May be an image of monument, sky and skyscraper
ແມ່ນໍ້າຫລ່ຽງມ່າ (Liangma River) ຕັ້ງຢູ່ໃຈກາງຂອງເມືອງເຊົາຢາງ ( Chaoyang) ພາຍໃນໃຈກາງນະຄອນຫລວງປັກກິ່ງຂອງຈີນ. ແມ່ນໍ້າດັ່ງກ່າວ ມີຕົ້ນກໍາເນີດມາ ຈາກມາຈາກທາງທິດຕາເວັນອອກສ່ຽງເໜືອທີ່ຄົດລ້ຽວຜ່ານເຂດສະຖານທູດ, ຂົວ Jiuxianqiao, ສວນເຊົາຢາງ ແລະ ສຸດທ້າຍເຊື່ອມຕໍ່ໃສ່ແມ່ນໍ້າບາຮີ (Bahe) ໃນໄລຍະທາງ 9,3 ກິໂລແມັດ.
ເມື່ອເວົ້າເຖີງປະຫວັດຄວາມເປັນມາຂອງແມ່ນໍ້າຫລ່ຽງມ່າ ຕ້ອງກັບຄືນໄປເຖີງຍຸກຢົງເລີ່ຂອງລາດຊະວົງໝິງທີ່ໃຊ້ນໍ້າດັ່ງກ່າວສໍາລັບລ້າງ ແລະ ອາບໃຫ້ມ້າ ເຮັດໃຫ້ນີ້ເປັນສາເຫດສໍາຄັນທີ່ເຮັດໃຫ້ຕັ້ງຊື່ແມ່ນໍ້ານີ້ວ່າ: ແມ່ນໍ້າຫລ່ຽງມ່າ.
ເພື່ອເຮັດໃຫ້ແມ່ນໍ້າແຫ່ງນີ້ ກາຍເປັນສະຖານທີ່ທ່ອງ ທ່ຽວທີ່ສໍາຄັນ ອົງການປົກຄອງທີ່ກ່ຽວຂ້ອງໄດ້ເລີ່ມສ້າງເຂດແຄມແມ່ນໍ້າລະດັບສາກົນນັບແຕ່ເດືອນເມສາ ປີ 2019 ເຊີ່ງໄດ້ສໍາເລັດແລະເປີດບໍລິການໃນເດືອນສິງຫາປີ 2020. ຕໍ່ມາໃນປີ 2022 ໄດ້ຂະຫຍາຍເຂດທ່ອງທ່ຽວຕາມແຄມແມ່ນໍ້າຫລ່ຽງມ່າອອກໄປ ເຊີ່ງກວມເອົາແມ່ນໍ້າສາຍທະເລສາບ 2 ແຫ່ງ, ຂົວ 24 ແຫ່ງ, ຈຸດຊົມວີວ 18 ແຫ່ງ ແລະ ອື່ນໆ ເຮັດໃຫ້ສະຖານທີ່ແຫ່ງນີ້ມີຄວາມສວຍງາມເປັນພິເສດ.
ຫລ່ຽງມ່າ ເປັນແມ່ນໍ້າທີ່ເຊື່ອມຕໍ່ຊຸມຊົນລະຫວ່າງປະ ເທດ ແລະ ເຂດທຸລະກິດຫລາຍແຫ່ງໃນນະຄອນຫລວງປັກກິ່ງ ເຊີ່ງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາທອງທ່ຽວສະຖານທີ່ແຫ່ງນີ້ ສໍາລັບຕອນກາງເວັນສາມາດນັ່ງຊົມທີວທັດທໍາມະຊາດແຄມຝັ່ງແມ່ນໍ້າ ເນື່ອງຈາກສະພາບແວດລ້ອມໄດ້ຮັບການປັບປຸງໃຫ້ມີຄວາມສວຍງາມ, ບວກກັບມີຮ້ານອາຫານທີ່ຫລາກຫລາຍລົດຊາດທີ່ເປັນເອກະລັກສະເພາະ ແລະ ເປັນສາກົນ. ສ່ວນຕອນຄໍ່ສຄືນສາມາດຊົມແສງສີຕ່າງໆ ທີ່ມີການສະແດງຢູ່ສະຖານທີ່ແຫ່ງນີ້ ເຊີ່ງນອກຈາກຊົມຢູ່ແຄມແມ່ນໍ້າ ຍັງສາ ມາດ ຂີ່ເຮືອລ່ອງຊົມທີວທັດທັງສອງຝັ່ງຂອງແມ່ນໍ້າ ແລະ ການສະແດງຢ່າງເບິກບານມ່ວນຊື່ນ, ໄປພ້ອມໆ ກັບການຖ່າຍຮູບພາບ ແລະ ວິດີໂອເກັບໄວ້ເປັນທີ່ລະນຶກ.
May be an image of 4 people, people standing and indoor
May be an image of 5 people, people sitting, people standing and outdoors
ແມ່ນໍ້າຫລ່ຽງມ່າ ຖືເປັນສະຖານທີ່ທ່ອງທ່ຽວທີ່ສໍາຄັນອີກແຫ່ງໜຶ່ງໃນນະຄອນຫລວງປັກກິ່ງທີ່ມີການປະສົມປະ ສານລະຫວ່າງການປັບປຸງສະພາບແວດລ້ອມແຄມຝລັ່ງ ແລະ ລະບົບນິເວດທາງນໍ້າ, ວັດທະນະທໍາທີ່ມີການປະສົມປະສານໃຫ້ເປັນແບບສາກົນທີ່ໃຫ້ຄວາມບັນເທີງໃນຍາມຄໍ່າຄືນຈິ່ງເຮັດໃຫ້ສະຖານທີ່ແຫ່ງນີ້ສວຍງາມ ແລະ ພົ້ນເດັ່ນ ກາຍເປັນຈຸດທ່ອງທ່ຽວ ຫລື ພັກຜ່ອນທີ່ສໍາຄັນທີ່ນັກທ່ອງທ່ຽວເມື່ອໄດ້ເດີນທາງມານະຄອນຫລວງປັກກິ່ງຕ້ອງໄປສໍາຜັດໃຫ້ໄດ້.
Loading...