ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 1 ສິງຫາ 2023 ທີ່ສະຖາບັນເລືອດແຫ່ງຊາດ ໄດ້ມີພິທີຈັດສຳມະນາທາງວິຊາການກ່ຽວກັບ ບົດບາດຂອງສື່ມວນຊົນຕໍ່ການປຸກລະດົມບໍລິຈາກເລືອດ ໂດຍມີຜູ້ຕາງໜ້າສື່ມວນຊົນຈາກພາກສ່ວນຕ່າງໆ ເປັນຕົ້ນ ໜັງສືພິມ, ວິທະຍຸ ແລະ ໂທລະພາບເຂົ້າຮ່ວມ ເພື່ອໃຫ້ສື່ມວນຊົນຊ່ວຍເປັນກະບອກສຽງ, ໂຄສະນາຂໍ້ມູນຂ່າວສານທີ່ຖືກຕ້ອງ ກ່ຽວກັບການບໍລິຈາກເລືອດ ໃຫ້ສັງຄົມໄດ້ຮັບຮູ້ ທັງເຮັດໃຫ້ຜູ້ທີ່ມີເງືອນໄຂ ແຕ່ບໍ່ເຄີຍບໍລິຈາກເລືອດ ໃຫ້ມາບໍລິຈາກເລືອດແບບສະໝັກໃຈ ຊ່ວຍເຫລືອສັງຄົມຫລາຍຂຶ້ນ.
ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ກ່າວວ່າ: ໃນໄລຍະຜ່ານມາ, ການປຸກລະດົມຂົນຂວາຍບໍລິຈາກເລືອດ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ປີ 2022 ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນຂອບເຂດທົ່ວປະເທດ ສາມາດປຸກລະດົມ ແລະ ຈັດກິດຈະກຳຮັບບໍລິຈາກເລືອດຈາກສັງຄົມໄດ້ ເກືອບ 2.000ຄັ້ງ, ມີຜູ້ເຂົ້າຮ່ວມບໍລິຈາກເລືອດ 190.318 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 67.017 ເທື່ອຄົນ/ຖົງ ເທົ່າກັບ 99% ຂອງແຜນການ, ໃນນັ້ນ ມີຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນກວມເອົາ 71% ແລະອີກ 29% ແມ່ນການບໍລິຈາກເລືອດແບບພີ່ນ້ອງ, ສາມາດຕອບສະໜອງເລືອດ ແລະ ສ່ວນປະກອບຂອງເລືອດໄດ້ 78.523 ຖົງ, ຄົນເຈັບຫລາຍກວ່າ 45.000 ຄົນ ໄດ້ຮັບການໃສ່ເລືອດ ແລະ ຫລາຍຊີວິດໄດ້ຮັບການຊ່ວຍເຫລືອ.
ສະເພາະ 6 ເດືອນຕົ້ນປີ 2023, ທົ່ວປະເທດ ສາມາດຮັບບໍລິຈາກເລືອດ ໄດ້ທັງໝົດ 34.614 ຖົງ, ເທົ່າກັບ 47% ຂອງແຜນການປີ, ສໍາລັບປີ 2023 ນີ້, ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ໃຫ້ບັນລຸ 73.000 ຖົງ. ໃນນີ້ສູນກາງ 30.520 ຖົງ ແລະ ທ້ອງຖິ່ນ ໃຫ້ບັນລຸ 42.480 ຖົງ ໂດຍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງ ນໍາໄປຈັດຕັ້ງປະຕິບັດ.
ໂອກາດນີ້ຜູ້ແທນແຕ່ລະພາກສ່ວນໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ຊອກຊ່ອງທາງຕ່າງໆ ເພື່ອປຸກລະດົມໃຫ້ສັງຄົມເຂົ້າໃຈຄວາມສໍາຄັນໃນການບໍລິຈາກເລືອດແບບສະໝັກໃຈ ແລະ ໃຫ້ການຊ່ວຍເຫລືອສັງຄົມ ໃຫ້ຫລາຍຍິ່ງຂຶ້ນ ເພື່ອຊ່ວຍກອບກູ້ເອົາຊີວິດຄົນເຈັບທີ່ມີຄວາມຈໍາເປັນນໍາໃຊ້ເລືອດໄດ້ຢ່າງພຽງພໍ.