ອີງຕາມການລາຍງານຈາກຄະນະຮັບຜິດ ຊອບສູນກັກບໍລິເວນຫລັກ 4 ແລະ ສູນອັບເກນ ທີ່ເປັນສູນກັ່ນກອງແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານເພື່ອກັກຕົວກັ່ນກອງຫາເຊື່ອພະຍາດໂຄວິດ 19 ກ່ອນຈະກັບຄືນສູ່ຄອບຄົວດ້ວຍສຸຂະພາບທີ່ແຂງແຮງ ແລະ ປອດໄພຈາກເຊື້ອພະຍາດໂຄວິດ 19 ໄດ້ລາຍງານຕົວເລກແຮງງານລາວທີ່ເຂົ້າສູນໃນຄັ້ງວັນທີ 7 ກັນຍາ 2021 ນີ້ວ່າ : ສຳລັບສູນຫລັກ 4 ມີແຮງງານທັງໝົດ 531 ຄົນ ຍິງ 231 ຄົນ , ເປັນແຮງງານເຂົ້າມາໃໝ່ 67 ຄົນ ຍິງ 36 ຄົນ , ຍ້າຍລົງບັນດາເມືອງຕ່າງໆ 90 ຄົນ ຍິງ 39 ຄົນ , ເກັບຕົວຢ່າງເພື່ອສົ່ງກວດ ໄດ້ 67 ຄົນ, ປະຈຸບັນຍັງຄ້າງສູນ 508 ຄົນ ຍິງ 228 ຄົນ , ຢູ່ສູນອັບເກນ ມີແຮງງານກັກກັນຕົວທັງໝົດ 344 ຄົນ ຍິງ 171 ຄົນ , ຍ້າຍລົງເມືອງຕ່າງໆ 145 ຄົນ ຍິງ 70 ຄົນ , ຄ້າງໃນສູນ 199 ຄົນ ຍິງ 101 ຄົນ
ຕົວເລກຕາມການລາຍງານຜົນກວດວັນ ທີ 7 ກັນຍາ 2021 ໄດ້ກວດວິເຄາະພົບເຊື້ອພະຍາດໂຄວິດ 19 ແຂວງ ສະຫວັນນະເຂດ ມີ 63 ຄົນ ໃນນັ່ນແຮງງານນຳເຂົ້າ 53 ຄົນ , ຊຸມຊົນ 10 ຄົນ

