ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂຄງການຮຽນອ່ານຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ(ສກຂ)ຊຽງຂວາງ ຈັດກອງປະຊຸມທົບທວນ ແລະ ວາງແຜນກິດຈະກຳປະຈໍາ 6 ເດືອນຕົ້ນປີ 2022ໃນວັນທີ 30 ສິງຫາ 2022 ນີ້ ທີ່ຫ້ອງປະຊຸມໃຫຍ່ພະແນກ(ສກຂ)ຊຽງຂວາງ, ພາຍໃຕ້ການເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄາໂມ ໂຫຊຽນ ຫົວໜ້າໂຄງການຮຽນອ່ານປະຈໍາ ສປປ ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານຮອງເຈົ້າເມືອງ, ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ, ທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຕະຫຼອດຮອດພະນັກງານໂຄງການຮຽນອ່ານຂັ້ນສູນກາງ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສີວິໄລ ແສງຈະເລີນ ປະທານກອງປະຊຸມໄດ້ໃຫ້ກຽດມີຄໍາຄິດຄໍາເຫັນ, ກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບໂຄງການຮຽນອ່ານທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນທັນຕາມກໍານົດເວລາ, ທ່ານໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນເປັນຫ່ວງເປັນໄຍຕໍ່ການສຶກສາ ເພື່ອອານາຄົດຂອງລູກຫຼານນັກຮຽນ, ເຖິງແມ່ນວ່າ ຍັງມີເດັກຈໍານວນໜຶ່ງຢູ່ເຂດຫ່າງໄກສອກຫຼີກ, ຫຍຸ້ງຍາກຕໍ່ກັບການໄປສຶກສາຮໍ່າຮຽນ, ແຕ່ພັກ-ລັດ ກໍໄດ້ຂະຫຍາຍຕາໜ່າງການສຶກສາເຂົ້າຢ່າງທົ່ວເຖິງ ເຮັດໃຫ້ລູກຫຼານນັກຮຽນໄດ້ສຶກສາຮໍ່າຮຽນຢ່າງເທົ່າທຽມກັນ, ພ້ອມດຽວກັນນັ້ນ ຍັງໄດ້ເປີດໂອກາດໃຫ້ອົງການຈັດຕັ້ງຊ່ວຍເຫຼືອຕ່າງໆ ເຂົ້າມາມີສ່ວນຮ່ວມໃນການຊຸກຍູ້ສົ່ງເສີມວຽກງານສຶກສາ-ກິລາ ຢູ່ພາຍໃນປະເທດ, ເຂດຫ່າງໄກສອກຫຼີກ ທຸລະກັນດານ ເພື່ອຍົກສູງພາລະບົດບາດວຽກງານສຶກສາ ແລະ ກິລາຢູ່ລາວໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ.
ໂອກາດດັ່ງກ່າວ ທ່ານ ນາງ ສຸພາລະ ຫຼວງພົມໂສພາ ວິຊາການຂະແໜງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ພະແນກ(ສກຂ), ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໂຄງການປະຈໍາ 6 ເດືອນຕົ້ນປີ 2022 ໃນໄລຍະຜ່ານ ທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຕະຫຼອດໄລຍະ 6 ເດືອນໃນການຈັດຕັ້ງປະຕິບັດກິດຈະກຳ, ທາງໂຄງການໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ໂຮງຮຽນ ແລະ ຊຸມຊົນ ໂດຍພະນັກງານໂຄງການຂັ້ນເມືອງ, ຕັ້ງລະບົບການບໍລິຫານ ແລະ ການພັດທະນາອຸປະກອນຕ່າງໆ, ໃນນັ້ນ ບູລິມະສິດທໍາອິດຂອງໂຄງການ ແມ່ນເພື່ອໃຫ້ກິດຈະກຳສ້າງຄວາມເຂັ້ມແຂງ ແລະ ອຸປະກອນສະໜັບສະໜູນ ໄປໃນແນວທາງອັນດຽວກັນກັບຫຼັກສູດແຫ່ງຊາດ ແລະ ໃຫ້ໝັ້ນໃຈວ່າ: ໂຄງການຮຽນອ່ານໄດ້ມີສ່ວນຮ່ວມ ໃນການຜັນຂະຫຍາຍແຜນການການປັບປຸງຄຸນນະພາບການສຶກສາຂອງແຂວງ, ພ້ອມດຽວກັນນັ້ນ ທາງໂຄງການໄດ້ເຮັດວຽກຢ່າງໃກ້ສິດ ກັບກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນການຈັດຕັ້ງປະຕິບັດກິດຈະກຳ, ເຮັດໃຫ້ມີຫຼາຍໆກິດຈະກຳໄດ້ຮັບຜົນສໍາເລັດ, ໂດຍໄດ້ໃຊ້ງົບປະມານໄປແລ້ວທັງໝົດ 675,530 ໂດລາ ຫຼື ປະມານ 878,189,000(ແປດຮ້ອຍກ່ວາລ້ານກີບ).
ໃນຕໍ່ໜ້າ(6 ເດືອນທ້າຍປີ 2022) ທາງໂຄງການຈະສຸມໃສ່ບັນດາກິດຈະກຳຕ່າງໆຄື: ຍົກລະດັບຄວາມສາມາດ ຂອງຄູສອນຫ້ອງກຽມປະຖົມ ປ.1 ແລະ ປ.2 ໃນການດໍາເນີນກິດຈະກໍາການຮຽນ-ການສອນທີ່ມີປະສິດທິພາບ, ຝຶກອົບຮົມທົບທວນຄືນ ປ.1, ປ.2 ແລະ ການມີສ່ວນຮ່ວມໃນການພັດທະນາທາງດ້ານການອ່ານ, ຝຶກອົບຮົມທົບທວນຄືນສໍາລັບຫ້ອງກຽມປະຖົມ, ການຈັດຮອບວຽນການຮຽນໃຫ້ແກ່ຜູ້ອໍານວຍການ, ຝຶກອົບຮົມຄູຝຶກຂັ້ນແຂວງສໍາລັບຫຼັກສູດຫ້ອງກຽມ ເພື່ອຝຶກຕໍ່ໃຫ້ໂຮງຮຽນ, ນອກນັ້ນ ຍັງມີອີກຫຼາຍໆກິດຈະກຳທີ່ທາງໂຄງການຈະໄດ້ຈັດຕັ້ງປະຕິບັດ ເພື່ອແນໃສ່ປັບປຸງທັກສະການອ່ານໃຫ້ເດັກນ້ອຍທຸກຄົນນັບຕັ້ງແຕ່ຂັ້ນຫ້ອງກຽມປະຖົມ ໄປຮອດຂັ້ນປະຖົມປີທີ 2 ໂດຍເນັ້ນໃສ່ເດັກທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ ແລະ ເດັກທີ່ດ້ອຍໂອກາດໄດ້ຮັບການປັບປຸງດີຂຶ້ນ.
(ໂດຍ: ຄານສີສະຫວັນ)