ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 19 ພຶດສະພາ 2022ນີ້ ຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ກະຊວງ ຖວທ ຮ່ວມກັບຄະນະຮັບຜິດຊອບທະນາຄານພັດທະນາອາຊີ (ADB), ພະແນກ ຖວທ ແຂວງ ແລະພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມ ຊຸກຍູ້ວຽກງານໂຄງການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວໄລຍະ2 ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບໜູນເງິນທຶນຈາກທະນາຄານພັດທະນາອາຊີ (ADB), ເປົ້າໝາຍເພື່ອພັດທະນາໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນການສ້າງລາຍຮັບ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ.
ໃນການລົງຕິດຕາມໂຄງການຄັ້ງນີ້ ຄະນະຮັບຜິດ ຊອບໂຄງການ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ໄຊຍະຫວັດ ຈັນທະວົງສາ ວິສາວິສະວະກອນທີ່ປືກສາປະສານງານພາກສະໜາມ ບໍລິສັດ ssc ໄດ້ຕາງໜ້າໃຫ້ແກ່ບໍລິສັດຄຳຟອງກຼຸບ ຈຳກັດຜູ້ດຽວ ໄດ້ລາຍງານວ່າ: ເລີ່ມຕັ້ງແຕ່ໄດ້ລົງມືກໍ່ສ້າງມາຮອດປະຈຸບັນ ສາມາດປະຕິບັດໄດ້ 10,85% ເຊິ່ງເຫັນວ່າມີຫລາຍໜ້າວຽກທີ່ສາມາດເຮັດໄດ້ເປັນຕົ້ນແມ່ນ: ການສະໜອງ ເຄືອງມື ອຸປະກອນ ຮັບໃຊ້ໂຄງການ, ວຽກຮືຖອນສິ່ງປຸກສ້າງເກົ່າ ແລະ ອະນາໄມ ພ້ອມຕັດດິນ ເຂດ ມາລີນາ, ວຽກຕັດດິນຂະຫຍາຍຫນ້າທາງ ຕັ້ງແຕ່ km6+372- km3+700, ວຽກວ່າງທໍ່ແລະວຽກຍ່ອຍຈຳນວນໜຶ່ງແລະ ຄາດວ່າໂຄງການດັ່ງກ່າວນີ້ຈະໃຫ້ສຳເລັດໃນເດືອນ 6/2023ນີ້.
ຂະນະທີ່ທ່ານ ນ.ອິ່ນຄຳ ພັນດາລາ ກຳມະການພັກ ແຂວງ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ທັງເປັນຫົວໜ້າໂຄງການ ພັດທະນາໂຄງລ່າງພື້ນການແລະສິ່ງອຳນວຍຄວາມສະດວກເພື່ອການທ່ອງທ່ຽວຢູ່ອ່າງນ້ຳງື່ມເມືອງແກ້ວອຸດົມ ໃຫ້ຮູ້ຕື່ມວ່າ: ໄລຍະການພັດທະນາໂຄງລ່າງພື້ນຖານ ແລະສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ເຂດທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມນີ້ ແມ່ນຈະໄດ້ໂຈະການບໍລິການກິດຈະການທ່ອງທ່ຽວ ຢູ່ເຂດດັ່ງກ່າວຊົ່ວຄາວກ່ອນ ເພື່ອຄວາມປອດໄພ, ເນື່ອງຈາກເຂດດັ່ງກ່າວມີພື້ນທີ່ຄ້ອຍຊັນ,ຕາມແຄມນ້ຳມີຕຶກອາຄານຫຼາຍສົມຄວນເຊິ່ງມີຄວາມຫຍຸ້ງຍາກໃນການກໍ່ສ້າງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງ​ແວດລ້ອມຮັບປະກັນຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນເວລາ18ເດືອນ ໂດຍເລີ່ມແຕ່ວັນທີ 6 ພຶດສະພາ​2022ເປັນຕົ້ນໄປ ຫລື ຈົນກວ່າໂຄງການດັ່ງກ່າວຈະກໍ່ສ້າງສຳເລັດ, ແຕ່ການໂຈະການໃຫ້ບໍລິການທ່ອງທ່ຽວຢູ່ອ່າງນ້ຳງື່ມ 1 ເຂດເມືອງແກ້ວອຸດົມນັ້ນ ຈະບໍ່ ສົ່ງຜົນກະທົບໃດໆ ຕໍ່ບັນຍາກາດການທ່ອງທ່ຽວໃນອ່າງນ້ຳງື່ມ, ເນື່ອງຈາກວ່າພວກເຮົາຍັງໄດ້ມີການກະກຽມ ຈຸດ ຮັບຮອງນັກທ່ອງທ່ຽວເອົາໄວ້ຮຽບຮ້ອຍແລ້ວ ເຊິ່ງມີ 3 ຈຸດ ດ້ວຍກັນຄື: ທ່າເຮືອເຂດແດນສະຫວັນນ້ຳງື່ມຣີສອດ, ທ່າ ເຮືອບ້ານນາເພີຍ ເມືອງທຸລະຄົມ ແລະ ທ່າເຮືອເຂດບ້ານ ທ່າເຮືອ ເມືອງວັງວຽງ, ນັກທ່ອງທ່ຽວທີ່ຈະເຂົ້າມາໃນໄລ ຍະທີ່ ສປປ ລາວ ເປີດປະເທດນີ້ ສາມາດໄປໃຊ້ບໍລິການ ໃນ 3 ຈຸດນີ້ໄດ້, ເຊິ່ງນັກທ່ອງທ່ຽວຈະໄດ້ພົບກັບການບໍລິການ-ການທ່ອງທ່ຽວທີ່ປະທັບໃຈ,ສຳຜັດກັບທິວທັດ ທຳມະຊາດ ໃນອ່າງນ້ຳງື່ມ ທີ່ສວຍງາມບໍ່ໜ້ອຍກວ່າ ການລົງທ່ອງທ່ຽວທີ່ ອ່າງນ້ຳງື່ມ 1 ເຂດເມືອງແກ້ວອຸດົມແນ່ນອນ.
ຂ່າວ,​ພາບ: ບຸນທະວີ ພົມມະສິດ