic and Australia.
Vientiane, 22 February 2022
Ministry of Foreign Affairs
ຊີວະປະຫວັດຫຍໍ້ ຂອງ ສະມາຊິກສະພາສູງ ພະນະທ່ານ ເມລີສ ເພນ
ທ່ານ ນາງ ເມລິສ ເພນ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດອົດສະຕຣາລີ ໃນວັນທີ 28 ສິງຫາ 2018 ແລະ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີວຽກງານແມ່ຍິງ ໃນເດືອນ ພຶດສະພາ ປີ 2019. .
ທ່ານໄດ້ເປັນສະມາຊິກສະພາສູງຂອງ ລັດ NSW ຕັ້ງແຕ່ປີ 1997, ທ່ານໄດ້ກາຍເປັນສະມາຊິກສະພາສູງເພດຍິງ ທີ່ຍາວນານທີ່ສຸດ ແລະ ເປັນສະມາຊິກສະພາເພດຍິງ ທີ່ເຮັດວຽກຢູ່ໃນສະພາຍາວນານຕໍ່ເນື່ອງທີ່ສຸດໃນປະຫວັດສາດຂອງປະເທດອົດສະຕຣາລີ. ທ່ານເປັນອາດີດລັດຖະມົນຕີກະຊວງບໍລິການປະຊາຊົນ, ໄດ້ເປັນລັດຖະມົນຕີເງົາຂອງຫຼາຍກະຊວງ, ແລະ ເປັນຄະນະປະຈຳກຳມະທິການສະພາແຫ່ງຊາດການຕ່າງປະເທດ, ກຳມະທິການປ້ອງກັນປະເທດ ແລະ ກຳມະທິການການຄ້າ ເປັນໄລຍະເວລາ 12 ປີ.
ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນກັນຍາ 2015 ເຖິງເດືອນສິງຫາ ປີ 2018.. ໃນໄລຍະາດັ່ງກ່າວ, ທ່ານໄດ້ນຳພາການສ້າງຍຸດທະສາດເອກະສານປົກຂາວດ້ານການປ້ອງກັນປະເທດ ປີ 2016, ສ້າງແຜນການລົງທຶນແບບປະສົມປະສານ, ແລະ ນະໂຍບາຍອຸດສາຫະກໍາປ້ອງກັນປະເທດ. ທ່ານໄດ້ຊີ້ນຳວຽກງານການປ່ຽນໃໝ່ດ້ານການເສີມສ້າງຄວາມອາດສາມາດຂອງກອງກຳລັງປ້ອງກັນປະເທດອົດສະຕຣາລີ ແລະ ໄດ້ນຳພາການເສີມຂະຫຍາຍໂຄງການການຮ່ວມສາກົນຕ່າງໆ ກັບບັນດາປະເທດພັນທະມິດ ແລະ ບັນດາປະເທດຄູ່ຮ່ວມມືຕ່າງໆ.
ທ່ານໄດ້ເປັນສະມາຊິກຂອງພັກ Liberal Party ຕັ້ງແຕ່ປີ 1982, ເຊິ່ງຮັບຫນ້າທີ່ເປັນຜູ້ບໍລິຫານ ຂອງລັດ NSW ເປັນເວລາ 10 ປີ, ແລະ ເປັນປະທານເພດຍິງຄົນທໍາອິດຂອງ ຊາວຫນຸ່ມ ພັກ Liberal Party.
ທ່ານ ລັດຖະມົນຕີ ໄດ້ຈົບການສຶກສາລະດັບ ປະລິນຍາຕີ ດ້ານກົດຫມາຍ ແລະ ປະລິນຍາຕີ ດ້ານສີລະປະ ສັງຄົມ ຈາກມະຫາວິທະຍາໄລ NSW.
ທ່ານ ລັດຖະມົນຕີ ແລະ ຄອບຄົວ ທ່ານ Stuart Ayres, ເຊິ່ງເປັນລັດຖະມົນຕີ ຈຳປະຈຳລັດ NSW ສໍາລັບ ນະຄອນຊີດນີ ຕາເວັນຕົກ, WestConnex ແລະ ກິລາ, ອາໄສຢູ່ນະຄອນຊີດນີ.
Marise Payne was appointed Australia’s Minister for Foreign Affairs in August 2018 and Minister for Women in May 2019.
A Senator for NSW since 1997, on 18 February 2022 she became the longest serving female senator and longest serving female parliamentarian in Australian history. She is a former Minister for Human Services, has held several shadow ministries, and has been a member of the parliamentary Joint Standing Committee on Foreign Affairs, Defence and Trade for 12 years.
The Senator was Minister for Defence from September 2015 to August 2018. In this time, she delivered the 2016 Defence White Paper, the Integrated Investment Plan, and Defence Industry Policy Statement. She oversaw a major renewal of the Australian Defence Force’s capabilities and led the organisation’s increased international engagement program with allies and partners.
She has been a member of the Liberal Party since 1982, serving on the NSW State Executive for 10 years, and was the Young Liberals’ first female President.
The Minister holds a Bachelor of Laws and a Bachelor of Arts from the University of NSW.
She and her partner, NSW Minister for Western Sydney, WestConnex and Sport, Stuart Ayres, live in western Sydney.