ໃນວັນທີ 15 ພຶດສະພາ 2023, ບໍລິສັດລົດໄຟລາວ-ຈີນ ຈໍາກັດ ແລະ ບໍລິສັດ UnionPay International (UPI) ໄດ້ຮ່ວມກັນຈັດໂປຼໂມຊັ່ນສ່ວນຫຼຸດ 5% ຫຼັງຈາກຊື້ປີ້ອອນໄລນ໌ຜ່ານ UnionPay, ໂດຍກິດຈະກຳຈະເລີ່ມແຕ່ວັນທີ 15 ພຶດສະພາ ຫາ ວັນທີ 15 ສິງຫາ 2023 ເພື່ອອຳນວຍຄວາມສະດວກໃນການຊື້ປີ້ອອນໄລນ໌ໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ຜ່ານ LCR TICKET APP ແລະ ເປັນການມອບສິດທິພິເສດໃຫ້ແກ່ລູກຄ້າທີ່ນໍາໃຊ້ທາງລົດໄຟລາວ-ຈີນ, ເຊິ່ງຜູ້ໂດຍສານທີ່ຊື້ປີ້ຈະໄດ້ຮັບສ່ວນຫຼຸດສູງສຸດ 15 ຄັ້ງຕະຫຼອດໄລຍະເວລາທີ່ມີໂປຼໂມຊັ່ນ ແລະ ຍັງສາມາດໄດ້ຮັບສ່ວນຫຼຸດສູງສຸດເຖິງ 2 ຄັ້ງຕໍ່ມື້, ຮີບພາກັນມາໃຊ້ບໍລິການເດີ ມາກ່ອນ ໄດ້ຮັບສິດກ່ອນ.
ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ເປີດບໍລິການລົດໄຟຂ້າມແດນ, ເພື່ອຄວາມສະດວກໃນການຊື້ປີ້ຂອງຜູ້ໂດຍສານ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ແລະUnionPay International ໄດ້ປະກາດວ່າສາມາດນຳໃຊ້ UnionPay ໃນການຊື້ປີ້ໃນ LCR TICKET APP ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ.
ທ່ານຈ່າງ ຈ້ຽນທາວ ຫົວໜ້າຝ່າຍບໍລິຫານການເງິນຂອງບໍລິສັດທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: “ພວກເຮົາມີຄວາມຍິນດີຫຼາຍທີ່ໄດ້ຮ່ວມມືກັບ UnionPay ໃນການຈັດກິດຈະກໍາໃນຄັ້ງນີ້, ເພື່ອຮັບໃຊ້ລູກຄ້າຢ່າງເຕັມທີ່ ພວກເຮົາໄດ້ພັດທະນາ APP ນີ້ເພື່ອໃຫ້ລູກຄ້າໄດ້ມີຕົວເລືອກໃນການຊື້ປີ້ທີ່ຫຼາກຫຼາຍ ແລະ ອຳນວຍຄວາມສະດວກໃຫ້ລູກຄ້າໃຫ້ດີທີ່ສຸດ. ພວກເຮົາຫວັງວ່າໂດຍຜ່ານໂປຼໂມຊັ່ນ ແລະ ການເຜີຍແຜ່ວິດີໂອສອນກ່ຽວກັບການຈ່າຍເງິນຜ່ານ UnionPay ໃນຄັ້ງນີ້ ຈະຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວສາມາດຊື້ປີ້ຜ່ານ LCR TICKET ເຊິ່ງເປັນ APP ທີ່ປອດໄພ ແລະ ມີຟັງຊັ່ນໃນການຊື້ປີ້ຫຼາກຫຼາຍເຊັ່ນ: ການປ່ຽນແປງປີ້, ຖອນປີ້, ກວດເບິ່ງລາຄາປີ້, ສະແກນ QR Code ເພື່ອເຂົ້າ-ອອກສະຖານີ ໄດ້ຢ່າງສະດວກສະບາຍຫຼາຍຂຶ້ນ.”
ນອກຈາກນີ້ທ່ານ Arthur Liu ຫົວຫນ້າຝ່າຍການຕະຫຼາດ UnionPay International ຂອງລາວ ແລະ ຫວຽດນາມ ຍັງໄດ້ກ່າວຕື່ມວ່າ:“ໂປໂມຊັ່ນນີ້ແມ່ນຈັດຂຶ້ນເພື່ອສົ່ງເສີມໃຫ້ລູກຄ້າສາມາດຊື້ປີ້ອອນໄລນ໌ຜ່ານ LCR TICKET APP ໂດຍຜ່ານ UnionPay, ບັດເດບິດ ແລະ ບັດເຄຣດິດ. ພວກເຮົາໄດ້ຜະລິດວິດີໂອສັ້ນແນະນໍາວິທີນຳໃຊ້ UnionPay ໃນການຊື້ປີ້ໃນ LCR TICKET APP ໂດຍຜ່ານພຽງສອງສາມຂັ້ນຕອນງ່າຍໆພຽງເທົ່ານັ້ນ.”
