ຕອນເຊົ້າວັນທີ 12 ທັນວາ 2022 ກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 6 ປະເທດລຸ່ມແມ່ນໍ້າຂອງຂຶ້ນ ທີ່ໂຮງແຮມພູນແມນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ, ມີຜູ້ແທນຈາກ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເຂົ້າຮ່ວມ ປະກອບມີ: ຣາຊະອານາຈັກກໍາປູເຈຍ, ສາທາລະນະລັດ ປະຊາຊົນ ຈີນ, ສະຫະພາບມຽນມາ, ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງ, ຫ້ອງການພາຍໃນເມືອງໃນຂອບເຂດທົ່ວປະເທດ ແລະພາກສ່ວນກ່ຽວຂ້ອງ300 ກວ່າທ່ານ.
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຮ່ວມກັນ ລະຫວ່າງ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເພື່ອສ້າງເງື່ອນໄຂໃຫ້ພະນັກງານທີ່ຮັບຜິດຊອບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຂອງປະເທດສະມາຊິກແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ຂອງຂະແໜງການພາຍໃນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງລາວ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີໂອກາດຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງໃນວຽກງານດັ່ງກ່າວ ຂອງບັນດາປະເທດໃນພາກພື້ນ. ໂດຍຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດໄດ້ຜັດປ່ຽນກັນຂຶ້ນນໍາສະເໜີກ່ຽວກັບວຽກງານການຈົດທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ, ພາຍຫຼັງສໍາເລັດການນໍາສະເໜີບົດຮຽນຂອງແຕ່ລະປະເທດແລ້ວ ຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດຈະໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບ ແຕ່ລະຫົວຂໍ້ທີ່ໄດ້ຮັບຟັງການນໍາສະເໜີຮ່ວມກັນ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ ເປັນການສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງລະຫວ່າງ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງໂອກາດໃຫ້ບັນດາກົມ, ພະແນກພາຍໃນແຂວງ, ຫ້ອງການພາຍໃນເມືອງ ແລະ ວິຊາການຂອງລາວ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຖອດຖອນບົດຮຽນ ກ່ຽວກັບວຽກງານການຈົດທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ ເພື່ອນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍປັບປຸງໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ມາດຕະຖານສາກົນ ແລະ ທັນສະໄໝ ສາມາດຮັບປະກັນໄດ້ຂໍ້ມູນທີ່ມີຄຸນນະພາບ ສະໜອງ ແລະ ນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016, ປະກອບມີປະເທດສະມາຊິກຄື: ຣາຊະອານາຈັກກໍາປູເຈຍ, ສາທາລະນະລັດ ປະຊາຊົນ ຈີນ, ສະຫະພາບມຽນມາ, ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງບັນດາປະເທດໃນອະນຸພາກພື້ນ. ໂດຍມີກົນໄກການຮ່ວມມືໃນ 3ເສົ້າຄໍ້າ ປະກອບມີ: ການເມືອງ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ.
ສໍາລັບ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອເປັນການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ Xແລະ XIຂອງພັກ ທີ່ໄດ້ກໍານົດຮອດປີ 2030 ສິດທິຂອງພົນລະເມືອງຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຄາດໝາຍສູ້ຊົນ ຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ, ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການພັດທະນາທັງທາງດ້ານປະລິມານ ແລະ ຄຸນນະພາບ…”, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມແຕ່ປີ2016-2025 ພົນລະເມືອງລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສຶກສາ, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດທະບຽນ, ການປົກຄອງທີ່ດີ ແລະ ການພັດທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີຟິກທີ່ບັນດາຜູ້ນໍາໄດ້ຮັບຮອງຮ່ວມກັນ, ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້70%,ພ້ອມທັງຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ.
ກອງປະຊຸມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສປ ຈີນ ພາຍໃຕ້ກອງທຶນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ .
Loading...