ພິທີປະກາດການຈັດຕັ້ງ, ແຕ່ງຕັ້ງບົ່ງຕົວຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ ປາກລາຍ ແຂວງ ໄຊຍະບູລີ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິ ຫານ ງານແຂວງ, ເຈົ້າແຂວງ ໄຊຍະບູລີ, ມີ ສະຫາຍ ກອງສີ ວົງສີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ, ມີຫົວໜ້າພະແນກການທີ່ກ່ຽວ ຂ້ອງ, ມີພະນັກງານການນໍາຂອງເມືອງ, ເລຂາພັກບ້ານ-ນາຍບ້ານອ້ອມຂ້າງເມືອງເຂົ້າຮ່ວມ. ໃນພິທີ ພາຍຫຼັງທີ່ໄດ້ຮັບຟັງສະພາບການຂະຫຍາຍເສດຖະ ກິດ- ສັງຄົມ ຂອງເມືອງຈາກ ສະຫາຍ ກອງສີ ວົງສີ ແລ້ວ,ສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການ ປະຈໍາພັກແຂວງ, ຫົວ ໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໃນນີ້: ເຫັນດີໃຫ້ ສະຫາຍ ນາງ ພີມປະໄພ ສຸຂະລາດ ຮອງເລຂາພັກເມືອງ, ພັກການເພື່ອລໍຖ້າເຂົ້າຮັບອູດໜູນບໍານານ, ອານຸມັດ ແຕ່ງຕັ້ງບົ່ງຕົວ ສະຫາຍ ບຸນຫຼາຍ ວົງດາລາ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງ ຂຶ້ນເປັນ ຮອງເລຂາຄະນະບໍລິຫານງານພັກເມືອງ, ຍົກຍ້າຍ ທ່ານ ຄໍາຝັ້ນ ວົງສະຫວັນ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງ, ພ້ອມທັງແຕ່ງຕັ້ງເປັນ ກໍາມະການປະຈໍາພັກເມືອງ, ເປັນຮອງເຈົ້າເມືອງ, ອານຸມັດ ແຕ່ງຕັ້ງບົ່ງຕົວ ສະຫາຍ ພຸດທະສອນ ສິດທິວົງ ຫົວໜ້າ ຫ້ອງການ-ການເງິນເມືອງ ຂຶ້ນເປັນ ກໍາມະການພັກເມືອງ, ແຕ່ງຕັ້ງ ທ່ານ ສຸລິຈັນ ສີປະມວນ ຮອງຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ຂຶ້ນເປັນ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ປາກລາຍ. ຕອນທ້າຍພິທີ ສະຫາຍ ພົງສະຫວັນ ສິດທະວົງ ກໍ່ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາທຸກພາກສ່ວນຂອງເມືອງຈົ່ງ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ພ້ອມນັ້ນ ກໍ່ຕ້ອງໄດ້ຊ່ວຍເຫຼືອ, ໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່, ສິ່ງສຳຄັນຕ້ອງເອົາໃຈໃສ່ປະຕິບັດຫຼັກການນຳພາຂອງພັກຢ່າງເຂັ້ມງວດ, ສືບ ຕໍ່ເຜີຍແຜ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ຮັບຮູ້ເຂົ້າໃຈ ຕໍ່ກັບການປັບປຸງກົງຈັກການນໍາພາຂອງເມືອງໃນຄັ້ງນີ້ ໃຫ້ທົ່ວເຖິງ, ສໍາລັບສະຫາຍທີ່ຖືກຍົກຍ້າຍ-ແຕ່ງຕັ້ງ ຕ້ອງເຝິກຝົນຫຼໍ່ຫຼອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ, ຕ້ອງເຊື່ອມຊືມກໍາແໜ້ນແນວທາງ, ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ, ກົດໝາຍຂອງລັດໃຫ້ມັນໜັກແໜ້ນ, ຮູ້ຫັນເປັນອັນລະອຽດໃນຂະແໜງການຕົນ ໃນການນໍາພາໃຫ້ມັນແທດເຖິງຕົວຈິງແທ້ໆ ແລະ ຜັນຂະຫາຍມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກເມືອງ ເຂົ້າສູ່ຊີວິດຕົວຈິງໃຫ້ມີຜົນສໍາເລັດຕາມຄາດໝາຍວາງໄວ້, ພ້ອມນັ້ນກໍ່ຕ້ອງສືບຕໍ່ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກໃຫ້ແທດເຖິງຮາກຖານຕົວຈິງຫຼາຍກວ່າເກົ່າ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
Loading...