ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບ-ຮັບ ພາຫະນະ ແລະ ອຸປະ ກອນ ຈາກ ສອງລັດຖະບານ ນິວຊີແລນ ແລະ ລັດຖະບານໄອແລນ. ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2022ນີ້,ທີ່ຫ້ອງການໃຫຍ່ ໂຄງການເກັບກູ້ລະເບີດແຫ່ງ ຊາດ, ນະຄອນຫຼວງວຽງຈັນ. ເປັນກຽດຕາງໜ້າ ສອງລັດຖະບານ ກ່າວມອບໂດຍ ທ່ານນາງ ແຄັດທຣີນ ເຟືອງ, ຮອງຜູ້ຕາງ ໜ້າອົງການສະຫະປະຊາຊາດເພື່ອການພັດ ທະນາປະຈໍາ ສປປ ລາວ ແລະ ຕາງ ໜ້າ ລັດຖະບານແຫ່ງ ສປປ ລາວ ເປັນກຽດກ່າວຮັບໂດຍ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ທ່ານຫົວໜ້າກົມ, ຮອງກົມ , ຄະນະ ໂຄງການຄກລ, ຕາງໜ້າອົງການສາກົນ , ພ້ອມດ້ວຍແຂກຖືກເຊີນ ແລະ ວິຊາການໂຄງການເກັບກູ້ລະເບີດແຫ່ງຊາດ ເຂົ້າຮວ່ມ.
ພິທີ່ມອບ-ຮັບ ພາຫະນະ ແລະ ອຸປະ ກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນວຽກງານເກັບກູ້ລະເບີດ ໃນຄັ້ງນີ້, ແມ່ນການຊ່ວຍ ເຫຼືອຈາກ ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ໃນນັ້ນປະກອບມີ: ລົດພາກສະໜາມຈໍານວນ 2 ຄັນ, ລົດຕູ້ 15 ບ່ອນນັ່ງ ຈຳນວນ 1 ຄັນ, ເຄື່ອງກວດລະເບີດຈໍານວນ 58 ເຄື່ອງ, ອຸປະກອນຈັດກອງປະຊຸມທາງໄກ ຈຳນວນ 4 ຊຸດ , ອຸບປະກອນໄອທີ ແລະ ອຸປະກອນອື່ນໆອີກຈໍານວນໜຶ່ງ ເພື່ອສະໜັບສະໜູນ ເຂົ້າໃນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ, ລວມມູນຄ່າການຊ່ວຍ ເຫຼືອທັງໝົດເປັນເງິນ ຈໍານວນ 440,000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນວຽກ ງານການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກຕົກຄ້າງ ຢູ່ ສປປ ລາວ.
ໃນພິທີດັ່ງກ່າວ, ທ່ານນາງ ແຄັດທຣິນ ເຟືອງ ໃນນາມຕາງໜ້າທັງ ສອງລັດຖະບານນິວຊີແລນ ແລະ ລັດຖະບານໄອ ແລນ ໄດ້ມີຄຳເຫັນບາງຕອນວ່າ “ອົງການ ສປຊ ຍັງມຸ່ງໝັ້ນທີ່ຈະສະໜັບສະໜູນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ພວກເຮົາຍັງຄົງສຸມໃສ່ຄວາມເປັນເຈົ້າ ການແຫ່ງຊາດ ແລະ ຄວາມຍືນຍົງຂອງຂະແໜງການໃນໄລຍະຍາວ ແລະ ພວກເຮົາພ້ອມທີ່ຈະສືບຕໍ່ໃຫ້ການສະໜັບ ສະໜູນ ໃຫ້ແກ່ລັດຖະບານລາວ ເວົ້າລວມ, ເວົ້າສະເພາະ ກໍຄືວຽກງານການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກຕົກຄ້າງ ຢູ່ ສປປ ລາວ.ໃນການສ້າງຂີດຄວາມສາມາດແຫ່ງງຊາດ. ຄຽງຄູ່ກັນນັ້ນ, ພວກເຮົາຍັງຈະໄດ້ຈັດຕັ້ງປະຕິບັດໂຄງການກ່ຽວກັບວຽກງານເກັບກູ້ລະເບີດບໍ່ທັນແຕກໃນອີກ 05 ປີຕໍ່ໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ອົງການ ສປຊ ຈະພະຍາ ຍາມສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ລັດຖະບານລາວ ບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໂດຍສະເພາະແມ່ນເປົ້າໝາຍການພັດທະນາແບບຍືນຍົງທີ 18”, ພ້ອມນີ້ ທ່ານ ຍັງໄດ້ກ່າວເນັ້ນຢຳ້ເຖິງການສືບຕໍ່ໃຫ້ການສະໜັບສະໜູນຂອງ ລັດຖະບານນິວຊີແລນ ແລະລັດຖະບານໄອແລນ ເຊິ່ງຈະຊ່ວຍໃຫ້ ຄກລ ສາມາດສືບຕໍ່ດຳເນີນວຽກງານສຳຫຼວດ ແລະ ກວດກູ້ ໃນຊຸມປີທີ່ຈະມາເຖິງນີ້ ນຳອີກ.
ໂອກາດດຽວກັນນີ້, ທ່ານ ລີປາວ ຢ່າງ, ໃນ ນາມຕາງໜ້າລັດຖະບານ ສປປ ລາວ, ກໍຄືກະຊວງແຮງານ ແລະ ສະຫວັດດີການສັງ ຄົມ ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະ ໜັບສະໜູນ ຈາກ ລັດຖະບານນິວຊີແລນ ແລະ ລັດ ຖະບານໄອ ທີ່ໄດ້ໃຫ້ການຊ່ວຍເຫຼືອວຽກງານຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນໂດຍກົງ ແລະ ສໍາຄັນ ເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ລົບລ້າງຄວາມທຸກຍາກ ຂອງສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄືວຽກງານແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ໃຫ້ປອດໄພຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນີ້, ກໍ່ຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານ ແຫ່ງ ສປປ ລາວ ລວມທັງການບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ທີ 18 (SDG 18) ວ່າດ້ວຍ‘’ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ”. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ ພາຫະນະ ແລະ ອຸບປະກອນຕ່າງໆ ເຂົ້າໃນວຽກງານສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕ່ກຕົກຄ້າງ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.
(ຂ່າວສານ ຮສສ)
May be an image of 3 people, people standing and outdoors
May be an image of 11 people and people standing