ພາຍຫລັງຈາກທີ່ໂຄງການວຽງຈັນສະອາດ: ຊ່ວຍກັນຫລຸດຜ່ອນການນໍາໃຊ້ຖົງຢາງພລາສຕິກ ເລີ່ມຈັດຕັ້ງປະຕິ ບັດນັບແຕ່ວັນທີ 6 ມັງກອນ 2021 ເປັນຕົ້ນມາ ເຫັນວ່າປະຊາຊົນ ກໍຄື ລູກຄ້າທີ່ໄປໃຊ້ບໍລິການບັນດາຮ້ານຄ້າ ແລະ ຕະຫລາດທີ່ເຂົ້າຮ່ວມໂຄງການໃຫ້ການຮ່ວມມືດີສົມຄວນ. ຂະນະດຽວກັນ ມີບາງຮ້ານຄ້າ ແລະ ຕະຫລາດສະເໜີເຂົ້າ ຮ່ວມໂຄງການດັ່ງກ່າວໃນໄວໆ ນີ້.
ທ່ານ ແອງພອນ ແພງສຸວັນ, ຮອງຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມນະຄອນ ຫລວງວຽງຈັນ ໃຫ້ສໍາພາດວ່າ: ໂຄງ ການດັ່ງກ່າວນີ້ໄດ້ເປີດຂຶ້ນຢ່າງເປັນທາງການແຕ່ວັນທີ 17 ຕຸລາ 2020, ເບື້ອງຕົ້ນທາງໂຄງການໄດ້ສຸມໃສ່ໂຄສະນາຜ່ານສື່ຕ່າງໆ ກ່ອນເປັນເວລາ 3 ເດືອນ ເພື່ອໃຫ້ສັງຄົມຮັບຮູ້ກ່ຽວກັບກິດຈະກໍາຂອງໂຄງການ, ຈາກນັ້ນ ນັບແຕ່ວັນທີ 6 ມັງກອນ 2021 ເປັນຕົ້ນມາ ໄດ້ເລີ່ມປະຕິບັດໂຄງການຕົວຈິງ ຄື ບໍ່ອະນຸ ຍາດໃຫ້ບັນດາຮ້ານຄ້າ ແລະ ຕະຫລາດທີ່ເຂົ້າຮ່ວມໂຄງ ການແຈກຖົງຢາງພລາສຕິກໃສ່ສິນຄ້າໃຫ້ລູກຄ້າທຸກໆ ວັນພຸດ ແຕ່ເປັນການແຈກຢາຍຖົງຜ້າ, ຖົງເຈ້ຍ ແລະ ຖົງທີ່ເຮັດດ້ວຍວັດສະດຸທີ່ຍ່ອຍສະຫລາຍງ່າຍໃສ່ສິນຄ້າແທນ. ແຕ່ຖ້າລູກຄ້າຕ້ອງການໃຊ້ຖົງຢາງປຣາສຕິກ ຕ້ອງເອົາໄປຈາກເຮືອນ ຫລື ຕ້ອງໄດ້ຊື້ນຳຮ້ານຄ້າ ແລະ ຕະຫລາດທີ່ເຂົ້າຮ່ວມໂຄງການທີ່ຕົນເອງໄປໃຊ້ບໍລິການ.
ທ່ານ ແອງພອນ ແພງສຸວັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ມີ 7 ສູນການຄ້າ ແລະ 2 ຕະຫຼາດເຂົ້າຮ່ວມໂຄງການ ຄື: ສູນການຄ້າບາຊາບີ, ສູນການຄ້າພາກຊັນ, ສູນການຄ້າໄອເຕັກ ມໍ, ສູນການຄ້າວິວ ມໍ, ຮ້ານຊຸບເປີມາເກັດເຈມາກ, ໂຊກທະວີ ແລະ ມາໂກໂຕະ. ນອກນີ້, ຍັງມີຕະຫຼາດໜອງຈັນ ແລະ ຕະຫຼາດໂພນສະຫວ່າງ. ຜ່ານການຈັດຕັ້ງປະຕິບັດໂຄງການມາໄດ້ 1 ເດືອນກວ່າ ເຫັນວ່າລູກຄ້າທີ່ເຂົ້າໄປໃຊ້ບໍລິການໃຫ້ການຮ່ວມມືດີ ແລະ ຈຳນວນລູກຄ້າຍັງປົກ ກະຕິຄືເກົ່າ. ຢ່າງໃດກໍ່ຕາມ ຜ່ານການປະຕິບັດໂຄງການດັ່ງກ່າວນີ້ ເຫັນວ່າມີຂໍ້ຫຍຸ້ງຍາກຈຳນວນໜຶ່ງ ເນື່ອງຈາກມີບາງຫ້າງຮ້ານ ແລະ ຕະຫລາດທີ່ເຂົ້າຮ່ວມໂຄງການມີຖົງຜ້າ, ຖົງເຈ້ຍ ແລະ ຖົງທີ່ເຮັດດ້ວຍວັດສະດຸທີ່ຍ່ອຍສະຫລາຍງ່າຍໃຫ້ລູກຄ້າບໍ່ພຽງພໍກັບຄວາມຕ້ອງການ ເຊີ່ງເປັນບັນຫາທີ່ທາງໂຄງການຕ້ອງຮ່ວມກັບຜູ້ປະກອບການແກ້ໄຂໃຫ້ໄດ້.
ນອກຈາກນີ້ ປັດຈຸບັນ ມີສູນກາງຄ້າບິກຊີ, ສູນການຄ້າໂຊກໄຊ ແລະ ຕະຫລາດຈໍານວນໜຶ່ງ ສະເໜີເຂົ້າຮ່ວມໂຄງການນີ້. ຂະນະດຽວກັນໂຄງ ການພວມເກັບກໍາຂໍ້ມູນລະອຽດກ່ຽວກັບປະລິມານຂີ້ເຫຍື່ອທີ່ມີຢູ່ບັນດາຫ້າງຮ້ານ ແລະ ຕະຫລາດທີ່ເຂົ້າຮ່ວມໂຄງການໃນແຕ່ລະເດືອນ ເພື່ອສະ ເໜີໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຫລຸດຄ່າເກັບມ້ຽນຂີ້ເຫຍື່ອໃຫ້ໃນອັດຕາມທີ່ເໝາະສົມ.



ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ບຸນຍັງ ພຸດສະຫວັດ