ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ພືດສະພາ 2022, ທີ່ສະ ໂມສອນຫ້ອງວ່າການປົກຄອງເມືອງໄຊເສດຖາ ແຂວງອັດຕະປື, ກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍ ແຜ່ລະບຽບການສັນຈອນ ແລະ ຄວາມປອດໄພໃນການນຳໃຊ້ເສັ້ນ ທາງຊົນນະບົດຢູ່ເມືອງໄຊເສດຖາ, ເປັນກຽດເຂົ້າຮ່ວມມີ ດ໋ອກເຕີ ວົງອຳໄພ ວົງຊາລະຊິດ ຮອງເຈົ້າເມືອງໄຊເສດຖາ,ມີການນໍາຂອງເມືອງ,ພ້ອມດ້ວຍພະນັກງານວິຊາການອອ້ມຂ້າງເມືອງເຂົ້າ ຮ່ວມ.
ໃນກອງປະຊຸມທ່ານ ເສີມຄຳ ຈັນທະວົງ ຜູ້ປະສານງານວຽກ ງານພັດທະນາຊົນນະບົດແບບມີສ່ວນຮ່ວມຈາກປະຊາຊົນ ໄດ້ຍົກໃຫ້ເຫັນເຖິງລະບຽບການສັນ ຈອນ ແລະ ຄວາມປອດໄພ ໃນການນຳໃຊ້ເສັ້ນທາງຊົນນະບົດ ເປັນຕົ້ນ: ທາງໂຄ້ງ,ທາງແຍກຕ່າງໆ,ລວມທັງອະທິບາຍບັນດາປ້າຍຊີ້ບອກຕາມທ້ອງຖະໜົນ,ຄວາມປອດໄພຂອງການນໍາໃຊ້ລົດຈັກ ແລະ ລົດຕ໋ອກໆ. ກອງປະຊຸມຍັງໄດ້ຈັດກິດຈະກຳຖາມ-ຕອບ ເພື່ອຄວາມຮູ້ກ່ຽວກັບການສັນຈອນໃນທ້ອງຖະໜົນ,ນອກນີ້ຍັງໄດ້ແຈກຍາຍແຜນພາບ ແລະ ປືມຄູ່ມືກົດລະບຽບການສັນຈອນ ແລະ ສິ່ງຂອງອື່ນໃຫ້ຜູ້ເຂົ້າຮ່ວມນໍາອີກ.
ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້,ເຂົ້າ ໃຈໃຫ້ພະນັກງານ-ລັດຖະກອນ ລວມທັງປະຊາຊົນ ຢູ່ພາຍໃນເມືອງໄຊເສດຖາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບການສັນຈອນຕາມເສັ້ນ ທາງຫຼວງ,ເສັ້ນຊົນ ນະບົດ ເພື່ອຄວາມເປັນລະບຽບຮຽບ ຮ້ອຍຂອງການນຳໃຊ້ລົດ,ນຳໃຊ້ຖະ ໜົນ ຫົນທາງລີກລຽງການເກີດອຸປະຕິເຫດຕ່າງໆ.
ນອກຈາກການເຜີຍແຜ່ຢູ່ຫ້ອງວ່າການປົກຄອງເມືອງແລ້ວ ທາງທີມງານໂຄງການຍັງຈະໄດ້ສືບຕໍ່ລົງເຜີຍແຜ່ໃຫ້ນັກຮຽນມັດທະຍົມສົມບູນເສດຖາ, ແລະ ຢູ່ບ້ານສະເເຄະ,ບ້ານຫາດສະຕີ,ບ້ານທ່າລານ ແລະ ບ້ານພອກຕື່ມອີກ.
ຂ່າວ: ພຸດປະສົງ