ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ II ແລະ ບັນດາຜູ້ປະກອບການທຸລະກິດ ຮ່ວມກັບແຂວງຈຳປາສັກ ຈະໄດ້ຈັດງານວາງສະແດງ, ແຂ່ງຂັນໃນງານ ແລ່ນປາກເຊຮາບມາຣາທອນ (Pakse Half Marathon) ທີ່ ນະຄອນປາກເຊ ແຂວງຈໍາປາສັກລະຫວ່າງວັນທີ 23- 24 ກັນຍາ 2023, ເພື່ອສົ່ງເສີມການທ່ອງທ່ຽວ ຂອງແຂວງຈຳປາສັກ ແລະບັນດາແຂວງ ທີ່ໄກ້ຄຽງ.
ດັ່ງນັ້ນ ຈິ່ງໄດ້ ເຊີນຊວນບັນດາທ່ານເຂົ້າຮ່ວມກິດຈະກຳໃນຮ້ານວາງສະແດງສົ່ງເສີມການທ່ອງທ່ຽວ ໃນງານແຂ່ງຂັນແລ່ນປາກເຊຮາບມາຣາທອນ (Pakse Half Marathon) ທີ່ ນະຄອນປາກເຊ ແຂວງຈໍາປາສັກລະຫວ່າງວັນທີ 23- 24 ກັນຍາ 2023 ໃນຮ້ານວາງສະແດງສົ່ງເສີມການທ່ອງທ່ຽວມີກິດຈະກໍາລຸ້ນຮັບຂອງລາງວັນຫຼາຍກວ່າ 200 ລາຍການ, ລາຍລະອຽດຂອງງານມີດັ່ງນີ້:
• ວັນເສົາ 23 ກັນຍາ 2023 ເລີ່ມແຕ່ເວລາ 10:00-16:00 ໂມງ
• ວັນອາທິດ 24 ກັນຍາ 2023 ເລີ່ມແຕ່ເວລາ 03:00-10:00 ໂມງ
ກະຕິກາໃນການລຸ້ນຮັບລາງວັນ ມີຄື:
1. ຜູ້ເຂົ້າຮ່ວມສາມາດລົງທະບຽນດ້ວຍຕົນເອງທີ່ໜ້າຮ້ານວາງສະແດງສົ່ງເສີມການທ່ອງທ່ຽວ
2. ຮ່ວມກິດຈະກໍາຖ່າຍຮູບຢູ່ທີ່ຈຸດຖ່າຍຮູບໜ້າຮ້ານວາງສະແດງສົ່ງເສີມການທ່ອງທ່ຽວພ້ອມທັງລົງເຟດບຸກແລ້ວ Tag Page Laos Simply Beautiful ລາວ ແລະ Page Southern Laos.
3. ຮ່ວມຫຼິ້ນເກມຖາມ-ຕອບ ແລະ ຈົກສະຫຼາກລຸ້ນຮັບຂອງລາງວັນປະເພດຕ່າງໆ.
4. ຫຼັງຈາກນັ້ນ, ຮັບເສື້ອ, Gift Voucher ຈາກຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ອື່ນໆອີກຫຼາຍລາຍການ.
ສະໜັບສະໜູນໂດຍ:ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ II ແລະ ບັນດາຜູ້ປະກອບການທຸລະກິດ.







