ແຈ້ງເຖິງພີ່ນ້ອງປະຊາຊົນລາວທີ່ຢູ່ລຽບ ເສັ້ນທາງລົດໄຟລາວຈີນ.
ໃນໄລຍະນີ້ ແມ່ນໄລຍະເລີ່ມມີການຈູດໄຮ່ຢູ່ຕາມແຕ່ລະທ້ອງຖິ່ນຂອງລາວ, ໂດຍສະເພາະ ທາງລົດໄຟລາວ-ຈີນ ກໍເປັນເສັ້ນທາງທີ່ລຽບ ຕາມແມ່ນຳ້ລຳທານ ແລະ ພູຜາປ່າໄມ້ຈາກພາກກາງໄປເຖິງພາກເໜືອສຸດຂອງລາວ, ເຊິ່ງບໍລິເວນສອງຟາກຂອງທາງລົດໄຟຫຼາຍຈຸດກໍຕິດກັບພື້ນທີ່ຈູດໄຮ່ຂອງປະຊາຊົນ, ເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຂຶ້ນ ຈິ່ງຢາກແຈ້ງເຕືອນມາຊາວໄຮ່ນາທຸກທ່ານ ຫາກມີການຈູດໄຮ່ ໃຫ້ຊ່ວຍເຟົ້າລະວັງ ບໍ່ໃຫ້ມີໄຟລາມໄປເຖິງບໍລິເວນອື່ນ ໂດຍສະເພາະເຂດທີ່ໃກ້ກັບເຂດສະຫງວນທາງລົດໄຟ ເພາະຫາກເກີດມີໄຟລາມໄປຍັງເຂດທາງລົດໄຟ ຈະເປັນອັນຕະລາຍໃຫຍ່ຫຼວງຕໍ່ການແລ່ນລົດ ແລະ ຊີວິດຂອງຜູ້ໂດຍສານຢູ່ເທິງລົດ, ສະນັ້ນ ພວກເຮົາຢາກຂໍຄວາມຮ່ວມມືຕໍ່ປະຊາຊົນຊາວໄຮ່ ຊາວສວນ ທີ່ຈຳເປັນຕ້ອງຈູດໄຮ່ເຮັດສວນໃຫ້ມີຄວາມລະມັດລະວັງເລື່ອງອັກຄີໄຟໃຫ້ຫຼາຍຂຶ້ນ ນອກຈາກນີ້, ກໍຢາກຂໍຄວາມຮ່ວມມືໃນການເຟົ້າລະວັງເດັກ ນ້ອຍ, ລູກຫຼານຂອງທ່ານ ທີ່ອາດຈະໄປຫຼິ້ນໄຟ, ຈູດວັດຖຸສິ່ງຂອງທີ່ອາດຈະພາໃຫ້ເກີດມີໄຟລາມໄປບໍລິເວນເຂດຄວາມປອດໄພລົດໄຟໄດ້ງ່າຍ.
ທາງລົດໄຟແມ່ນຊັບສິນຂອງຊາດ, ການຕື່ນຕົວເປັນເຈົ້າການຮ່ວມກັນປົກປັກຮັກສາທາງລົດໄຟ ຈິ່ງເປັນໜ້າທີ່ຂອງທຸກຄົນ, ດັ່ງນັ້ນ ຈິ່ງຢາກຂໍຄວາມຮ່ວມມືນຳປະຊາຊົນທີ່ຢູ່ລຽບຕາມທາງລົດໄຟໃຫ້ເປັນຫູເປັນຕາຊ່ວຍກັນ ຫາກພົບການຈູດໄຮ່ບໍລິເວນໃກ້ກັບທາງລົດໄຟໃຫ້ຊ່ວຍແຈ້ງເຈົ້າໜ້າທີ່ບໍລິເວນນັ້ນ ຫຼື ໂທແຈ້ງເຫດການກ່ຽວກັບຄວາມປອດໄພລົດໄຟເບີໂທ 021 891000 ທັນທີ.