ໃນເດືອນມີນາຜ່ານມານີ້ ໂຄງການລົດໄຟລາວ-ຈີນສາມາດສົ່ງສິນຄ້າໄດ້ທັງໝົດ 1 ແສນ 2 ໝື່ນ 5 ພັນກວ່າໂຕນ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຄາດວ່າ: ໃນເດືອນເມສານີ້ ຈະຂົນສົ່ງສິນຄ້າ ໄດ້ບໍ່ຫລຸດ 200.000 ໂຕນ.
ທ່ານ ວົງທອງ ສຸພັນທອງ ວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນໃຫ້ ສໍາພາດວ່າ: ນັບແຕ່ເລີ່ມເປີດໃຫ້ບໍລິການແລ່ນລົດໄຟລາວ-ຈີນເປັນຕົ້ນມາ ການຂົນສົ່ງສິນຄ້າ ມີຈໍາ ນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຜ່ານມາເລີ່ມເປີດສະຖານີຂົນສົ່ງສິນຄ້າ ພຽງແຕ່ນະຄອນຫລວງວຽງ ຈັນ, ນາເຕີຍແຂວງ ຫລວງນໍ້າທາ, ຫລວງພະບາງ ແລະ ວັງວຽງ, ປັດຈຸບັນໄດ້ເປີດເພີ່ມອີກຢູ່ເມືອງໄຊ ແຂວງອຸດົມໄຊ ແລະ ເມືອງກາສີ ແຂວງວຽງຈັນ. ເຊຶ່ງການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສ່ວນຫລາຍແມ່ນປະເພດແຮ່ເຫລັກ, ຢາງພາລາ ແລະ ອື່ນໆ ສ່ວນສິນຄ້າກະສິກໍາພືດຜັກຕ່າງໆ ຄາດ ວ່າປະມານເດືອນກໍລະກົດປີນີ້ ຈຶ່ງຈະສາມາດຂົນສົ່ງໄດ້ ເນື່ອງຈາກສູນກັກກັນພືດທາງເບື້ອງ ບໍ່ຫານ ຂອງຈີນຍັງບໍ່ມີຄວາມພ້ອມເທື່ອ.
ທ່ານ ວົງທອງ ສຸພັນທອງ ວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນໃຫ້ ຮູ້ຕື່ມວ່າ: ໂຄງການລົດໄຟລາວ-ຈີນ ໄດ້ສ້າງຄວາມສະດວກສະບາຍໃນການຂົນສົ່ງສິນຄ້າ ແລະ ບໍລິການປະຊາຊົນ ໃນເດືອນມີນາຜ່ານມານີ້ ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 12.500 ກວ່າໂຕນ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຄາດວ່າພາຍໃນເດືອນເມສານີ້ ຈະຂົນສົ່ງສິນຄ້າໄດ້ບໍ່ຫລຸດ 200.000 ໂຕນ.%
ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ປີນີ້ ທີ່ມີຈໍານວນຜູ້ໂດຍສານໄປ ໃຊ້ບໍລິ ການລົດໄຟລາວ-ຈີນຫລາຍກວ່າ ເກືອບ 5.000 ຄົນ ເຊຶ່ງເປັນສະຖີຕິໃໝ່ຂອງການຂົນສົ່ງ ທາງລົດໄຟລາວ-ຈີນ
ທ່ານ ວົງທອງ ສຸພັນທອງ ວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນໃຫ້ ສໍາພາດວ່າ: ສະເພາະວັນທີ 13 ເມສາມື້ດຽວ ໄດ້ຕ້ອນຮັບຜູ້ໂດຍສານທັງໝົດ 4.669 ກວ່າຄົນ, ສະເພາະຢູ່ສະຖານີໃນນະຄອນຫລວງວຽງຈັນ 2.662 ຄົນ, ຈາກນັ້ນຕົວເລກຜູ້ດຽວສານກໍ່ເພີ່ມ ຂຶ້ນເລື້ອຍໆ ກາຍເປັນສະຖີຕິໃໝ່ຂອງການແລ່ນລົດໄຟລາວ-ຈີນ ແລະ ຄາດວ່ານັບແຕ່ນີ້ເປັນຕົ້ນ ໄປຈະມີຜູ້ ໂດຍສານທີ່ໄປໃຊ້ບໍລິການນັບມື້ເພີ່ມຂຶ້ນ ເພາະການເດີນທາງດ້ວຍລົດໄຟມັນສະດວກ ສະບາຍ ປອດໄພ ແລະ ບໍ່ໃຊ້ເວລາຫລາຍ.
ວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ຕື່ມວ່າ: ປັດຈຸບັນ ໂຄງການລົດ ໄຟລາວ-ຈີນ ພວມຄັດເລືອກການຂາຍປີ້ລົດໄຟລາວ-ຈີນ ໂດຍຜ່ານທາງລະບົບອອນລາຍໃຫ້ເໝາະສົມ ກັບສະພາບເງື່ອນໄຂຂອງປະເທດເຮົາ ເພາະຜ່ານມາມີຫາງສຽງຈົ່ມວ່າຈາກສັງຄົມ ກ່ຽວກັບການຊື້ປີ້ ມີ ຄວາມຫຍຸ້ງຍາກຫລາຍ, ສະນັ້ນ ໃນຕໍ່ໜ້າທາງໂຄງການຈະໄດ້ເລັ່ງປັບປຸງໃນດ້ານນີ້ໃຫ້ສະດວກສະ ບາຍ ເພື່ອຮັບໃຊ້ການທ່ອງທ່ຽວໃນອະນາຄົດ.%



