ໂຄງການກໍ່ສ້າງຕາຝັ່ງ ລຽບຕາມແຄມ ນໍ້າກໍ ເມືອງໄຊ ແຂວງອຸດົມໄຊ ຫລື ໂຄງການ ຄຸ້ມຄອງຄວາມສ່ຽງ ໄພພິບັດ ນ້ຳຖ້ວມ ເທດສະບານເມືອງໄຊ ແຂວງອຸດົມໄຊ ແມ່ນອົງປະກອບທີ 1 ທີ່ນອນໃນໂຄງການ ຄຸ້ມຄອງຄວາມສ່ຽງ ໄພທຳມະຊາດ ເຂດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງແມ່ນທະນາຄານໂລກ ທີ່ໃຫ້ການຊ່ວຍເຫລືອ ດ້ານເງິນກູ້ ແລະ ຊ່ວຍ ເຫລືອລ້າ ໂດຍມອບໃຫ້ຂະແໜງ ໂຍທາທິການ ແລະ ຂົງສົ່ງ ສູນກາງ ແລະ ແຂວງສົມທົບກັນ ຈັດຕັ້ງປະຕິບັດ.
ໂຄງການຄຸ້ມຄອງ ໄພພິບັດ ນໍ້າຖ້ວມ ເທດສະບານເມືອງໄຊ ແຂວງອຸດົມໄຊ ປະກອບມີ 2 ຊ່ວງສັນຍາ ໃນນີ້ ສັນຍາທີ່ 1 ແມ່ນເລີ່ມແຕ່ຈຸດ ຂົວນ້ຳກໍ 2 ບ້ານເຈງ ຫາຂົວນ້ຳກໍ 4 ຂ້າງສະຫນາມກິລາແຂວງ ມີຄວາມຍາວທັງຫມົດ 1.320 ແມັດ ລວມມູນຄ່າການກໍ່ສ້າງທັງຫມົດ 3.729.907,62 ໂດລາສະຫະລັດ ( 3 ລ້ານ 7 ແສນກວ່າໂດລາສະຫະລັດ ), ໄລຍະການກໍ່ສ້າງທັງຫມົດ 15 ເດືອນ ( ເດືອນ 6 ປີ 2021 ຫາ ເດືອນ 8 ປີ 2022 ) ໂດຍແມ່ນ ບໍລິສັດ ກວ້າງຕຸ້ງ ເລກ 3 ສປຈີນ ເປັນຜູ້ຮັບເຫມົາກໍ່ສ້າງ. ອີງຕາມບົດສະຫລຸບລາຍງານ ຂອງພະແນກ ຍທຂ ແຂວງອຸດົມໄຊ ເຫັນວ່າ: ການກໍ່ສ້າງມາຮອດ ທ້າຍເດືອນ ມິຖຸນາ ( 6 ) ປີ 2022 ນີ້ ຫນ້າວຽກໂດຍລວມແລ້ວ ແມ່ນສຳ ເລັດ 74,46% ໃນນີ້ ວຽກງານຮາກຖານ ດິນຕ້ານເຈື່ອນ ສຳເລັດ 94%,ວຽກລຽນຫີນ ສະຫລົບ ສຳເລັດ 80,5%,ວຽກຕິດຕັ້ງ ແຜ່ນເບຕົງ ສະຫລົບ ສຳເລັດ 70%,ວຽກ ວາງທໍ່ລະບາຍນ້ຳ ແລະ ຮ່ອງລະບາຍນ້ຳ ສຳເລັດ 35%,ວຽກສວນສາທາລະນະ ສຳເລັດ 50%,ວຽກກໍ່ສ້າງຝາຍນ້ຳລົ້ນ ສຳ ເລັດ95% ແລະ ວຽກກໍ່ສ້າງເສັ້ນທາງ ສຳເລັດ 30%. ຖ້າຫາກອີງຕາມ ສັນຍາການກໍ່ສ້າງແລ້ວ ໂຄງການດັ່ງກ່າວ ຈະໃຫ້ສຳເລັດ ໃນເດືອນ ສິງຫາ 2022 ນີ້.
ສ່ວນຊ່ວງສັນຍາທີ 2 ແມ່ນເລີ່ມແຕ່ຈຸດ ຂົວນໍ້ຳກໍ 4 ຂ້າງພະແນກ ສາທາລະນະສຸກແຂວງ ຂຶ້ນໄປ ທາງດ້ານຂວາ ແມ່ນຮອດຈຸດຂົວນ້ຳກໍ 5 ບ້ານຖິ່ນ ແລະ ທາງດ້ານຊ້າຍ ແມ່ນຮອດຈຸດ ຂົວນໍ້າມາວ ບ້ານນາສ້າວ ມີຄວາມຍາວທັງຫມົດ 8.500 ແມັດ. ຄາດຄະເນການກໍ່ສ້າງ ປະມານ 30 ເດືອນ ເຊິ່ງຫນ້າວຽກຫລັກ ປະກອບມີ: ການປ້ອງກັນຕາຝັ່ງເຈື່ອນ,ສ່ວນສາທາລະນະ 1 ຈຸດ,ປະຕູລະບາຍນ້ຳ 21 ຈຸດ ແລະ ອື່ນໆ ເຊິ່ງປັດຈຸບັນ ແມ່ນສຳເລັດ ໃນຂັ້ນຕອນ ການຕີລາຄາ ແລະ ສຳເລັດທາງດ້ານເອກະສານ ເພື່ອລາຍງານ ກະຊວງ ຍທຂ ແລະ ທະນາ ຄານໂລກ ພ້ອມທັງ ຮັບຮອງ.
ສໍາລັບໂຄງການ ກໍ່ສ້າງຕາຝັ່ງ ຫລື ໂຄງການຄຸ້ມຄອງ ຄວາມສ່ຽງ ໄພພິບັດ ນໍ້ຖ້ວມເທດສະບານເມືອງໄຊ ແຂວງອຸດົມໄຊ ແມ່ນຫນຶ່ງໃນໂຄງການ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ສົ່ງເສີມຂີດຄວາມສາມາດ ໃຫ້ທ້ອງຖິ່ນ ກໍຄື ເທດສະບານ ເມືອງໄຊ ແຂວງອຸດົມໄຊ ໃນການຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ນ້ຳຖ້ວມ.
ຂ່າວ;ພາບ:ຄານມະນີ ຮຽນດໍຈັນ




