ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 26 ພຶດສະພານີ້ ຄະນະວິຊາການຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານ ຈຳກັດພ້ອມດ້ວຍອາສາສະໝັກຈາກລາວໄດ້ຮ່ວມກັນຈັດກິດຈະກໍາຢູ່ໂຮງຮຽນສູນມືແຫ່ງຄວາມຫວັງ ຫລື Hands of Hope School, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ແສງສະ ຫວ່າງແຫ່ງຄວາມຫວັງ” ໂດຍມີ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການໂຮງຮຽນສູນມືແຫ່ງ ຄວາມຫວັງ, ທ່ານ ມາຫຼິນ ຮອງຜູ້ອໍານວຍການບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານ ຈຳກັດ, ພ້ອມດ້ວຍສື່ມວນຊົນຈາກແຂວງຢູນນານ ສປປຈີນ ແລະ ລາວ ເຂົ້າຮ່ວມ
ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການໂຮງຮຽນສູນມືແຫ່ງຄວາມຫວັງມີຄໍາເຫັນວ່າ: ສູນມືແຫ່ງຄວາມຫວັງພວກເຮົາມີນັກຮຽນທັງໝົດ 20 ຄົນ, ສ່ວນຫຼາຍແມ່ນອາຍຸລະຫວ່າງ 6 ຫາ 12 ປີ ເຊິ່ງເດັກນ້ອຍເຫຼົ່ານີ້ແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍໃນການສຶກສາຮໍ່າຮຽນລວມ ເຖິງ ການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ. ດັ່ງນັ້ນກິດຈະກໍາຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍຕໍ່ເຂົາເຈົ້າແນ ໃສ່ເປັນການແລກປ່ຽນໃຫ້ເດັກເຫຼົ່ານີ້ໄດ້ຮຽນຮູ້ວິຖີການດໍາລົງຊີວິດ ເພື່ອໃຫ້ເຂົາເຈົ້າໄດ້ຮັບການສົ່ງ ເສີມຈາກສັງຄົມ ເຊິ່ງໃນກິດຈະກໍາແມ່ນໄດ້ມອບອຸປະກອນໃນການແຕ້ມຮູບເພື່ອເປັນການສານຝັນ ຂອງເຂົາເຈົ້າ ໂດຍຄະນະອາສາສະໝັກ ເຊື່ອວ່າການສຶກສາແມ່ນເປັນກຸນແຈສໍາຄັນໃນການປ່ຽນອະນາ ຄົດຂອງເດັກນ້ອຍເຫຼົ່ານີ້.
ທ່ານ ນາງ ໂສພາພອນ ເຮືອງລິດ ມີຄໍາເຫັນຕື່ມວ່າ: ສູນຂອງພວກເຮົາແມ່ນມີຜົນດີຕໍ່ການເສີມ ສ້າງການຮຽນຮູ້ຂອງເດັກນ້ອຍເຫຼົ່ານີ້ ແຕ່ທາງສູນພວກເຮົາຕ້ອງການ ການມີສ່ວນຮ່ວມ,ການສະໜັບ ສະໜູນຈາກສັງຄົມ ດັ່ງນັ້ນຂ້າພະເຈົ້າຂໍຂອບໃຈ ຕໍ່ການສະໜອງສະໜູນຈາກ ບໍລິສັດຕາຂາຍໄຟຟ້າ ພາກໃຕ້ຈີນ ທີ່ໄດ້ນໍາເອົາອຸປະກອນ ແລະ ຈັດກິດຈະກໍາຕ່າງໆຢູ່ໃນສູນຄັ້ງນີ້.ສໍາລັບກິດຈະກໍາດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທີ 3 ແລ້ວພາຍໃຕ້ ຫົວຂໍ້“ແສງສະຫວ່າງແຫ່ງຄວາມຫວັງ”
ທ່ານ ມາຫຼິນ ໄດ້ຕາງໜ້າບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນມີຄໍາເຫັນວ່າ: ກິດຈະກໍາຄັ້ງນີ້ຈັດຂຶ້ນ ໂດຍສືບເນື່ອງມາຈາກກິດຈະກໍາຂອງບໍລິສັດຕາຂ່າຍໄຟຟ້າ ຢູນນານຈຳກັດ ຈຸດປະສົງ ເພື່ອສົ່ງເສີມ ແລະ ພັດທະນາລະບົບສະຫວັດດີການສາທາລະນະໃນ ສປປ ລາວ ພ້ອມທັງເປັນການແລກປ່ຽນທາງ ດ້ານວັດທະນະທໍາລະຫວ່າງລາວ-ຈີນ ນັບແຕ່ເລີ່ມຈັດກິດຈະກໍາແຕ່ວັນທີ 14 ມັງກອນ 2023 ເປັນ ຕົ້ນມາ ໄດ້ຈັດກິດຈະກໍາຢູ່ໂຮງຮຽນປະຖົມສີວິໄລ, ໂຮງຮຽນເຕັກນິກວິຊາຊີບພິເສດສີເກີດ ໂດຍການ ສະໜອງອຸປະກອນ ແລະ ການສະໜັບສະໜູນທີ່ຈໍາເປັນໃຫ້ໂຮງຮຽນ ແລະ ຍັງຈະສືບຕໍ່ໃນການກໍ່ສ້າງ ແລະ ພັດທະນາໂຮງຮຽນ ພ້ອມທັງປັບປຸງການຮຽນການ ສອນໃຫ້ນັບມື້ດີຂຶ້ນ.
ທ່ານ ມາຫຼິນ ມີຄໍາເຫັນຕື່ມວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງສືບຕໍ່ ຈັດ ກິດຈະກໍາກັບອາສາສະໝັກຄົນລາວໃນໂຄງການແສງສະຫວ່າງແຫ່ງຄວາມຫວັງ ເຊິ່ງຂ້າພະເຈົ້າເຊື່ອ ວ່າກິດຈະກໍາດັ່ງກ່າວເປັນຈຸດສໍາຄັນໃນການສົ່ງເສີມ ແລະ ເຕົ້າໂຮມຄວາມຮັກແພງ ຄວາມສາມັກຄີ ເພື່ອດຶງດູດການຊ່ວຍເຫຼືອຈາກສັງຄົມ.
ຕະຫຼອດໄລຍະທີ່ໄດ້ດໍາເດີນໂຄງການຢູ່ ສປປ ລາວ, ທາງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ມີຄວາມມຸ່ງໝັ້ນໃນການປະກອບສ່ວນພັດທະນາສັງຄົມ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາ ຊົນລາວໃຫ້ດີຂຶ້ນ ຜ່ານການປະຕິບັດໂຄງການກໍ່ສ້າງຕາຂ່າຍໄຟຟ້າ 230 ກິໂລໂວນ ຢູ່ພາກເໜືອ ຂອງລາວ ແລະ ໂຄງການສະໜອງພະລັງງານໄຟຟ້າໃຫ້ເສັ້ນທາງລົດໄຟລາວ-ຈີນ ພ້ອມທັງມີການ ຈ້າງແຮງງານທ້ອງຖິ່ນ, ໃຫ້ການສະໜັບສະໜູນດ້ານການສຶກສາ, ອຸປະກອນການຮຽນການສອນ ແລະ ປັບປຸງການດໍາລົງຊິວິດຂອງປະຊາຊົນ ເຊຶ່ງສະທ້ອນໃຫ້ເຫັນເຖິິງເນື້ອໃນຈິດໃຈຂອງໂຄງການ “CSG ສ່ອງສະຫວ່າງທຸກຄົວເຮືອນສານຕໍ່ມິດຕະພາບລາວ-ຈີນ” ໃນອະນາຄົດ ບໍລິສັດຕາຂ່າວໄຟຟ້າຈີນໃຕ້ ຈະເພີ່ມທະວີການປະສານວານກັບຄູ່ຮ່ວມຝ້າຍລາວໃຫ້ເລິກເຊິ່ງ ເພື່ອຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ ຜ່ານການສະໜອງໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຮ່ວມກັນໃຫ້ຄວາມຮັກ ການບໍ ລິການຊຸມຊົນ ເພື່ອເພີ່ມແສງສະຫວ່າງໃຫ້ກັບສາຍໆພັນຄອບຄົວໃນ ສປປ ລາວ ໃຫ້ປະກົດຜົນ ເປັນຈິງ.%
ຂຽນໂດຍ: ບຸນຍັງ ພຸດສະຫວັດ
May be an image of 10 people, people playing basketball and text