ອຸ່ນທວງ ຂາວພັນ, ຮອງລັດ ຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫຼງຂ່າວໃນວັນທີ ວັນທີ 7 ພຶດສະພາ 2022. ວ່າ: ເພື່ອຈັດຕັ້ງປະຕິບັດແຜນການເປີດຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ ມີປະສິດທິພາບ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພທາງດ້ານສຸຂະ ພາບຂອງ ຜູ້ບໍລິການ ແລະ ນັກທ່ອງທ່ຽວ, ແນໃສ່ເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ມີສ່ວນ ຮ່ວມໃນການເປັນ ເຈົ້າພາບທີ່ດີ ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ສປປ ລາວ ເພື່ອຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດຂອງປະເທດໃຫ້ມີລາຍຮັບເພີ່ມຂຶ້ນຕາມແຜນການທີ່ລັດຖະບານວາງອອກ.
ສຳລັບຂະແໜງການທ່ອງທ່ຽວ ພວກເຮົາຈະສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນແລະ ການເຊື່ອມໂຍງການທ່ອງທ່ຽວກັບພາກພື້ນ ແລະ ສາກົນ; ສືບຕໍ່ປະຕິບັດແຜນການຟື້ນຟູການທ່ອງທ່ຽວທີ່ລັດຖະບານໄດ້ຮັບ ຮອງແລ້ວ; ສືບຕໍ່ຍົກລະດັບຄຸນນະພາບການບໍລິການ ໂດຍສະເພາະແມ່ນຈັດຕັ້ງຜັນຂະ ຫຍາຍມາດຕະຖານດ້ານສຸຂະນາໄມ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຫຼື LaoSafe; ສືບຕໍ່ປັບປຸງສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະ ສະຖານທີ່ບັນເທີງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວທີ່ຢຸດເຊົາການບໍລິການເປັນເວລາ 2 ປີ.
ຂ້າພະເຈົ້າ ຖືໂອກາດນີ້ ເຊີນຊວນບັນດາທ່ານ ທຸກພາກສ່ວນໃນສັງຄົມ ລວມທັງພາກລັດ, ພາກ
ທຸລະກິດ ແລະ ປະຊາຊົນທ້ອງ ຖິ່ນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ໃນການກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ ດ້ວຍການອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການບໍລິການເຂົ້າ-ອອກ ປະເທດຕາມດ່ານສາກົນຕ່າງໆ, ການເດີນ ທາງພາຍໃນປະເທດ, ການກິນຢູ່ພັກເຊົາ, ການຮັກສາສຸຂະພາບ ແລະ ການທ່ຽວຊົມຕາມສະຖານ ທີ່ທ່ອງທ່ຽວຕ່າງໆ ຮັບປະກັນໃຫ້ມີຄວາມປະທັບໃຈ ແລະ ມີຄວາມປອດໄພຮອບດ້ານ.
ເພື່ອຮັບປະກັນທາງດ້ານຄຸນນະ ພາບຂອງການບໍລິການ, ສະເໜີໃຫ້ພະແນກ ຖະແຫຼງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດແຜນການເປີດຕ້ອນຮັບນັກທ່ອງທ່ຽວ ໃຫ້ມີ
ປະສິດທິພາບ ແລະ ປະສິດທິຜົນສູງ. ຮຽກຮ້ອງໄປຍັງຫົວໜ່ວຍທຸລະກິດບໍລິການໃນຂະແໜງການທ່ອງທ່ຽວ ຈົ່ງສືບຕໍ່ພ້ອມກັນບູລະນາປັບປຸງສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ,ສະຖານທີ່ບັນເທີງ, ການບໍລິການ ແລະ ການຂົນສົ່ງຕ່າງໆ ເພື່ອໃຫ້ມີຄວາມພ້ອມສຳລັບບໍລິການ ແລະສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ ພ້ອມທັງໂຄສະນາຢ່າງກວ້າງ ຂວາງ ສູ່ກຸ່ມຕະຫລາດເປົ້າໝາຍ.
ອີກເທື່ອໜຶ່ງ, ໃນນາມກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍຮຽກຮ້ອງມາ
ຍັງທຸກພາກສ່ວນທົ່ວສັງຄົມ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມແຮງຮ່ວມໃຈກັນເປັນເຈົ້າການຢ່າງຕັ້ງໜ້າໃນການຕ້ອນຮັບນັກທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ, ໝັ້ນໃຈ ແລະ ປອດໄພ ໄປແລ້ວກັບມາໃໝ່.