ແຈ້ງເຕືອນຝົນຕົກໜັກ ໃນວັນທີ 6-9 ກໍລະກົດ 2021 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເລກທີ 0790/ກອຕທ ລົງວັນທີ 6 ກໍລະກົດ 2021 ນີ້, ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ລົງຫາ ພາກກາງຂອງປະເທດລາວ ປ່ອງໃສ່ພາຍຸ ດີເປຊັນ ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ຫາ ຕອນເທິງ ແລະ ມີຄວາມເປັນໄປໄດ້ທີ່ຈະຜ່ານພາກເໜືອຂອງ ສສ ຫວຽດນາມ, ຊຶ່ງຈະເຮັດປະເທດລາວ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້.