ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຊົມເຊີຍ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ
(13 ສິງຫາ 1960-13 ສິງຫາ 2020) ຢ່າງສຸດໃຈ

ແຈ້ງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈຳເດືອນມີນາ 2020 – ເນັ້ນປຶກສາຫາລື ວຽກແກ້ໄຂການແຜ່ລະບາດຂອງ ໂຄວິດ-19

ໃນວາລະທຳອິດຂອງການດຳເນີນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມີນາ 2020 ທີ່ຖືກຈັດຂຶ້ນໃນວັນທີ 18 ມີນາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ ແມ່ນໄດ້ພ້ອມກັນສຸມໃສ່ການຄົ້ນຄວ້າ, ການພິຈາລະນາ ແລະ ການປະກອບຄຳຄິດເຫັນ ເພື່ອຕີລາຄາສະພາບ ແລະ ກຳນົດມາດຕະການໃໝ່ເພີ່ມຕື່ມໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 (covid-19).

ຜ່ານການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຂອງສະມາຊິກລັດຖະບານ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ຕໍ່ເນື້ອໃນ ແລະ ການກຳນົດມາດຕະການໃໝ່ຈຳນວນໜຶ່ງ ດັ່ງທີ່ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫຼຸບສັງລວມ ໃນຕອນທ້າຍຂອງກອງປະຊຸມ ດັ່ງນີ້ຄື:
ຕໍ່ສະພາບຄວາມເປັນຈິງ ຂອງການລະບາດ ເຫັນວ່າ: ການລະບາດຂອງເຊື້ອພະຍາດ ໂຄວິດ-19 (covid-19) ເລີ່ມຕົ້ນຂຶ້ນຢູ່ ເມືອງ ອູຮັ່ນ, ແຂວງຫູເປີຍ, ສປ ຈີນ ແຕ່ທ້າຍປີ 2019; ມາຮອດໄລຍະນີ້ ສປ ຈີນ ສາມາດຈຳກັດການລະບາດໄດ້ແລ້ວ ແລະ ຍັງໄດ້ໄປຊ່ວຍເຫຼືອປະເທດອື່ນທີ່ກຳລັງມີການລະບາດ ຊຶ່ງປະຈຸບັນສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 (covid-19) ໄດ້ຂະຫຍາຍຕົວເປັນວົງກວ້າງ ໃນຫຼາຍປະເທດຢູ່ພາກພື້ນ ແລະ ໃນທົ່ວໂລກ; ຮ້າຍແຮງໄປກ່ວາໝູ່ແມ່ນຢູ່ປະເທດເອີຣົບ (ອີຕາລີ, ສະເປນ, ຝຮັ່ງ) ແລະ ປະເທດອີຣັງ.
ອີງຕາມຂໍ້ມູນສະຖິຕິ ມາຮອດ ເວລາ 06:00 ໂມງ (ເຊົ້າ) ຂອງວັນທີ 18 ມີນາ, ມີຫຼາຍກວ່າ 165 ປະເທດທີ່ມີການແຜ່ລະບາດ, ມີກໍລະນີຢັ້ງຢືນຜູ້ຕິດເຊື້ອແລ້ວ 199,092 ກໍລະນີ, ເສຍຊິວິດ 7,966 ກໍລະນີ, ປົວດີແລ້ວ 81.109 ຄົນ. ໃນວັນທີ 12 ມີນາ 2020 ນີ້ ອົງການອະນາໄມໂລກ ໄດ້ປະກາດພາວະສຸກເສີນທາງດ້ານສາທາລະນະສຸກ ເພາະມັນເປັນການລະບາດໃຫ່ຍ (pandemic) ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກຈົ່ງຍົກລະດັບມາດຕະການເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການລະບາດ ແລະ ການໂຕ້ຕອບ.

ສ່ວນສະພາບການຢູ່ ສປປ ລາວ, ເຖິງແມ່ນວ່າໃນປະຈຸບັນ ຈະຍັງບໍ່ທັນກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 (covid-19) ເທື່ອ, ແຕ່ປະເທດເຮົາ ກໍ່ຍັງມີຄວາມສ່ຽງສູງຍ້ອນວ່າ ປະເທດເຮົາມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ດັ່ງນັ້ນ ເຖິງຈະຍັງບໍ່ທັນກວດພົບຜູ້ຕິດເຊື້ອເທື່ອ, ລັດຖະບານ ກໍ່ໄດ້ສຸມໃສ່ບັນດາມາດຕະການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມໃນຫຼາຍດ້ານ ເພື່ອຮັບມືກັບສະພາບການ ແລະ ກໍລະນີທີ່ສາມາດກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.


ເລີ່ມແຕ່ເດືອນ ມັງກອນ ປີ 2020 ເປັນຕົ້ນມາ, ລັດຖະບານ ໄດ້ປະຕິບັດບາງມາດຕະການ ເພື່ອສະກັດກັ້ນ ແລະ ປ້ອງກັນ ແຕ່ຫົວທີ ເປັນຕົ້ນ:
1. ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ໂດຍມີທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະສະເພາະກິດ ດັ່ງກ່າວ ແລະ ປະກອບຄະນະຈາກພາກສ່ວນກ່ຽວຂ້ອງ. ຄະນະສະເພາະກິດດັ່ງກ່າວ ໄດ້ປະຕິບັດວຽກງານດ້ວຍຄວາມຮັບຜິດ ຊອບສູງຫຼາຍຢ່າງ, ໃນນັ້ນ ລວມເຖິງ:
– ໂຄສະນາເຜີຍແຜ່ໃຫ້ສັງຄົມ ກໍ່ຄືປະຊາຊົນເຂົ້າໃຈກ່ຽວກັບໄພອັນຕະລາຍ ແລະ ວິທີປ້ອງກັນເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດດັ່ງກ່າວ;
– ເຂັ້ມງວດກັ່ນກອງຜູ້ເດີນທາງເຂົ້າມາໃນ ສປປ ລາວ ໂດຍການກວດອຸ່ນຫະພູມ ແລະ ຄັດແຍກຜູ້ສົງໃສຕິດເຊື້ອ ເພື່ອຫຼີກລຽງຄວາມສ່ຽງຈາກການແຜ່ລະບາດຂອງພະຍາດ;
– ກວດສຸຂະພາບຂອງຜູ້ທີ່ຕົກຢູ່ໃນກໍລະນີສົງໃສ ເພື່ອຢັ້ງຢືນການບົ່ງມະຕິພະຍາດ;
– ກຽມຄວາມພ້ອມຂອງໂຮງໝໍ ເພື່ອຮອງຮັບການແຍກປ່ຽວຜູ້ສົງໃສຕິດເຊື້ອ ແລະ ຄຸ້ມຄອງກໍລະນີ ຖ້າມີຜູ້ຕິດເຊື້ອ;
– ຝືກອົບຮົມຍົກລະດັບຄວາມຮູ້ໃຫ້ແພດໝໍ ແລະ ພະນັກງານ ແລະ ຝືກເຫດການຈຳລອງຕອບໂຕ້ສະຖານະການຕ່າງໆ ແລະ ອື່ນໆ.
2. ລັດໄດ້ຈັດສັນງົບປະມານ ເພື່ອຈັດຊື້ຜ້າປິດປາກ-ປິດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດທີ່ຈຳເປັນຈຳນວນໜື່ງ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.
3. ໄດ້ອອກມາດຕະການຄຸ້ມຄອງລາຄາຜ້າປິດປາກ-ປິດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດ ໂດຍໄດ້ກຳນົດໃຫ້ເປັນສິນຄ້າຄວບຄຸມ.
4. ໄດ້ມອບໃຫ້ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ຈັດສຳມະນາປືກສາຫາລື ກັບຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ກ່ຽວກັບຜົນກະທົບຂອງ ໂຄວິດ-19 (covid-19) ແລະ ສະເໜີມາດຕະການທາງດ້ານເສດຖະກິດ ເພື່ອຮັບມືກັບຜົນກະທົບດັ່ງກ່າວ.
ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ-19 (covid-19) ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ, ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ, ລັດຖະບານເຮົາ ຈະສືບຕໍ່ປະຕິບັດ ມາດຕະການຜ່ານມາ ທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມ ຕາມການຕົກລົງເຫັນດີໃນກອງປະຊຸມ ດັ່ງນີ້:
1. ມາດຕະການສະກັດກັ້ນ:
1) ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ. ສ່ວນດ່ານສາກົນ ໃຫ້ເບິ່ງຄວາມຮັບປະກັນຮອບດ້ານ ໃນນັ້ນລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານ ໃນການກວດກາ, ກັ່ນກອງຫາຜູ້ຕິດເຊື້ອພະຍາດ ຢ່າງໄດ້ມາດຕະຖານ ຈຶ່ງອະນຸຍາດໃຫ້ເປີດ, ໃຫ້ເຂົ້າ-ອອກປົກກະຕິ ໄດ້;
2) ໂຈະການອອກວີຊາກັບດ່ານທຸກປະເພດ, ລວມທັງ ອີ-ວີຊາ (E-Visa) ແລະ ການອອກວີຊາທ່ອງທ່ຽວ ສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວແລ້ວ ກໍ່ຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ. ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວີຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາ ໃໝ່ຂອງລັດຖະບານ.
3) ຫຼີກລ່ຽງການເດີນທາງໄປຕ່າງປະເທດ ໃນໄລຍະນີ້ ຂອງ ພົນລະເມືອງລາວ, ໂດຍສະເພາະ ການເດີນທາງ ດ້ວຍຍົນ ແລະ ພະຫະນະ ທີ່ມີຄົນຫຼາຍ.
4) ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ກໍລະນີມີອາການໄຂ້ ຕ້ອງຕິດຕໍ່ຫາໝໍ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງໂດຍດ່ວນ (ລາຍລະອຽດ ໄດ້ກຳນົດໄວ້ໃນໜັງສືແຈ້ງການ ຂອງຄະນະສະເພາະກິດ ສະບັບເລກທີ 12/ສພກ, ລົງວັນທີ 16 ມີນາ 2020).
5) ຫຼີກລ່ຽງການໂຮມຊຸມນຸມໃຫ່ຍ ທີ່ມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເປັນຕົ້ນ: ງານບຸນປະເພນີຕ່າງໆ, ງານວາງສະແດງສິນຄ້າ, ງານແຂ່ງຂັນກິລາ, ງານດອງ, ບັນດາກິດຈະກຳຕ່າງໆໃນການສະເຫຼີມສະຫຼອງບຸນປີໃໝ່ ລາວ ແລະ ອື່ນໆ.
6) ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານນວດ, ສ່ວນກິດຈະການອື່ນໆ ແມ່ນສາມາດດໍາເນີນໄດ້ປົກກະຕິ ແຕ່ໃຫ້ບັນດາເຈົ້າຂອງກິດຈະການ ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນ ແມ່ນການກວດອຸ່ນຫະພູມ ແລະ ສະໜອງນໍ້າຢາລ້າງມື ໃຫ້ລູກຄ້າ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນ.
7) ປິດໂຮງຮຽນ ແຕ່ໂຮງລ້ຽງເດັກ, ອະນຸບານ, ປະຖົມສຶກສາ, ມັດທະຍົມ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນທົ່ວປະເທດ ຊົ່ວຄາວ ຈົນກວ່າຈະມີການປ່ຽນແປງ; ພ້ອມກັນນັ້ນ ກໍ່ໃຫ້ສົມທົບກັບບັນດາໂຮງຮຽນ ເພື່ອຮີບຮ້ອນຄົ້ນຄວ້າປືກສາຫາລື ເພື່ອກຳນົດນະໂຍບາຍ ຫລື ຄໍາແນະນໍາໃນການສົ່ງເສີມວິທີການຮຽນ-ການສອນ ໂດຍຜ່ານລະບົບອອນລາຍ, ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວິທີການອື່ນໆ ໃຫ້ນັກຮຽນ-ນັກສຶກສາ.
8) ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດທີ່ມີຄວາມສ່ຽງໃນນັ້ນ ລວມເຖິງແຮງງານລາວ ແລະ ນັກສຶກສາລາວ ທີ່ຈະເດີນທາງກັບລາວ ໃນໂອກາດບຸນປີໃໝ່ລາວປີນີ້ (ກ່ຽວກັບແຮງງານລາວ ຈະມີການແນະນຳລະອຽດຕ່າງຫາກ).
9) ແນະນຳໃຫ້ຄົນລາວ ທີ່ອາໃສຢູ່ຕ່າງປະເທດ ເລື່ອນການເດີນທາງກັບປະເທດ ຈົນກວ່າສະຖານະການລະບາດທົ່ວໂລກຈະດີຂຶ້ນ.
2. ມາດຕະການປ້ອງກັນ:
1) ປັບປຸງສູນຂໍ້ມູນຂ່າວສານ ທີ່ຂື້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເພື່ອແລກປ່ຽນ, ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະພາບການລະບາດ ຂອງເຊື້ອພະຍາດ ໂຄວິດ-19 (covid-19) ຢູ່ພາຍໃນ, ພາກພື້ນ ແລະ ໃນໂລກ;
2) ໂຄສະນາເຜີຍແຜ່ຂໍ້ມູນ ເພື່ອໃຫ້ສັງຄົມ ກໍ່ຄືປະຊາຊົນ ຮູ້ຈັກ ແລະ ເຂົ້າໃຈເປັນເອກະພາບ ກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ; ພ້ອມທັງເຜີຍແຜ່ຄໍາແນະນຳກ່ຽວກັບວິທີປ້ອງກັນ, ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ;
3) ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລ່ຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດ, ເປັນຕົ້ນແມ່ນ ການຫຼີກລ່ຽງການເດີນທາງໄປຕ່າງປະເທດ, ຫຼີກລ່ຽງການໄປບ່ອນທີ່ມີຄວາມສ່ຽງ, ບ່ອນທີ່ມີຄົນແອອັດ, ຖ້າມີຄວາມຈຳເປັນຕ້ອງໄປ ກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ໜ້າກາກອັດປາກ, ລ້າງມືດ້ວຍນໍ້າຢາ ແລະ ສະບູ ເລື້ອຍໆ, ກິນຢູ່ ຖືກຕາມຫຼັກອະນາໄມ ແລະ ອື່ນໆ ຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.
3. ມາດຕະການປິ່ນປົວ ກໍລະນີກວດພົບຜູ້ຕິດເຊື້ອ:
1) ກຳນົດສະຖານທີ່ໃນການປິ່ນປົວຜູ້ຕິດເຊື້ອໄວ້ ໂດຍຢູ່ນະຄອນຫຼວງວຽງຈັນແມ່ນກໍານົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ, ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກໆແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ;
2) ກະກຽມພະນັກງານແພດໝໍໄວ້ ໃຫ້ພຽງພໍ ພ້ອມທັງໃຫ້ມີການຝຶກອົບຮົມວິທີການຮັບມືຕົວຈິງ ໃຫ້ລະອຽດ, ພ້ອມກັນນັ້ນ ກໍ່ໃຫ້ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍ ທີ່ມີຄວາມຊຳນານ ຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ ກໍລະນີມີຄວາມຈໍາເປັນ;
3) ກໍານົດຄວາມຕ້ອງການທາງດ້ານເຄື່ອງມື ແລະ ອຸປະກອນ ພ້ອມທັງສະເໜີແຜນຈັດຊື້ແຮໄວ້ ໂດຍສະເພາະໜ້າກາກອະນາໄມ, ນໍ້າຢາລ້າງມື, ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆ ທີ່ຈຳເປັນ. ອຸປະກອນເຄື່ອງມືໃດກໍ່ດີທີ່ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ກໍ່ໃຫ້ຮີບຮ້ອນສະເໜີໃຫ້ລັດຖະບານພິຈາລະນາ;
4) ໃຫ້ກະກຽມ ຢາປົວ ແຮໄວ້ໃນກໍລະນີມີການຄົ້ນພົບວັກຊິນ ແລະ ຢາປິ່ນປົວໃໝ່ ທີ່ມີປະສິດທິພາບ ຈາກຕ່າງປະເທດ, ກໍ່ໃຫ້ຮີບຮ້ອນປະສານ ເພື່ອຂໍຊື້ ຫລື ແບ່ງປັນ ຈາກປະເທດເພື່ອນມິດ ເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ.
4. ມາດຕະການຕິດຕາມ, ກວດກາ, ເຝົ້າລະວັງ ແລະ ປະເມີນສະພາບການ:
1) ໃຫ້ປັບປຸງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ໂດຍປັບປຸງພາລະບົດບາດ ແລະ ເພີ່ມບາງຂະແໜງການ ທີ່ກ່ຽວຂ້ອງ ທີ່ຍັງບໍໍ່ຄົບເຂົ້າຕື່ມ;
2) ປັບປຸງ ແລະ ຍົກລະດັບສູນຂໍ້ມູນຂ່າວສານ ໂຄວິດ-19 (covid-19) ເພື່ອໃຫ້ສາມາດປະສານງານ, ແລກປ່ຽນຂໍ້ມູນ, ສັງລວມຂໍ້ມູນ, ກວດກາຄວາມຊັດເຈນຂອງຂໍ້ມູນ ແລະ ແຈ້ງຂ່າວກ່ຽວກັບການລະບາດ, ການສະກັດກັ້ນ, ການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດດັ່ງກ່າວຢ່າງຊັດເຈນ ແລະ ທັນການ ລວມທັງການສ້າງເວັບໄຊ ເພື່ອເປັນເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂອງຄະນະສະເພາະກິດ ເພື່ອແຈ້ງຂ່າວ, ເປັນເຄື່ອງມືໃນການປະສານງານ, ປຶກສາຫາລື, ສັງລວມຂໍ້ມູນທີ່ສຳຄັນ ຈາກພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ຕໍ່ສະພາບການລະບາດດັ່ງກ່າວ. ອັນສຳຄັນແມ່ນເວັບໄຊ ທີ່ສ້າງຂຶ້ນຂອງຄະນະສະເພາະກິດນັ້ນ ແມ່ນເພື່ອຕິດຕາມ ແລະ ແຈ້ງຂ່າວ ກ່ຽວກັບສະພາບການ ແລະ ມາດຕະການຕ່າງໆ ທີ່ເປັນທາງການ ເພື່ອແກ້ຂໍ້ຂ້ອງໃຈ ແລະ ສະກັດກັ້ນຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ມາປັ່ນປ່ວນຕໍ່ສັງຄົມ.
5. ມາດຕະການທາງດ້ານເສດຖະກິດ:
ລັດຖະບານໄດ້ມອບໃຫ້ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະ ນໍາພາການຄົ້ນຄວ້າ ປະເມີນຜົນກະທົບຂອງ ໂຄວິດ-19 (covid-19) ຕໍ່ເສດຖະກິດ ແລະ ມາດຕະການແກ້ໄຂຮ່ວມກັບຂະແໜງການ ແລະ ພາກທຸລະກິດ ເຊິ່ງໄດ້ສະເໜີຕໍ່ກອງປະຊຸມລັດຖະບານໃນວັນທີ 19 ມີນາ 2020.
6. ມາດຕະການທົ່ວໄປ:
1) ປຸກລະດົມທົ່ວສັງຄົມ ກໍ່ຄືປະຊາຊົນ ບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລ່ຽງພືດຕິກໍາ ທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫລາຍຂຶ້ນ, ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງ ອຸປະໂພກ-ບໍລິໂພກ ແລະ ວິພາກວິຈານ ທີ່ບໍ່ຖືກກັບຄວາມເປັນຈິງ. ພ້ອມກັນນີ້, ຈະມີມາດຕະການເຄັ່ງຄັດ ຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າ ໂດຍສະເພາະແມ່ນສິນຄ້າທີ່ຈຳເປັນ ເປັນຕົ້ນແມ່ນ : ໜ້າກາກອານາໄມ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ.
2) ເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງທາງສື່ສັງຄົມອອນລາຍ ແລະ ສື່ອື່ນໆ;
3) ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ທີ່ຄາດວ່າຈະມີການຂາດແຄນ ມີການຈຳກັດການສົ່ງອອກຈາກປະເທດອື່ນ, ໂດຍຖືວິກິດອັນນີ້ ໃຫ້ເປັນໂອກາດໃນການເພີ່ມທະວີຄວາມສາມາດໃນການກຸ້ມຕົນເອງ ແລະ ເພິ່ງຕົນເອງ ດັ່ງທີ່ເຮົາມີມູນເຊື້ອຜ່ານມາ;
4) ສືບຕໍ່ການປະສານງານແລກປ່ຽນຂໍ້ມູນຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອຈາກສາກົນ ໂດຍສະເພາະ ໃນດ້ານທີ່ພວກເຮົາຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ.

ທ່ານ ນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ມາດຕະການທີ່ກ່າວມານັ້ນ ຈະຖືກທົບທວນ ແລະ ປັບປຸງ ໂດຍອີງໃສ່ຂໍ້ມູນໃໝ່ທາງວິທະຍາສາດ ແລະ ການຜັນແປຂອງສະພາບການຕົວຈິງ ບົນພື້ນຖານການປະສານງານ, ຄົ້ນຄວ້າ ແລະ ປຶກສາຫາລືກັບຊ່ຽວຊານ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ຄໍາຄິດເຫັນຂອງສັງຄົມ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນໃນທົ່ວສັງຄົມ ເປັນເຈົ້າການ ໃນການຜັນຂະຫຍາຍເປັນມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍ່ໃຫ້ຄະນະສະເພາະກິດຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫລື ແກ້ໄຂໃຫ້ແທດກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.