ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 8 ກຸມພານີ້, ໃນການແຂ່ງ ຂັນຮອບຊີງຊະນະເລີດຂອງສະກີໃນທ່າຟຣີສະໄຕຍິງ ທີ່ຈັດຂຶ້ນໃນງານກິລາໂອລິມປິກລະດູໜາວປັກກິ່ງ, ນາງ ກູໄອ້ຫຼີງ ນັກກິລາສະກີຈີນສາມາດຄວ້າແຊັມໄດ້. ນີ້ແມ່ນຫຼຽນຄຳຫຼຽນທຳອິດ
ທີ່ນັກກິລາເພດຍິງຈີນໄດ້ຮັບໃນກິລາປະເພດສະກີຂອງງານກິລາໂອລິມປິກລະດູໜາວ.
ສະກີໃນທ່າຟຣີສະໄຕເປັນກິລາທີ່ຍາກສຸດຂີດ, ທັງອັນຕະລາຍ ແລະ ສະຫຼັບສັບຊ້ອນ. ຖ້າຢາກ ໄດ້ຮັບຜົນສຳເລັດ, ນອກຈາກຕ້ອງມີພອນສະຫວັນ, ເຝິກຊ້ອມຢ່າງເຄັ່ງຄັດ ແລະອາຫານການກິນຕາມຫຼັກວິທະຍາສາດແລ້ວ, ວຽກງານຮັບປະກັນດ້ານການແພດຕ່າງໆ ເຊັ່ນ ການປ້ອງກັນບໍ່ໃຫ້ບາດເຈັບ, ການຟື້ນຟູສຸຂະ ພາບຕາມຫຼັກວິທະຍາສາດຫຼັງການບາດເຈັບ ແລະອື່ນໆ ແມ່ນສຳຄັນທີ່ສຸດ. ໃນດ້ານນີ້, ຜູ້ຊ່ຽວ ຊານພະແນກກະດູກໃນແພດແຜນບູຮານຈີນ ໄດ້ຊ່ວຍນາງ ກູໄອ້ລິງ ຫຼາຍເພື່ອໃຫ້ນາງສ້າງປະຫວັດສາດໃນກິລາປະເພດສະກີຂອງຈີນ.
ປີ 2019, ກູໄອ້ລີງຮູ້ສຶກເຈັບແອວຫຼາຍຫຼັງຈາກເຝິກເທື່ອໜຶ່ງ. ແມ່ຂອງນາງຈຶ່ງໄດ້ເຊີນທ່ານ ຕົງລຽງເຈ໊ ທ່ານໝໍແພດແຜນບູຮານຈີນ ທີ່ເປັນຮອງຫົວໜ້າພະແນກກະດູກຂອງໂຮງໝໍແພດແຜນບູຮານຈີນແຂວງເຮີນານ ໄປຊ່ວຍປິ່ນປົວ. ທ່ານ ຕົງລຽງເຈ໊ ໄດ້ນວດປິ່ນປົວໃຫ້ ນາງ ກູໄອ້ລີງ ດ້ວຍວິທີປົວກະດູກແບບວັດຊ້າວລີນ ເຊິ່ງເປັນວິທີແຜນບູຮານຈີນ, ຈິ່ງເຮັດໃຫ້ນາງຕົກສະເງີ້ວ່າ: “ຫຼັງ ແລະ ແອວບໍ່ເຄີຍສະບາຍປານນີ້ຈັກເທື່ອ ເໝືອນດັ່ງໄດ້ປ່ຽນກະດູກຫຼັງໃໝ່.”
ວິທີປົວກະດູກແບບວັດຊ້າວລີນແມ່ນວິທີປິ່ນປົວຊະນິດໜຶ່ງຂອງແພດແຜນບູຮານຈີນ, ທ່ານໝໍຜູ້ໃຊ້ວິທີນີ້ ຕ້ອງໃຊ້ສີມືທີ່ຊຳນິ ຊຳ ນານ ເຮັດໃຫ້ກະດູກທີ່ຫັກແລ້ວ ກັບຄືນສູ່ບ່ອນປົກກະຕິຢ່າງຖືກ ຕ້ອງ ແລະປິ່ນປົວເນື້ອເຍື່ອທີ່ບາດເຈັບແລ້ວ. ອົງການກິລາແຫ່ງ ຊາດຈີນ ໄດ້ເຊີນທ່ານ ຕົງລຽງເຈ໊ ເປັນທ່ານໝໍປະຈຳທິມຊາດທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວ 2022. ໃນໄລຍະກະກຽມເຂົ້າຮ່ວມງານ, ເພິ່ນພ້ອມກັບນັກກິລາທັງຫຼາຍໄປຮອດປະເທດຍີ່ປຸ່ນ, ນູແວເຊລັງ
ແລະອື່ນໆ, ໄດ້ເອົາວິທີປິ່ນປົວພະຍາດກະດູກຂອງແພດແຜນບູຮານຈີນ ໄປປະສົມປະສານກັບແພດສາດດ້ານກິລາ, ໂພສະນາການດ້ານກິລາ ແລະ ຈິດຕະສາດ
ດ້ານກິລາ, ນອກນີ້ ເພື່ອສາມາດປິ່ນປົວໃຫ້ກັບນັກກິລາໄດ້ທັນເວລາ, ທ່ານ ຕົງລຽງເຈ໊ ຍັງໄດ້ຮຽນສະກີເປັນພາຍໃຕ້ການສອນຂອງຄູເຝິກ.