ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຂປລ. ໃນວັນທີ 17 ກຸມພາ 2022 ທີ່ສຳນັກງານຂ່າວສານປະເທດລາວ(ຂປລ), ໄດ້ມີພິທີປະ ກາດແຕ່ງ ຕັ້ງຕຳແໜ່ງບໍລິຫານປະເພດ 3 ຂັ້ນຮອງຫົວໜ້າກົມ ປະກອບມີທ່ານ ວິໄລ ມະນີລັດ ຫົວໜ້າພະແນກບັນນາທິການຂ່າວພາຍໃນ ແລະ ທ່ານ ນາງ ສີວັນໄຊ ສີພັນຄຳ ຫົວໜ້າພະແນກບັນນາທິການໜັງສືພິມ ແລະ ວາລະສານ ຂຶ້ນເປັນຮອງອຳນວຍການໃຫຍ່ ສຳນັກຂ່າສານປະເທດລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ຄໍາເຜີຍ ພິລາພາ ກໍາມະການພັກກະຊວງ ຖວທ, ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະນຳ ແລະ ພະນັກງານ-ລັດ ຖະກອນ ຂປລ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາເຜີຍ ພິລາພາ ໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີຖະຊວງ ຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ເລກທີ 61 ແລະ 63/ຖວທ, ລົງວັນທີ 2 ກຸມພາ 2022 ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 3 ຂັ້ນຮອງຜູ້ອໍນວຍການໃຫຍ່ ສຳນັກຂ່າວສານປະເທດລາວ. ຈາກນັ້ນ, ທ່ານ ໂພສີ ແກ້ວມະນີວົງ ໄດ້ໃຫ້ກຽດໂອ້ລົມຊີ້ນຳຜູ້ໄດ້ຮັບຕໍາແໜ່ງໃໝ່ ແລະ ພະນັກ ງານ-ລັດຖະກອນ ໃນທົ່ວສຳນັກຂ່າວສານປະເທດລາວ ໂດຍສະເພາະສອງທ່ານທີ່ໄດ້ຮັບຕຳແໜ່ງໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ ແລະ ພະນັກງານພາຍໃນສຳນັກງານ, ທັງເປັນຜູ້ທີ່ມີຜົນງານໃນການປະຕິບັດໜ້າທີ່ວຽກງານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໄລຍະຜ່ານມາດ້ວຍຄວາມເອົາໃຈ ໃສ່ ແລະ ມີການພັດທະນາຕົນເອງ ກໍຄື ການພັດທະນາວຽກງານຂ່າວສານ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ເຖິງຢ່າງໃດກໍຕາມ ໃນການຮັບໜ້າທີ່ໃໝ່ທີ່ໃຫຍ່ກວ່າເກົ່າ ແລະ ມີຄວາມຮັບຜິດຊອບທີ່ສູງຂຶ້ນ ຈະຕ້ອງຕັ້ງໜ້າປະຕິບັດໜ້າທີ່ ນຳພາ-ຊີ້ນຳ ແລະ ພັດທະນາວຽກງານສື່ມວນຊົນ ໃຫ້ມີຄວາມກ້າວໜ້າອັນໃໝ່ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່. ທັງຮັບປະກັນທາງດ້ານວຽກງານວິຊາສະເພາະ ບໍ່ໃຫ້ມີການຜິດພາດ ແລະ ເຮັດໃຫ້ຂ່າວສານຕ່າງໆອອກສູ່ສັ່ງຄົມໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ສາມາດຶງດູດຜູ້ອ່ານ, ຜູ້ຊົມ, ຜູ້ຟັງ ໃຫ້ຫັນມາບໍລິໂພກຂໍ້ມູນຂ່າວສານປະເທດລາວຫລາຍຂຶ້ນ.
ທ່ານ ຮອງລັດຖະມົນຕີ ຖວທ ຍັງໄດ້ເນັ້ນໃຫ້ ທ່ານ ວິໄລ ມະນີລັດ ແລະ ທ່ານ ນາງ ສີວັນໄຊ ສີພັນຄຳ ກໍຄື ບັນດາຄະນະນຳຂອງສຳນັກຂ່າວສານປະເທດລາວ ໃຫ້ເອົາໃຈໃສ່ຊີ້ນຳວຽກງານການເມືອງແນວຄິດ ຂອງອ້າຍນ້ອງພະນັກງານໃນທົ່ວ ຂປລ ໄດ້ເຊື່ອມຊຶມເອກະສານຕ່າງໆ ຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຫັນທິດທາງແນວທາງໃຫ້ເປັນແຜນການ ໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຂອງແຕ່ລະພະແນກ ແລະ ຂອງແຕ່ລະຄົນ; ສຶກສາອົບຮົມແນວຄິດແກ່ອ້າຍນ້ອງທຸກຄົນ ໃຫ້ມີຄວາມອຸ່ນອ່ຽນທຸນທ່ຽງຕໍ່ໜ້າທີ່ວຽກງານ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ວຽກງານດ້ານວິຊາສະເພາະໃຫ້ຈິງຈັງ ເພາະວ່າໃນໄລຍະນີ້ ໄດ້ມີສື່ໃໝ່ເຂົ້າມາແຊກແຊງ ສົ່ງຜົນໃຫ້ສື່ຫລັກພົບກັບສິ່ງທ້າທາຍຫລາຍຢ່າງ. ແນວໃດກໍດີ ຂປລ ກໍໄດ້ມີການພັດທະນາສື່ຂອງຕົນໃຫ້ທັນສະໄໝຂຶ້ນ ເຮັດໃຫ້ການກະຈາຍຂໍ້ມູນຂ່າວສານງ່າຍ ແລະ ສະດວກສະບາຍກວ່າເກົ່າ; ປັດຈຸບັນ ຜະລິດຕະພັນຂອງ ຂປ ລ ມີໜັງສືພິມ, ວາລະສານ, ໃບຂ່າວ ແລະ ອອນລາຍ ຜ່ານມາເຫັນວ່າເຮັດໄດ້ດີຫລາຍ. ສະນັ້ນ, ໃຫ້ສືບ ຕໍ່ເສີມຂະຫຍາຍ ແລະ ພ້ອມກັນປັບປຸງເນື້ອໃນຂ່າວໃຫ້ແຫລມຄົມ, ຈັບອົກຈັບໃຈ ແລະ ດຶງດູດຜູ້ອ່ານ, ຜູ້ຊົມ, ຜູ້ຟັງ ບໍ່ວ່າຈະອອກທາງໜ້າໜັງສືພິມ, ອອນລາຍ ພ້ອມກັນນີ້ ທາງດ້ານເຕັກນິກກໍຕ້ອງປັບປຸງໃຫ້ທັນສະໄໝຂຶ້ນຕື່ມອີກ. ນອກນີ້, ທາງດ້ານວຽກງານຈັດຕັ້ງພະນັກງານ ໃຫ້ເອົາໃຈໃສ່ກໍ່ສ້າງ, ຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ແລະ ສ້າງຜູ້ສືບທອດໃຫ້ເປັນຂະບວນຟົດຟື້ນ; ເອົາໃຈໃສ່ກຳນົດແບບແຜນວິທີນຳພາໃນໝູ່ຄະນະ, ມີແບບແຜນວິທີນຳພາຖືກຕ້ອງ ຕາມຫລັກການລວມສູນ ປະຊາທິປະໄຕ; ເອົາໃຈໃສ່ວຽກການສ້າງລາຍຮັບ ດຶງເອົາໂຄສະ ນາເຂົ້າມາໃຫ້ຫລາຍເທົ່າທີ່ຈະຫລາຍໄດ້; ເອົໃຈໃສ່ວຽກງານພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວເຊິ່ງກັນ ແລະ ກັນ ກັບສື່ພາຍໃນ ແລະ ຕ່າງປະເທດ. ສິ່ງສຳຄັນ ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ບົດ ບາດຂອງຕົນໃຫ້ສູງຂຶ້ນອີກ, ສ້າງຜູ້ຊຳນິຊຳນານໃນການເຮັດຂ່າວ, ສ້າງຕາໜ່າງຂ່າວທີ່ກວ້າງຂວາງ, ວ່ອງໄວ, ທັງຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດເປັນສູນສະໜອງແຫລ່ງຂ່າວທີ່ໜ້າເຊື່ອຖື ໃຫ້ກັບສື່ຕ່າງໆໃນຕໍ່ໜ້າ.
ຂ່າວ: ມະນີທອນ, ພາບ: ເກດສະໜາ
May be an image of 2 people, people standing and indoor