ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ຮອດປະຈຸບັນແມ່ນສໍາເລັດແລ້ວ 90 ກວ່າ%, ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ຜູ້ຮັບເໝົາກໍ່ສ້າງຂົວດັ່ງກ່າວໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນ ຕຸລາ 2019 ເປັນຕົ້ນມາ, ຮອດປະຈຸບັນແມ່ນສໍາເລັດແລ້ວ 90 ກວ່າ%, ຂົວດັ່ງກ່າວເປັນຂົວເບເລ່ ( ຂົວເຫຼັກ ),ກວ້າງ3,8ແມັດຍາວ30,20ແມັດ, ເສົາຂົວ,ຝາປີກ,ຫົວເສົາເປັນເບຕົ່ງເສີມເຫຼັກ,ທາງລົດແລ່ນປູດ້ວຍໄມ້, ກໍ່ສ້າງທາງເຂົ້າສອງສົ້ນຂົວກວ້າງ 8 ແມັດລວມທັງບ່າທາງ, ມີຮ່ອງລະບາຍນໍ້າຍາວ 300 ແມັດໜ້າທາງປູດ້ວຍດິນຫີນ, ສ້ອມແປງທາງເວັ້ນກວ້າງ 5 ແມັດຍາວ 250 ແມັດປູດິນຫີນ, ລວມມູນຄ່າການກໍ່ສ້າງທັງໝົດເກືອບ 5 ຕື້ກີບ, ໂດຍແມ່ນທຶນຂອງປະຊາຊົນສົມທົບກັບທຶນຂອງລັດ, ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ ແລະ ນຳໃຊ້ໃນທ້າຍເດືອນ ມິຖຸນາ 2021 ນີ້.

ໃນຕອນບ່າຍຂອງວັນທີ 26 ພຶດສະພາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ, ໂດຍມີ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ,ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ແລະ ອໍານາດການປົກຄອງບ້ານ ບົວບານໃຫ້ການຕ້ອນຮັບ, ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ຮຽກຮ້ອງໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງຈົ່ງເລັ່ງກໍ່ສ້າງໃຫ້ສໍາເລັດຕາມກໍານົດ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການກ່ອນນໍ້າຈະນອງ, ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປ-ມາ, ການຂົນສົ່ງສິນຄ້າ, ຂົນສົ່ງຜົນຜະລິດກະສິກໍາຂອງປະຊາຊົນທີ່ຢູ່ສອງຟາກຝັ່ງຂອງແມ່ນໍ້າລາຍໃຫ້ມີຄວາມສະດວກ ແລະ ປອດໄພ.

   

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Loading...