ຕອນບ່າຍ ວັນທີ 13 ຕຸລາ 2023 ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ສປປ. ລາວ ທ່ານ ເຕດ ບຸນນາດ ເລຂາທິການສະພາກາຊາດໄທ ຮ່ວມເປັນປະທານເປີດໂຄງການ “ປິ່ນປົວຫົວໃຈເດັກນ້ອຍຂ້າມຂອງ” ທີ່ຫ້ອງປະຊຸມໃຫຍ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ. ໂດຍມີທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ, ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ ຮສ. ດຣ. ສັນຊາຍ ສິດທິພັນ ຜູ້ອຳນວຍການໂຮງໝໍຈຸລາລົງກອນ ສະພາກາຊາດໄທ, ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການ “ປິ່ນປົວຫົວໃຈເດັກນ້ອຍ ຂ້າມຂອງ” ເປັນການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ສະພາກາຊາດໄທ, ໂຮງໝໍຈຸລາລົງກອນ ສະພາກາຊາດໄທ, ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລ, ມູນນິທິເພື່ອສະໜັບສະໜູນການຜ່າຕັດຫົວໃຈເດັກ ແລະ ມູນນິທິເກື້ອຝັນເດັກ ກັບກະຊວງສາທາລະນະສຸກ ສປປ ລາວ ແລະ ໂຮງໝໍມະໂຫສົດ ມີຈຸດປະສົງເພື່ອໃຫ້ທີມແພດ ຮ່ວມກວດຄັດເລືອກ ເພື່ອນຳຜູ້ເປັນພະຍາດຫົວໃຈເດັກຈາກ ສປປ ລາວ ໄປຜ່າຕັດປິ່ນປົວທີ່ປະເທດໄທ ແລະ ເພື່ອພັດທະນາຄວາມສາມາດ ບຸກຄະລາກອນທາງການແພດດ້ານການຜ່າຕັດຫົວໃຈເດັກໃນ ສປປ ລາວ ໂດຍເນັ້ນສົ່ງເສີມໃຫ້ມີການຮ່ວມມືໃນການຮັກສາພະຍາດຫົວໃຈເດັກໃນ ສປປ ລາວ ຍ່າງຍືນຍົງ ໂດຍທີມແພດຈາກປະເທດໄທ ແລະ ສປປ ລາວ ໄດ້ຕັ້ງໜ່ວຍຄັດເລືອກຮ່ວມກັນເປັນຄັ້ງທຳອິດ ໃນວັນທີ 13 ຕຸລາ 2023 ທີ່ໂຮງໝໍມະໂຫສົດ ເຊິ່ງມີເດັກນ້ອຍທີ່ເປັນພະຍາດຫົວໃຈ ທົ່ວ ສປປ ລາວ ລວມ 92 ຄົນ ເຂົ້າຮ່ວມຮັບການກວດຄັດເລືອກ. ພາຍຫຼັງຜ່ານການຄັດເລືອກແລ້ວ ຈະນຳສົ່ງ ໄປປິ່ນປົວທີ່ປະເທດໄທ ໂດຍບໍ່ມີຄ່າໃຊ້ຈ່າຍ ຈໍານວນ 37 ຄົນ.



