ກອງປະຊຸມແຜນຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນລາວ ປີ 2021-2030 ແລະ ສົນທະນາກ່ຽວກັບຜົນກະທົບ, ການຕອບໂຕ້ຕໍ່ການແຜ່ລະ ບາດຂອງພະຍາດ COVID-19 ທາງອອນລາຍໄດ້ຈັດຂຶ້ນໃນວັນທີ 17 ມິຖຸນານີ້ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນ ປະຕິວັດລາວ (ສຊປລ), ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນ ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຄະນະບໍລິຫານງານສູນກາງຊາວໜຸ່ມ ແລະ ຊາວໜຸ່ມ -ເຍົາວະຊົນລາວໃນຂອບ ເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ເປັນກອງປະຊຸມແບບອອນລາຍ ຊຶ່ງເປັນການຫັນປ່ຽນຮູບແບບໃນການເຮັດວຽກແບບໃໝ່ ແລະ ໄດ້ພ້ອມກັນປຶກສາຫາລືກ່ຽວກັບຜົນກະ ທົບ ແລະ ການຕອບໂຕ້ກັບພະຍາດໂຄວິດ-19, ຍຸດທະສາດການພັດທະນາຊາວ ໜຸ່ມ-ເຍົາວະຊົນລາວ, ທັງເປັນການວາງແຜນໄລຍະຍາວ ທີ່ໄດ້ຮັບການຮ່າງຂຶ້ນເປັນຄັ້ງທໍາອິດໃນປະຫວັດສາດ ສປປ ລາວ ຊຶ່ງກວມເອົາ 5 ຂົງເຂດບຸລິມະສິດຄື: ຂົງເຂດສາທາ, ສຶກສາ, ແຮງງານ, ການປົກປ້ອງ ແລະ ການມີສ່ວນຮ່ວມ ແລະ ເປັນຍຸດທະສາດທີ່ສໍາຄັນຫຼາຍເພາະວ່າປະເທດລາວມີຈໍານວນປະຊາກອນໜຸ່ມກວມເອົາອັດຕາສ່ວນຫຼາຍຂອງພົນລະ ເມືອງ ແລະ ເປັນກໍາລັງແຮງງານຕົ້ນຕໍໃນທຸກຂົງເຂດວຽກງານໃນສັງຄົມ, ຜ່ານມາຍັງບໍ່ທັນມີຍຸດທະສາດສະເພາະສໍາລັບການພັດທະນາຊາວໜຸ່ມ, ເຍົາວະຊົນ ແລະ ຜ່ານການປະກອບຄໍາເຫັນຈາກຫຼາຍຂົງເຂດ, ຫຼາຍລະດັບ ທັງພາຍໃນ ແລະ ສາກົນ ຈຶ່ງສາມາດເວົ້າໄດ້ວ່າຍຸດ ທະສາດ ສະບັບນີ້ ເປັນຂອງຊາວໜຸ່ມ- ເຍົາວະຊົນທຸກກຸ່ມເປົ້າໝາຍ ແລະ ເພື່ອຮັບປະກັນວ່າໃຫ້ຊາວໜຸ່ມ, ເຍົາວະຊົນລາວ ທຸກຄົນຖືກພັດທະນາໄປພ້ອມກັນ. ຍຸດທະສາດສະບັບນີ້ຈະເປັນເຄື່ອງມື ໃຫ້ແກ່ການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະຂະແໜງການ ນັບແຕ່ສູນ ກາງຈົນຮອດທ້ອງຖີ່ນ ແລະ ເພື່ອໃຫ້ບັນ ລຸເປົ້າໝາຍການພັດທະນາ 2030.



ຂ່າວ, ພາບ: ບຸນອູ້ມ