
ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນວັນທີ 5 ຕຸລາ 2023 ນີ້, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງຫົວພັນ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະອົງການກວດກາສູນກາງພັກ, ຫ້ອງວ່າການສຳນັກງານນາຍົກ, ຄະນະປະຈຳ ກຳມະການພັກແຂວງ, ຄະນະປະຈຳ ກຳມະການພັກເມືອງ 10 ເມືອງ, ພະນັກງານ, ທະຫານ, ຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.


ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຕາມການຊັບຊ້ອນໜ້າທີ່ ແລະ ບ່ອນປະຈຳການຂອງສູນກາງ, ຕາມການຕົກລົງກ່ຽວກັບການໝູນວຽນຊັບປ່ຽນພະນັກງານການນຳຂັ້ນສູງໄປຕາມສະໄໝ ແລະ ໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໃຫ້ໄດ້ຮັບການປັບປຸງເຂັ້ມແຂງໃນຕໍ່ໜ້າ; ໃນພິທີ ສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໆຫົວພັນ ຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ແລະ ຍົກຍ້າຍສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກ ໄປຮັບໜ້າທີ່ໃໝ່ເປັນເລຂາຄະນະບໍລິຫານງານພັກແຂວງ, ວ່າການເຈົ້າແຂວງຫົວພັນ ຜູ້ໃໝ່. ໂອກາດນີ້ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຫົວພັນ ຜູ້ເກົ່າ ໄດ້ສະຫຼຸບຕີລາຄາການຊີ້ນໍາໆພາ ໃນໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນວຽກທີ່ພົ້ນເດັ່ນ. ໂດຍສະເພາະແມ່ນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ການປະຕິບັດ 2 ວາລະແຫ່ງຊາດຕິດພັນກັບການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສຸມໃສ່ການນໍາໃຊ້ 5 ທ່າແຮງຂອງແຂວງ ເຮັດໃຫ້ເສດຖະກິດເຕີບໂຕດ້ວຍຈັງຫວະສະເລ່ຍຢູ່ໃນລະດັບ 3,83% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 12ພັນຕື້ກວ່າກີບ , ໃນ 2 ປີ ກ່ວາຜ່ານມາ ສາມາດປະຕິບັດໄດ້ລື່ນແຜນການ ແລະ ໄດ້ຍົກໃຫ້ເຫັນບາງວຽກງານທີ່ຄົງຄ້າງທີ່ຈະໄດ້ມອບໃຫ້ສະຫາຍເລຂາພັກແຂວງ ວ່າການເຈົ້າແຂວງ ຜູ້ໃໝ່ສືບຕໍ່ນຳພາຊີ້ນຳ ແລະ ແກ້ໄຂໃນຕໍ່ໜ້າ, ພ້ອມນີ້ຍັງໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ຂ່າວ: ສີອຳພອນ