ຈາກການລະບາດຂອງພະຍາດໂຄວິດ-19 ຮອບທີ 2 ທີ່ເກີດຂຶ້ນຢູ່ ສປປ ລາວ ໃນປັດຈຸບັນນີ້ ເຮັດໃຫ້ມີແຮງງານເກືອບ 50.000 ຄົນໃນທົ່ວປະເທດຖືກໂຈະວຽກ. ໃນນີ້ ສະເພາະຢູ່ນະຄອນຫລວງວຽງຈັນ ມີຫົວໜ່ວຍແຮງ ງານຈຳນວນໜຶ່ງໄດ້ຢຸດຕິກິດຈະການ ຄື: ໂຮງງານຕັດຫຍິບ 11 ແຫ່ງ ແລະ ໂຮງງານຜະລິດເຫລັກ 2 ແຫ່ງ, ມີແຮງງານປະ ມານ 10.000 ຄົນ ຖືກໂຈະວຽກ.
ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສໍາພາດວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກ ທີ 1532/ຮສສ, ລົງວັນທີ 5 ພຶດສະພາ 2021 ໂດຍໄດ້ກໍານົດໃຫ້ຫົວຫນ່ວຍແຮງງານທີ່ຖືກສັ່ງໂຈະການ ດໍາເນີນທຸລະກິດຊົ່ວຄາວຈາກຂະແຫນງການທີ່ກ່ຽວຂ້ອງ ພິຈາລະນາຊ່ວຍເຫຼືອຜູ້ອອກແຮງງານຕາມຄວາມສາ ມາດ ເພື່ອຮັກສາຜູ້ອອກແຮງງານໄວ້ ແລະ ເພື່ອເຮັດໃຫ້ຜູ້ອອກແຮງງານເຫຼົ່ານັ້ນ ໄດ້ສືບຕໍ່ດໍາລົງຊີວິດໄດ້ໂດຍພື້ນຖານ, ພ້ອມດຽວກັນນັ້ນ, ໃຫ້ເກັບກໍາຈໍານວນຜູ້ອອກແຮງງານທີ່ມີຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍ ເຫຼືອສະເພາະ ເພື່ອລາຍງານຫາອົງການລັດຄຸ້ມຄອງແຮງງານ ( ພະແນກແຮງ ງານ ແລະ ສະຫວັດດີການສັງຄົມຂອງແຂວງ ແລະ ນະຄອນຫຼວງວຽງຈັນ) ເພືອເປັນຂໍ້ມູນໃນການຊອກຫາວິທີການຊ່ວຍເຫຼືອຕາມຄວາມເປັນຈິງຈາກລັດຖະບານ.
ສ່ວນຜູ້ອອກແຮງງານທີ່ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດທີ່ຖຶກໃຫ້ພັກວຽກ ຫຼື ເຮັດວຽກຢູ່ໃນຫົວຫນ່ວຍແຮງງານທີ່ຕ້ອງໄດ້ຢຸດກິດຈະການ ນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ຈະໄດ້ຮັບເງິນນະ ໂຍບາຍອຸດຫນູນວ່າງງານ ແຕ່ມີເງື່ອນໄຂໃນການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຢ່າງຫນ້ອຍ 6 ເດືອນຂຶ້ນໄປໃນໄລຍະ 12 ເດືອນ ນັບແຕ່ເດືອນເມສາ 2021 ຄືນຫລັງ, ໄລຍະໃນການປະຕິບັດອຸດຫນູນວ່າງງານ ແມ່ນອີງໃສໄລຍະທີ່ລັດຖະບານປະກາດມາດຕະການເພື່ອຕອບໂຕ້ກັບການ ແຜ່ລະບາດຂອງເຊື້ອພະຍາດເທົ່ານັ້ນ ຊຶ່ງຈະມີການກໍານົດໃນລະບຽບການສະເພາະຕ່າງຫາກ.
ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີກາ ໃຫ້ຮູ້ຕື່ມວ່າ: ສຳລັບບັນດາຫົວຫນ່ວຍແຮງງານທີ່ຍັງເບີກຈ່າຍເງິນເດືອນ ຫຼື ຄ່າແຮງ ງານໃຫ້ຜູ້ອອກແຮງງານ ຕ້ອງໄດ້ສືບຕໍ່ມອບເງິນສົມທົບເຂົ້າກອງທຶນປະ ກັນສັງຄົມຕາມປົກກະຕິ ແຕ່ຖ້າມີຄວາມຫຍຸ້ງຍາກດ້ານການເງິນ ແມ່ນສາມາດເລື່ອນມອບເງິນສົມທົບໄດ້ແຕ່ຕ້ອງໄດ້ແຈ້ງເປັນລາຍລັກອັກສອນແກ່ອົງການປະກັນສັງຄົມຮັບຊາບ, ສ່ວນຫົວຫນ່ວຍເເຮງງານທີ່ໄດ້ຢຸດດໍາເນີນກິດຈະການຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງຕົນ ແມ່ນສາມາດໂຈະການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຕາມໄລຍະທີ່ທາງການປະກາດມາດຕະການ ຊຶ່ງໃນໄລຍະການໂຈະມອບເງິນສົມທົບນີ້ ຍັງຈະເກີດສິດການອຸດຫນູນປິ່ນປົວສຸ ຂະພາບ ແລະ ອຸດຫນູນໄລຍະສັ້ນຕາມປົກກະຕິ ແຕ່ຈະບໍ່ໄດ້ນັບເຂົ້າເປັນໄລ ຍະປະກັນຕົນສໍາລັບການອຸດຫນູນໄລຍະຍາວ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ບຸນຍັງ ພຸດສະຫວັດ