ແຫຼ່ງມໍລະດົກໂລກໄຫຫີນ 21 ຕັ້ງຢູ່ບ້ານ ພູເກັງ ເມືອງແປກ ແຂວງຊຽງຂວາງ ແຫຼ່ງໄຫຫີນທີ 21 ແມ່ນສະຖານທີຄັວດເຈາະໃຫ່ຍ, ຂອບເຂດສະຖານທີຄັວດເຈາະມີເນື້ອທີ່ປະມານ 20 ເຮັກຕາ ແລະ ໄດ້ຖຶກຮັບການຢືນຍັນທາງວິທະຍາສາດເປັນແຫຼ່ງຜະລິດໄຫຫີນຂອງແຫຼ່ງໄຫຫີນ 1. ບາງຄັ້ງທົ່ງໄຫຫີນດັ່ງກ່າວກໍ່ເອີ້ນວ່າພູເກັງ. ຂະບວນການຄັວດເຈາະແມ່ນສາມາດຕິດຕາມໄດ້ໂດຍຜ່ານຫຼາກຫຼາຍຂັ້ນຕອນໃນສະຖານບູຮານນີ້. ແຕ່ກໍ່ເປັນໜ້າເສຍດາຍທີ່ເຂດດັ່ງກ່າວນີ້ແມ່ນໄດ້ຮັບຜົນກະທົບຢ່າງໜັກຈາກການຖິ້ມລະເບີດໃນຊ່ວງສົງຄາມ, ການເກັບກູ້ລະເບີດທິບໍ່ທັນແຕກຕົກຄ້າງແມ່ນໄດ້ເຮັດສຳເລັດແລ້ວໃນເຂດບູຮານສະຖານນີ້. ກ້ອນຫີນສຳເລັດຄັວດເຈາະ ແລະ ໄຫຫີນທີຍັງບໍ່ໄດ້ສຳເລັດນັ້ນສາມາດພົບໄດ້ຕາມທາງຍ່າງຂອງເນີນພູ. ບັນດາໄຫຫີນຕັ້ງຢູ່ຕີນພູ ແລະ ເນີນພູ ທີນຳໄປສູ່ເຂດຄັວດເຈາະເຫຼັກ. ເຊິ່ງມີຄວາມເປັນໄປໄດ້ວ່າໄຫຫີນເຫຼົ່ານີ້ແມ່ນກຽມຂົນສົ່ງໄປທົ່ງໄຫຫີນ 1 ແຕ່ຖຶກປະຖີ້ມໂດຍບໍ່ຮູ້ເຫດຜົນ.








