ຖືເປັນຄວາມປະທັບໃຈ ແລະ ພາກພູມໃຈທີ່ສຸດນໍາປະຊາຊົນຈີນທີ່ພັກ ແລະລັດຖະບານຈີນໄດ້ວາງລະບົບການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ ແລະ ດີເລີດທີ່ສຸດ ເຮັດໃຫ້ປະເທດຈີນ ຊື່ງເປັນປະເທດໃຫ່ຍ ມີພົນລະ ເມືອງຫລາຍທີ່ສຸດໃນໂລກ ສາມາດປາບ ແລະຢຸດຢັ້ງການແຜ່ລະບາດຂອງໂຄວິດ 19 ໄດ້ຢ່າງມີຜົນສຳເລັດສູງ ປະຊາຊົນຈີນສາມາດດຳ ລົງຊີວິດໃນສັງຄົມໄດ້ເປັນປົກກະຕິ ພາຍໃຕ້ມາດຕະການປ້ອງກັນໂຄວິດ 19 ຢ່າງເຂັ້ມງວດ. ຊື່ງຜູ້ຂຽນໄດ້ມີໂອກາດເດີນທາງມາ ສປຈີນ ເພື່ອມາປະຕິບັດຫນ້າທີ່ເປັນເພື່ອນຮ່ວມງານຂອງວິທະຍຸສາກົນແຫ່ງປະເທດຈີນCRI ຂຶ້ນກັບສະຖານີວິທະຍຸ ແລະ ໂທລະພາບສູນກາງຈີນ ຫລື CMG ໃນນະຄອນຫຼວງປັກກິ່ງ ໂດຍໄດ້ອອກເດີນທາງຈາກແຜ່ນດີນແມ່(ປະ ເທດລາວ)ໃນຕອນ ເຊົ້າວັນທີ 28 ພະຈິກ 2021 ດ້ວຍຈິດໃຈອີ່ມເອີບ ແລະ ມີຄວາມຕື່ນ ເຕັ້ນທີ່ຈະໄດ້ມາເຫັນປະເທດໃຫຍ່ທີ່ມີຄວາມທັນສະ ໄໝ,ສີວິໄລ ແລະ ເສດຖະກິດ- ສັງຄົມໄດ້ຮັບການພັດທະນາຈະເລີນກ້າວໜ້າໃນທຸກດ້ານ.

ເວລາ 8 ໂມງ ເຮືອບິນແອບັດ A320 ຖ້ຽວບິນ QV 815 ຂອງສາຍການບິນລາວໄດ້ນໍາພາຜູ້ຂຽນພ້ອມດ້ວຍຜູ້ໂດຍສານປະມານ 50 ກວ່າຊີວິດເດີນທາງອອກຈາກສະໜາມ ບິນສາກົນວັດໄຕ ໃນນະຄອນຫຼວງວຽງຈັນ ມຸ່ງຫນ້າສູ່ນະຄອນຄຸນມິງ ສປຈີນ, ໃຊ້ເວລາເດີນທາງຊົ່ວໂມງເຄິ່ງ ເຮືອບິນໄດ້ລົງຈອດຢູ່ສະໜາມບິນຊາງສຸ່ຍ ນະຄອນຄຸນມິງໃນເວລາ 9:30 ທ່າມກາງສະພາບອາກາດທີ່ໜາວເຢັນປະມານ 11 ອົງສາ.
ພໍມາຮອດສະໜາມບິນຊາງສຸ່ຍ ຜູ້ໂດຍສານທຸກຄົນຕ້ອງໄດ້ຜ່ານຫຼາຍຂັ້ນຕອນຕາມມາດຕະ ການປ້ອງກັນໂຄວິດ19ຂອງລັດຖະ ບານຈີນວາງອອກຢ່າງເຂັ້ມງວດ ໂດຍໃສ່ຜ້າອັດປາກອັດດັງຕະ ຫຼອດເວລາ ເລີ່ມຈາກການວັດແທກອຸນຫະພູມຮ່າງກາຍ, ການຕິດຕັ້ງແອັບ(app) ສຸຂະ ພາບຂອງນະຄອນຄຸນມິງດາວໂລດມາໄວ້ໂທລະສັບມືຖື ເພື່ອສະແກນເອົາຄິວອາໂຄດ (QR Code) ສຳຫຼັບຜ່ານທາງເຂົ້າໄປຫາຂັ້ນຕອນກວດກາເອກະສານ. ຊື່ງຢູ່ໃນແອັບສຸຂະ ພາບນີ້, ຜູ້ໂດຍສານແຕ່ລະຄົນຈະຕ້ອງໄດ້ປ້ອນຂໍ້ມູນຊື່ແລະນາມສະກຸນ, ນ້ຳເບີໂທລະສັບຫຼືນ້ຳເບີໜັງສືເດີນທາງ(passport) ແລະ ຕອບແບບສອບຖາມການບໍລິ ການສັກວັກຊິນປ້ອງກັນໂຄວິດ19 ພ້ອມທັງປ້ອນຂໍ້ມູນອື່ນໆເຂົ້າໄປໃຫ້ຄົບຖ້ວນ. ຈາກນັ້ນກໍສະແກນ(Scan)ເອົາຄິວອາໂຄດເພື່ອລົງທະບຽນ ແລ້ວເອົາຮູບຄິວອາໂຄດທີ່ສະແກນໄດ້ໄປແຈ້ງຕໍ່ເຈົ້າຫນ້າທີ່ປະຈໍາສະໜາມບິນຈຶ່ງສາມາດຜ່ານເຂົ້າໄປຫາຂັ້ນຕອນກວດກາເອກະສານ ແລະ ກວດເຊື້ອໂຄວິດ19ດ້ວຍການແຍ່ຮູດັງແລະຮູຄໍຢູ່ຈຸດບໍລິການຂອງແພດຫມໍ ກ່ອນຈະຜ່ານໄປຫາຂັ້ນຕອນແຈ້ງເອກະສານເຂົ້າເມືອງຕໍ່ເຈົ້າໜ້າທີ່ຕໍາຫຼວດ ແລະ ຜ່ານໄປຈຸດເອົາກະເປົາເດີນທາງຂອງຕົນເອງ. ຊື່ງຢູ່ແຕ່ລະຈຸດກວດກາແມ່ນມີຄວາມເຄັ່ງຄັດ ແລະ ເຂັ້ມງວດທີ່ສຸດ ໃຊ້ເວລາປະ ມານ 3 ຊົ່ວ ໂມງປາຍຈຶ່ງສໍາເລັດ ແລະ ສາມາດອອກຈາກສະໜາມບິນໄດ້.
ພາຍຫຼັງອອກຈາກສະໜາມບິນແລ້ວແມ່ນມີເຈົ້າໜ້າທີ່ຄອຍແນະນໍາ ແລະ ຈັດສັນໃຫ້ຜູ້ໂດຍສານແຕ່ລະ ຄົນຂຶ້ນລົດທີ່ເຂົາເຈົ້າກຽມໄວ້ເພື່ອເຂົ້າສູ່ຂັ້ນຕອນການກັກໂຕຢູ່ໂຮງແຮມເປັນເວລາ 21 ມື້ສຳຫຼັບຄົນຕ່າງປະເທດທີ່ເຂົ້າມາປະເທດຈີນ.

ຢູ່ໂຮງແຮມບ່ອນກັກໂຕໃນນະຄອນຄຸນມິງໂດຍສະເພາະຢູ່ໃນຫ້ອງນອນບ່ອນພັກຈະມີເຄື່ອງອຸປະໂພກຫຼາຍຢ່າງສະໜອງໃຫ້,ສ່ວນອາຫານການກິນແມ່ນ 3 ຄາບຕໍ່ມື້,ແຕ່ລະມື້ຈະມີເຈົ້າໜ້າທີ່ແພດໝໍມາວັດແທກອຸນຫະພູມຮ່າງກາຍໃຫ້ 2 ເທື່ອເຊົ້າແລະແລງ, ສອງມື້ໃດຈະມີແພດໝໍມາແຍ່ຮູຄໍຫຼືຮູດັງ 1 ຄັ້ງເພື່ອກວດຫາເຊື້ອໂຄວິດ19. ໃນໄລຍະກັກໂຕ 21 ມື້ ຜູ້ທີ່ຖືກກັກໂຕບໍ່ສາມາດເດີນທາງອອກໄປຂ້າງນອກໄດ້ຢ່າງເດັດຂາດ.
ຫຼັງຈາກຄົບກໍານົດການກັກໂຕ 21 ມື້ຢູ່ນະຄອນຄຸນມິງແລ້ວ ກ່ອນຈະເດີນທາງຕໍ່ເພື່ອເຂົ້າໄປນະຄອນຫຼວງປັກກິ່ງຍິ່ງມີຄວາມເຂັ້ມງວດກວ່າເກົ່າ ເນື່ອງຈາກຜູ້ເດີນທາງ(ຄົນຕ່າງປະ ເທດ)ຕ້ອງໄດ້ກວດເຊື້ອໂຄວິດ19ກ່ອນເປັນເວລາ 48 ຊົ່ວໂມງ ທີ່ສຳຄັນຕ້ອງໄດ້ຕິດຕັ້ງແອັບສຸຂະພາບຂອງນະຄອນຫຼວງປັກກິ່ງດາວໂຫຼດໄວ້ໃນໂທລະສັບມືຖື ແລະ ປ້ອນຂໍ້ມູນໃສ່ໃຫ້ຄົບຕາມແບບສອບ ຖາມ ເພື່ອສະແກນເອົາຄິວອາໂຄດໃຊ້ເປັນໃບຜ່ານທາງເມື່ອເວລາເດີນທາງມາຮອດສະ ໜາມບິນຫລືໄປສະຖານທີ່ຕ່າງໆ ເພື່ອໃຫ້ທາງການຫຼືພາກສ່ວນກ່ຽວ ຂ້ອງຮູ້ໄດ້ຂໍ້ມູນການເຄື່ອນໄຫວຂອງແຕ່ລະຄົນ. ຜົນດີຂອງການນໍາໃຊ້ລະບົບນີ້, ຖ້າເກີດມີກໍລະນີຜູ້ເດີນທາງຄົນໃດໜື່ງຕິດເຊື້ອໂຄວິດ19 ທາງການແມ່ນສາມາດຮູ້ໄດ້ທັນທີ ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກສູ່ວົງກວ້າງໄດ້ຢ່າງທັນເວລາ. ທີ່ສໍາຄັນມາດຕະການປ້ອງກັນໂຄວິດ19 ທີ່ລັດຖະບານຈີນວາງອອກໃນແຕ່ລະໄລຍະຜ່ານຂັ້ນຕອນຕ່າງໆ ໂດຍສະເພາະການຕິດຕັ້ງແອັບສຸຂະພາບດາວໂຫຼດໄວ້ໃນໂທລະສັບມືຖືແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ແລະ ເຂັ້ມງວດທີ່ສຸດຢູ່ທຸກພື້ນທີ່ໃນທົ່ວປະເທດຈີນ ແລະ ປະຊາຊົນຈີນໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດຕາມຄໍາສັ່ງ ແລະ ລະ ບຽບການທີ່ຂັ້ນເທິງວາງອອກດ້ວຍຄວາມເປັນເຈົ້າການ. ເຮັດໃຫ້ຈີນ, ເຖີງວ່າເປັນປະເທດໃຫຍ່ມີພົນລະເມືອງຫຼາຍທີ່ສຸດຢູ່ໃນໂລກ ບໍ່ມີການລະບາດຂອງພະຍາດໂຄວິດ19ຄືກັບບາງປະເທດໃຫຍ່ ແລະ ປະເທດນ້ອຍຢູ່ໃນໂລກທີ່ຍັງບໍ່ສາມາດຄວບຄຸມການລະບາດຂອງໂຄວິດ19ໄດ້ເທື່ອ.


ທັງໝົົດນີ້ສະແດງໃຫ້ເຫັນວ່າ: ຍ້ອນລັດຖະບານຈີນໄດ້ມີຄໍາສັ່ງ ແລະ ວາງອອກຫຼາຍມາດຕະການຢ່າງຈະແຈ້ງ ແລະ ທັນເວລາ ບວກກັບ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຈີນມີລະບຽບວິໄນ, ມີຄວາມຕື່ນຕົວ, ເຊື່ອຟັງ ແລະ ໃຫ້ການຮ່ວມມືກັບທາງການ ພ້ອມທັງທຸກຄົນໄດ້ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ຈຶ່ງເຮັດໃຫ້ພະຍາດໂຄວິດ19ເກືອບວ່າສູນພັນໄປຈາກປະເທດຈີນໂດຍສະເພາະຢູ່ນະຄອນຫຼວງ ປັກກິ່ງແລ້ວໃນປັດຈຸບັນນີ້.
ໂດຍ: ຟ້າໃສ ຈະເລີນສຸກ