ແພດໝໍທີ່ເປັນກຸ່ມສ່ຽງຫລາຍກວ່າ 600 ຄົນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງເປັນທາງການແລ້ວໃນຕອນເຊົ້າວັນທີ 27 ມັງກອນ 2021, ທີ່ໂຮງໝໍມິດຕະພາບ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ19, ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາແພດໝໍ ແລະພາກສ່ວນກ່ຽວຂ້ອງ.
ໂອກາດນີ້ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ແຈ້ງໃຫ້ຮູ້ວ່າ: ວັກຊິນທີ່ນໍາມາສັກໃຫ້ແພດໝໍໃນມື້ນີ້ແມ່ນວັກຊິນທີ່ໄດ້ຮັບການຊ່ວຍເຫລືອຈາກບໍລິສັດຊີໂນຟາມຂອງຈີນ ຊື່ງວັກຊິນຊະນິດນີ້ໄດ້ຜ່ານການສັກຢູ່ປະເທດຈີນມາແລ້ວ 3 ຮອບ ຈໍານວນ 1 ລ້ານກວ່າຄົນ, ສຳລັບລາວໄດ້ສັກຊະນິດນີ້ໃຫ້ແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະພະນັກງານຢູ່ສູນຈໍາກັດບໍລິເວນແລ້ວ ຈຳນວນ 298 ຄົນ ໃນນີ້ສັກຄົບທັງໝົດ 2 ເຂັມ 173 ຄົນ, ນໍາໃຊ້ວັກຊິນທັງໝົດ 423 ໂດສ ທັງໝົດບໍ່ມີອາການຜິດປົກກະຕິ ຫລືພະຍາດແຊກຊ້ອນໃດໆ, ສະນັ້ນຈີ່ງໄດ້ສືບຕໍ່ສັກໃຫ້ຜູ້ທີ່ມີຄວາມສ່ຽງຕື່ມອີກ ເພື່ອໃຫ້ເຂົາເຈົ້າມີພູມຕ້ານທານຕໍ່ພະຍາດໂຄວິດ19, ຄາດວ່າປີ 2021ນີ້ ລາວເຮົາຈະສັກໃຫ້ໄດ້ປະມານ 1.500.000ຄົນ, ກວມເອົາ22%ຂອງປະຊາກອນ ຮອດປີ 2023 ຈະສັກໃຫ້ໄດ້ 70%.
ສໍາລັບການສັກວັກຊິນປ້ອງກັນພະຍາດໂຄວິດ19ໃຫ້ແພດໝໍທີ່ມີຄວາມສ່ຽງໃນມື້ນີ້ຈັດເປັນ 2ຈຸດ ຄື: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍເສດຖາທິລາດ ຊື່ງນອກຈາກແພດໝໍພາຍໃນ 2 ໂຮງໝໍນີ້ແລ້ວ ຍັງມີແພດໝໍຈາກໂຮງໝໍແມ່ ແລະເດັກ, ໂຮງໝໍ103, ໂຮງໝໍມະໂຫສົດ, ສູນສະໜອງຢາ ແລະອຸປະກອນການແພດ ແລະໂຮງໝໍ 5 ເມສາເຂົ້າຮ່ວມສັກຈຳນວນທັງໝົດ 600 ກວ່າຄົນ.
 
Loading...