ໃນວັນທີ 30 ມິຖຸນານີ້ ທີມງານສຳ ຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ເຂົ້າພົບທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫຼິວຈິງເຫວີ້ຍ ຫົວໜ້າທີມງານສຳ ຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ໄດ້ລາຍງານຈຸດ ປະສົງການມາເຮັດວຽກຢູ່ແຂວງບໍ່ແກ້ວໃນຄັ້ງນີ້ ແມ່ນເປັນການລົງມາສຳຫຼວດກວດກາພື້ນທີ່ຕົວຈິງທີ່ຖືກເຫຼວທາງໂຄງ ການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງແຂວງບໍ່ແກ້ວ ເພື່ອເຮັດໃຫ້ການອອກ ແບບຈຳລອງ ແລະ ໃນສະພາບຕົວຈິງໃຫ້ມີຄວາມຖືກຕ້ອງສອດຄ່ອງ, ປະຫຍັດງົບປະມານ ແລະ ໄດ້ຮັບຜົນກະທົບໃນດ້ານຕ່າງໆໜ້ອຍທີ່ສຸດ ໃຫ້ການນຳຂອງແຂວງຊາບ.
ຕາມບົດວິພາກຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ” ຂອງໂຄງການກໍ່ສ້າງທາງດ່ວນໃຫມ່ ຈາກບໍ່ເຕັນ(ຫຼວງນໍ້າທາ) ຫາຫ້ວຍຊາຍ(ແຂວງບໍ່ແກ້ວ) ໄດ້ຮັບການພິຈາລະນາ ແລະອະນຸມັດແລ້ວໂດຍ ກອງປະຊຸມລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສປປລາວ ທາງດ່ວນບໍ່ເຕັນ – ຫ້ວຍຊາຍ ແມ່ນເລີ່ມແຕ່ດ່ານຊາຍແດນບໍ່ເຕັນ(ຊາຍແດນລາວ-ຈີນ) ໄປຮອດດ່ານຊາຍແດນຫ້ວຍຊາຍ(ຊາຍແດນລາວ-ໄທ) , ໄລຍະການກໍ່ສ້າງທາງ ແມ່ນ 176,3 ກິໂລແມັດ, ອີງຕາມມາດຕະຖານການກໍ່ສ້າງທາງດ່ວນທາງຄູ່ໄປກັບທີ່ມີ 4 ເລນ, ການອອກແບບຄວາມໄວແມ່ນ 80 ກິໂລແມັດ/ຊົ່ວໂມງ, ຄວາມກວ້າງໜ້າທາງແມ່ນ 21 ແມັດ, ມູນຄ່າການລົງທຶນຄາດຄະເນ ປະມານ 24,126 ຕື້ຢວນ ( 3,8 ຕື້ໂດລາ).ຫຼັງຈາກສຳເລັດໂຄງການກໍ່ສ້າງນີ້ແລ້ວ, ຈາກບໍ່ເຕັນ ຫາ ຫ້ວຍຊາຍ ຈະໃຊ້ເວລາພຽງແຕ່ 1,5 ຊົ່ວໂມງ.
ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ກໍ່ໄດ້ສະແດງຄວາມຍິນດີທີ່ທາງທີມງານ ໄດ້ເອົາໃຈໃສ່ເລັ່ງສຳຫຼວດອອກແບບ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ດຳເນີນໄປຕາມແຜນ ກ້າວໄປສູ່ການເລີ່ມລົງມືກໍ່ສ້າງໂດຍໄວ້ ເຊິ່ງຈະເຮັດໃຫ້ເກີດຜົນປະໂຫຍດທັງສອງຝ່າຍ ກໍ່ຄືການສ້າງຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງສິນຄ້າພາຍໃນແຂວງ, ຕ່າງແຂວງ ແລະ ບັນດາປະເທດໄກຄຽງ,ການສັນຈອນໄປມາຂອງປະຊາຊົນ ຂື້ນຕື່ມ, ໄດ້ປະຢັດເວລາ, ປະຢັດງົບປະມານ ແລະ ມີຄວາມປອດໄພສູງ ເຊິ່ງຈະເປັນອີກທ່າແຮງໜຶ່ງທີ່ຈະດຶງດູດນັກທຸລະກິດເຂົ້າມາລົງທຶນຫຼາຍຂື້ນເຮັດໃຫ້ເສດຖະ ກິດ-ສັງ ຄົມຂອງແຂວງບໍ່ແກ້ວ ຂະຫຍາຍຕົວຂື້ນເລື່ອຍໆ, ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ບໍລິສັດຜູ້ທີ່ລົງທຶນໃຫ້ຄຳໜຶງເຖິງການພັດທະນາຕ້ອງຮັບປະກັນຄວາມຍືນຍົງ ທາງດ້ານວັດທະນະທຳ-ສັງຄົມ ຮັກສາເອກະລັກຂອລາວ,ສິ່ງແວດ ລ້ອມ,ທຳ ມະຊາດ ແລະ ການດຳລົງຊີວິດຂອງປະ ຊາຊົນ ໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດ ແລະ ປະຊາຊົນຕ້ອງມີວຽກເຮັດງານທຳໃນການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນນີ້ດ້ວຍ. ສະນັ້ນ ຖ້າມີຂໍ້ຫຍຸ້ງຍາກອັນໃດທີ່ທາງພາກສ່ວນກ່ຽວຂ້ອງຂອງແຂວງ ທາງຄະນະນຳຂອງແຂວງບໍ່ແກ້ວ ພ້ອມແລ້ວຈະອຳນວຍຄວາມສະດວກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສຳຫຼວດອອກແບບຂອງທີມງານໄດ້ມີຜົນສຳເລັດໂດຍໄວ້ ແລະ ເຮັດໃຫ້ໂຄງການນີ້ໄດ້ລົງມືກໍ່ສ້າງໂດຍໄວ້.
ຂ່າວ,ພາບ: ສາຍສະຫມອນ ແກ້ວວິສິດ, ຄຳພັນ ແກ້ວມະນີ


