ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ, ພະນະທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມທາງການ ສປປ ລາວ ໃນລະຫວ່າງວັນທີ 28-29 ສິງຫາ 2021.
ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2021
ກະຊວງການຕ່າງປະເທດ
Press release of the Ministry of Foreign Affairs
To further enhance and deepen the friendly relations and good cooperation between the Lao PDR and the Republic of Korea, H.E. Mr. Chung Eui-yong, Minister of Foreign Affairs of the Republic of Korea and delegates will pay an official visit to the Lao PDR on 28-29 August 2021.
Vientiane, 24 August 2021
Ministry of Foreign Affairs
ປະຫວັດຫຍໍ້
ທ່ານ ຈອງ ອຸຍຢອງ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ
ວັນ ເດືອນ ປີເກີດ: 14 ເມສາ 1946
ການສຶກສາ:
• ທັນວາ 2010 ປະລິນຍາເອກກິຕິມະສັກ ສາຂາວິທະຍາສາດການເມືອງ, ສະຖາບັນກະສັດແຫ່ງກຳປູເຈຍ, ພະນົມເປນ, ກໍາປູເຈຍ.
• ມິຖຸນາ 1981 ປະລິນຍາໂທ ສາຂາການບໍລິຫານພາກລັດ, ມະຫາວິທະຍາໄລ ຮາເວີດ, ລັດ ມາຊາຕູແຊັດ, ສະຫະລັດອາເມລິກາ.
• ກຸມພາ 1968 ປະລິນຍາຕີ ສາຂາພົວພັນສາກົນ, ມະຫາວິທະຍາໄລເຊອຸນ,
ນະຄອນຫລວງເຊອູນ, ສ. ເກົາຫລີ.
ປະສົບການເຮັດວຽກ:
• ກຸມພາ 2021 ລັດຖະມົນຕີກະຊວງການຕ່າງປະເທດ.
• ກໍລະກົດ 2020 ທີ່ປຶກສາພິເສດປະທານາທິບໍດີວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ.
• ພຶດສະພາ 2017 ຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ປະທານຄະນະປະຈໍາສະພາຄວາມໝັ້ນຄົງແຫ່ງຊາດ.
• ທັນວາ 2009 ປະທານຮ່ວມຄະນະປະຈຳ ແລະ ເລຂາທິການໃຫຍ່ຂອງກອງປະຊຸມສາກົນຂອງພັກການເມືອງອາຊີ.
• ມິຖຸນາ 2004 ສະມາຊິກສະພາແຫ່ງຊາດ ຊຸດທີ 17.
• ມັງກອນ 2001 ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ກອງເລຂາສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ທີ່ ນະຄອນເຊີແນວ, ສະວິດເຊີແລນ.
• ເມສາ 1998 ຮອງລັດຖະມົນຕີການຄ້າ, ກະຊວງການຕ່າງປະເທດ ແລະ ການຄ້າ (MOFAT).
• ມັງກອນ 1997 ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈຳ ອິດສະລາແອນ.
• ມັງກອນ 1995 ອັກຄະລັດຖະທູດ, ສະຖານທູດ ສ. ເກົາຫລີ ປະຈຳ ສະຫະລັດອາເມລິກາ.
• ສິງຫາ 1993 ຫົວໜ້າກົມການຄ້າສາກົນ, ກະຊວງການຕ່າງປະເທດ.
• ກໍລະກົດ 1991 ອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາ ສະຫະພາບເອີຣົບ, ບຣຸກແຊນ, ແບນຊິກ.
• ທັນວາ 1989 ໂຄສົກກະຊວງການຕ່າງປະເທດ.
• ກຸມພາ 1989 ຮອງຫົວໜ້າກົມວິເຄາະຂໍ້ມູນ, ກະຊວງການຕ່າງປະເທດ.
• ມັງກອນ 1986 ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະຈຳ ສະຫະລັດອາເມລິກາ.
• ພຶດສະພາ 1984 ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະຈຳ ຣາຊະອານາຈັກໄທ.
• ກໍລະກົດ 1982 ຫົວໜ້າພະແນກນະໂຍບາຍການຄ້າ, ກົມການຄ້າສາກົນ,
ກະຊວງການຕ່າງປະເທດ.
• ມິຖຸນາ 1974 ເລຂາຕີ, ສະຖານທູດ ສ.ເກົາຫລີ ປະຈຳ ການາດາ.
• ມີນາ 1972 ເຂົ້າເຮັດວຽກ ຢູ່ ກະຊວງການຕ່າງປະເທດ.
• ພະຈິກ 1971 ຜ່ານການສອບເສັງດ້ານວຽກງານການທູດລະດັບສູງ.
ຮັບການຍ້ອງຍໍ:
• ມັງກອນ 2006 ຫຼຽນກຽດຕິຍົດ Bernado O’Higgins, ສ.ຊີລີ.
• ພຶດສະພາ 2005 ການຍ້ອງຍໍພິເສດທີ່ໄດ້ປະກອບສ່ວນຕໍ່ວຽກງານການທູດຂອງລັດຖະສະພາ ຈາກ ປະທານສະພາແຫ່ງຊາດ.
• ກັນຍາ 2004 ຫຼຽນກຽດຕິຄຸນ ຂັ້ນ2 (ສາຍສະພາຍສີເຫຼືອງ).