ລັດຖະບານ ໄດ້ວາງມາດຕະການຮັບມືໄວ້ແລ້ວ ຖ້າຫາກຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປລາວ ນັບມື້ເພີ່ມຂຶ້ນ ຈົນເຮັດໃຫ້ສູນປິ່ນປົວຜູ້ຕິດເຊື້ອ ແລະ ສູນຈໍາກັດບໍລິເວນລົ້ນສູນ ຫລື ບໍ່ສາມາດຮອງຮອງໄດ້. ຂະນະທີ່ປະຊາຊົນ ຕ້ອງໄດ້ເພີ່ມຄວາມເປັນເຈົ້າການຮັບມືກັບພະຍາດດັ່ງກ່າວ ໃຫ້ຫລາຍຂຶ້ນກວ່າເກົ່າ.
ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ໃຫ້ຮູ້ໃນໂອກາດພົບປະກັບສື່ມວນຊົນທົ່ວປະເທດຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍຜ່ານລະບົບທາງ ໄກ ໃນວັນທີ 6 ຕຸລາ 2021 ວ່າ: ຖ້າຫາກສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ສູນຈໍາກັດບໍລິເວນລົ້ນສູນ, ລັດຖະບານ ຕ້ອງສົມທົບກັນໃນສອງດ້ານ ຄື: ພະ ຍາຍາມສະກັດກັ້ນບໍ່ໃຫ້ພະຍາດລະບາດຮ້າຍແຮງໄປກວ່ານີ້, ເຊີ່ງເຊື່ອວ່າຖ້າປະຊາ ຊົນ ແລະ ເຈົ້າໜ້າທີ່ທຸກພາກສ່ວນມີສ່ວນຮ່ວມ, ພ້ອມທັງມີການປິດລ້ອມວົງຈອນທີ່ເປັນສະ ຖານທີ່ຂອງການແຜ່ລະບາດ ທັງຢູ່ໃນໂຮງງານ ແລະ ບັນດາບ້ານທີ່ມີການລະບາດ ຈະເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ຄ່ອຍຫລຸດລົງ, ສ່ວນຜູ້ເກົ່າທີ່ຕິດເຊື້ອຕ້ອງໄດ້ຮັບການປິ່ນ ປົວດີນັບມື້ເພີ່ມຂຶ້ນ, ນີ້ຖືເປັນມາດຕະການແຖວໜ້າທີ່ສໍາຄັນ. ໃນກໍລະນີພະຍາດໂຄວິດ-19 ຍັງສືບຕໍ່ລະບາດຮ້າຍ ແຮງ ທ້ອງຖິ່ນໃດທີ່ມີການລະບາດບໍ່ຮຸນແຮງ ຕ້ອງສຸມມາຊ່ວຍທ້ອງຖິ່ນທີ່ເປັນໜັກ, ທັງອຸປະກອນການແພດ, ຕຽງ ນອນຄົນເຈັບ ແລະ ແພດໝໍ. ນອກຈາກນີ້ ຕ້ອງໄດ້ຊຸກຍູ້ການສັກວັກຊິນຢ່າງເປັນລະບົບ ເພາະຈະເຮັດໃຫ້ອາການຕິດເຊື້ອບໍ່ເຖິງຂັ້ນຮຸນແຮງ, ບໍ່ເຈັບແຮງ ແລະ ການເສຍຊີ ວິດຈະໜ້ອຍທີ່ສຸດ.
ນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ລັດຖະ ບານ ຈະລະດົມໃຫ້ປະຊາຊົນສ້າງບ່ອນຈໍາກັດດ້ວຍຕົນ ເອງຕື່ມຖ້າມີຄວາມຈໍາເປັນ, ຄອບຄົວໃດມີສວນ, ມີຖຽງໄຮ່-ຖຽງນາ ເມື່ອສະມະຊິກໃນຄອບຄົວຕົນເອງຕິດເຊື້ອ ກໍ່ໄປກັກກັນຕົວຢູ່ຖຽງໄຮ່-ຖຽງນາ ຫລື ຢູ່ສວນຂອງຕົນ ແຕ່ຕ້ອງຂຶ້ນທະບຽນຢ່າງເປັນລະບົບກັບເຈົ້າໜ້າທີ່ທາງການແພດ ແລະ ເຈົ້າໜ້າທີ່ຕຳຫລວດ ເພື່ອຕິດຕາມກວດກາ, ການໃຫ້ຢາ, ສ່ວນຄອບຄົວກ່ຽວຂ້ອງຮັບຜິດຊອບອາຫານການກິນຢູ່ ເຊິ່ງສິ່ງນີ້ແມ່ນການມີສ່ວນ ຮ່ວມຂອງປະຊາຊົນໂດຍກົງ ແລະ ເປັນວິທີທີ່ຫລາຍປະເທດປະຕິບັດໄດ້ຜົນມາແລ້ວ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບປະກອບ: ໂຮງໝໍພາກສະໜາມ ຫລັກ 16